ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດປະທານາທິບໍດີ ທຣຳ ປະຕິເສດທີ່ຈະໃຫ້ການ ໃນການສືບສວນ ກ່ຽວກັບການດຳເນີນທຸລະກິດຂອງທ່ານ

ອະດີດປະທານາທິບໍດີ ດໍໂນບ ທຣຳ ສະແດງທ່າທີ ຂະນະທີ່ທ່ານ ອອກໄປຈາກຕຶກ Trump Tower, ເມື່ອວັນພຸດ ທີ 10 ສິງຫາ 2022, ໃນລັດນິວຢອກ, ເພື່ອໄປຫ້ອງການໄອຍະການສູງສຸດຂອງລັດນິວຢອກ ສຳລັບການໃຫ້ປາກຄຳໃນການສືບສວນສອບສວນຄະດີແພ່ງ.

ອະດີດປະທານາທິບໍດີ ສະຫະລັດ ດໍໂນລ ທຣຳ ໃນວັນພຸດວານນີ້ ໄດ້ປະຕິເສດທີ່ຈະຕອບຄຳຖາມຕ່າງໆ ໃນການສືບສວນສອບສວນທາງແພ່ງ ກ່ຽວກັບການດຳເນີນທຸລະກິດຂອງຄອບຄົວທ່ານ ດ້ວຍການຂໍໃຊ້ສິດຕາມລັດຖະທຳມະນູນຂອງທ່ານ ຕໍ່ການໃຫ້ປາກຄຳທີ່ປັກປຳຕົນເອງ.

ທ່ານທຣຳ ໄດ້ເອົາທ່າທີຕອບໂຕ້ຕໍ່ການສອບສວນດັ່ງກ່າວ ທີ່ໄດ້ດຳເນີນການໂດຍໄອຍະການສູງສຸດຂອງລັດນິວຢອກ ທ່ານນາງ ເລີທິເຊຍ ເຈມສ໌ (Letitia James) ກ່ຽວກັບວ່າ ທ່ານໄດ້ປະເມີນມູນຄ່າ ໂຮງແຮມ ສະໜາມກັອຟ ແລະ ອະສັງຫາລິມະຊັບອື່ນໆ ທັງຫຼາຍຂອງທ່ານນັ້ນສູງຂຶ້ນ ເພື່ອໃຫ້ເປັນເງື່ອນໄຂທີ່ດີໃນການກູ້ຢືມເງິນ ໃນຂະນະດຽວກັນນັ້ນ ທ່ານເຂົ້າໃຈດີວ່າ ການປະເມີນມູນຄ່່າຕ່ຳເກີນໄປ ກໍເພື່ອຂໍຫລຸດຜ່ອນພາສີ.

“ຂ້າພະເຈົ້າຂໍປະຕິເສດບໍ່ຕອບຄຳຖາມຕ່າງໆພາຍໃຕ້ສິດແລະສິດທິພິເສດທີ່ພົນ ລະເມືອງທຸກໆຄົນໄດ້ຮັບພາຍໃຕ້ລັດຖະທຳມະນູນຂອງສະຫະລັດ” ທ່ານທຣຳ ໄດ້ກ່າວໃນຖະແຫລງການສະບັບນຶ່ງ ຊຶ່ງທ່ານໄດ້ຮ້າຍທ່ານນາງເຈມສ໌ ວ່າ “ເປັນໄອຍະການທີ່​ທໍ​ລະ​ຍົດແລະຄວບຄຸມບໍ່ໄດ້” ຜູ້ທີ່ສະແຫວງຫາການລ້າງແຄ້ນຕໍ່ທ່ານ.

ແຟ້ມພາບ - ຕຶກ Trump Tower ຖ່າຍຢູ່ໃນລັດນິວຢອກ ເມື່ອວັນທີ 9ສິງຫາ 2022. ອົງການສັນຕິບານກາງ FBI ເຂົ້າໄປຄົ້ນບ້ານພັກຄະລືຫາດ Mar-a-Lago ຂອງທ່ານທຣຳ ເປັນຂີດໝາຍທີ່ສຳຄັນ ແລະບໍ່ເຄີຍມີມາກ່ອນ ຂອງການທະວີຂຶ້ນໃນການກວດກາອະດີດປະທານາທິບໍດີ ຂອງເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍ, ແຕ່ປະຕິບັດການໃນລັດຟລໍຣິດາ ເປັນພຽງສ່ວນນຶ່ງ ຂອງການສືບສວນສອບສວນ ທີ່ກ່ຽວຂ້ອງກັບທ່ານທຣຳ ແລະໃນເວລາການດຳລົງຕຳແໜ່ງຂອງທ່ານ.

ຕະຫຼອດໄລຍະຫຼາຍຊົ່ວໂມງ ຂອງການສອບຖາມ ໂດຍທະນາຍຄວາມຄົນນຶ່ງຂອງທ່ານນາງເຈມສ໌ ຢູ່ນັ້ນ ທ່ານທຣຳ ໄດ້ປະຕິເສດຕອບຄຳຖາມ ຫຼາຍກວ່າ 400 ຄຳຖາມ ອີງຕາມພວກຄົນທີ່ຄຸ້ນເຄີຍກັບການດຳເນີນຄະດີ ແລະທ່ານໄດ້ກ່າວປະຕິເສດຊ້ຳແລ້ວຊ້ຳອີກວ່າ “ຄຳຕອບດຽວກັນ” ໂດຍການຂໍໃຊ້ສິດທີ່ຈະບໍ່ປັກປຳທ່ານເອງ.

ທ່ານທຣຳ ໃສ່ຊູດສີຟ້າຕິດດ້ວຍເຂັມຂັດທີ່ເປັນທຸງຊາດຂອງອາເມຣິກາໃສ່ປົກຄໍຂອງຊູດ ໄດ້ຊູກຳປັ້ນຂອງທ່ານຂຶ້ນຂະນະທີ່ອອກມາຈາກຕຶກ Trump Tower ໃນຕອນເຊົ້າວັນພຸດວານນີ້ ແລະໄດ້ມຸ້ງໜ້າໄປຍັງຫ້ອງການຂອງທ່ານນາງເຈມສ໌ ໃນຂະບວນລົດຂອງທ່ານ. ລູກຜູ້ໃຫຍ່ສອງຄົນຂອງທ່ານທຣຳ ຄື ທ່ານດໍໂນລ ທຣຳ ຈູເນຍ ແລະທ່ານນາງ ອີວັງກາ ທຣຳ ຜູ້ທີ່ຍັງມີບົດບາດສຳຄັນ ຢູ່ໃນອາ ນາຈັກອະສັງຫາລິມະຊັບຂອງອົງການທຣຳ ລະດັບໂລກ ຂອງຄອບຄົວ ໄດ້ຕໍ່ສູ້ເພື່ອຫລີກລ່ຽງການໃຫ້ປາກຄຳ ແຕ່ກໍໄດ້ຜ່າຍແພ້. ໃນບໍ່ເທົ່າໃດວັນມໍ່ໆມານີ້ ພວກເຂົ້າເຈົ້າ ໄດ້ຕອບຄຳຖາມຕ່າງໆ ໃນການສືບສວນສອບສວນຂອງໄອຍະການສູງສຸດຂອງລັດ. ສ່ວນນ້ອງຊາຍຂອງພວກເຂົາ ທ່ານແອຣິກ ກໍໄດ້ຂໍໃຊ້ສິດຕາມບົດແກ້ໄຂລັດຖະທຳມະນູນຂໍ້​ທີ 5 ຕໍ່ການປັກປຳຕົນເອງ ຫຼາຍກວ່າ 500 ເທື່ອ ໃນການສືບສວນສອບສວນອັນດຽວກັນນັ້ນ ໃນເດືອນຕຸລາ ປີ 2020.

ທ່ານນາງເຈມສ໌ ໄດ້ກ່າວວ່າ ການສືບສວນຂອງທ່ານນາງ ໄດ້ເປີດເຜີຍຫລັກຖານຫຼວງຫຼາຍທີ່ວ່າ ອົງການທຣຳ ຊຶ່ງອະດີດປະທານາທິບໍດີ ກຳກັບຢູ່ນັ້ນ ໄດ້ດັດແປງມູນຄ່າຊັບສິນ.

ທ່ານທຣຳ ໃນເມື່ອກ່ອນໄດ້ກ່າວເຍາະເຍີ້ຍພວກຄົນ ຜູ້ທີ່ຂໍໃຊ້​ບົດແກ້ໄຂລັດຖະທຳມະນູນ​ຂໍ້​ທີ 5 ເພື່ອຫລີກລ່ຽງ ການຕອບຄຳສອບຖາມຕ່າງໆ ທີ່ອາດຈະເອົາຜິດຕໍ່ພວກເຂົາໄດ້ ໃນການກະທຳຄວາມຜິດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG