ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳ ກຽມພ້ອມທີ່ຈະປະກາດ ນະໂຍບາຍໃໝ່ ຕໍ່ ຄິວບາ


ຜູ້ຊາຍຄົນໜຶ່ງເບິ່ງປະທານາທິບໍດີ ທຣຳ ກ່າວຄຳປາໄສ
ເຂົ້າຮັບຕຳແໜ່ງທາງໂທລະພາບ ໃນເວລາທີ່ລາວນັ່ງຢູ່
ທາງຂ້າງພາບຂອງປະທານປະເທດ ຄິວບາ ທ່ານ Raul Castro, ຂວາສຸດ ອະດີດປະທານາທິບໍດີ ທ່ານ Fidel Castro, ກາງ, ແລະ ນັກປະຕິວັດທ່ານ Camilo Cienfuegos, ໃນນະຄອນຫຼວງ ຮາວານາ, 20 ມັງກອນ, 2017.
ຜູ້ຊາຍຄົນໜຶ່ງເບິ່ງປະທານາທິບໍດີ ທຣຳ ກ່າວຄຳປາໄສ ເຂົ້າຮັບຕຳແໜ່ງທາງໂທລະພາບ ໃນເວລາທີ່ລາວນັ່ງຢູ່ ທາງຂ້າງພາບຂອງປະທານປະເທດ ຄິວບາ ທ່ານ Raul Castro, ຂວາສຸດ ອະດີດປະທານາທິບໍດີ ທ່ານ Fidel Castro, ກາງ, ແລະ ນັກປະຕິວັດທ່ານ Camilo Cienfuegos, ໃນນະຄອນຫຼວງ ຮາວານາ, 20 ມັງກອນ, 2017.

ປະທານາທິບໍດີ ດໍໂນລ ທຣຳ ກຳລັງກະກຽມ ທີ່ຈະປະກາດນະໂຍບາຍໃໝ່ຕໍ່ ຄິວບາ ທີ່
ເບິ່ງຄືວ່າ ຈະຕັດຄວາມພະຍາຍາມຫຼາຍພາກສ່ວນຂອງອະດີດປະທານາທາທິບດໍ ບາ
ຣັກ ໂອບາມາລົງ ເພື່ອປັບປຸງສາຍພົວກັບປະເທດເກາະດອນແຫ່ງນັ້ນໃຫ້ເປັນປົກກະຕິ, ອີງຕາມເຈົ້າໜ້າທີ່ອາວຸໂສລັດຖະບານ ແລະ ແຫຼ່ງຂ່າວແຫ່ງອື່ນໆ.

ເຈົ້າໜ້າທີ່ໄດ້ກ່າວວ່າ ຜູ້ຊ່ວຍເຫຼືອປະທານາທິບໍດີ ແມ່ນກຳລັງສະຫຼຸບການທົບທວນຄືນ ສາຍພົວພັນ ສະຫະລັດ-ຄິວບາ ແລະ ຄາດວ່າຈະສົ່ງຂໍ້ສະເໜີແນະໃຫ້ທ່ານ ທຣຳ ແລະ ກຸ່ມຮັກສາຄວາມປອດໄພແຫ່ງຊາດຂອງທ່ານຊາບ ໃນສອງສາມມື້ຂ້າງໜ້ານີ້.

ແຜນການເພື່ອປະກາດນະໂຍບາຍໃໝ່ ກ່ຽວກັບ ຄິວບາ ໄດ້ດຳເນີນມາແຕ່ວັນສຸກສັບປະ
ດາແລ້ວນີ້ ໃນເມືອງ Miami. ເມືອງດັ່ງກ່າວຕັ້ງຢູ່ທາງພາກໃຕ້ຂອງລັດຟລໍຣິດາ ມີປະຊາ
ກອນ ອາເມຣິກັນ ເຊື້ອສາຍ ຄິວບາ ທີ່ມີອິດທິພົນຂະໜາດໃຫຍ່ ແລະ ມີຜູ້ອົບພະຍົບຊາວ
ຄິວບາ ດ້ວຍ.

ແນວໃດກໍຕາມ, ແຫຼ່ງຂ່າວຕ່າງໆຂອງລັດຖະບານ ກໍໄດ້ກ່າວວ່າ ການປະກາດນີ້ ອາດຈະ
ຖືກເລື່ອນ ຖ້າທ່ານ ທຣຳ ຕ້ອງການເວລາຕື່ມ ເພື່ອທຳການຕັດສິນໃຈເພີ່ມເຕີມ.

ທ່ານ ທຣຳ ຄາດວ່າຈະຕັດບາງພາກສ່ວນຂອງນະໂຍບາຍຂອງທ່ານ ໂອບາມາ, ເຊິ່ງໄດ້
ຍົກເລີກການຫ້າມປະຊາຊົນ ອາເມຣິກັນ ເດີນທາງໄປ ຄິວບາ ແລະ ດຳເນີນທຸລະກິດຢູ່ທີ່
ນັ້ນ.

ທ່ານປະທານາທິບໍດີຄາດວ່າ ຈະເຮັດໃຫ້ສາຍພົວພັນທາງການທູດລະຫວ່າງ ວໍຊິງຕັນ
ກັບ ຮາວານາ ມີຢູ່ຄືເກົ່າ. ສາຍພົວພັນການທູດ ແມ່ນໄດ້ຖືກຟື້ນຟູຄືນ ພາຍໃຕ້ທ່ານ ໂອ
ບາມາ ເມື່ອດົນກວ່າສອງປີທີ່ຜ່ານມາ, ຫຼັງຈາກການເປັນປໍລະປັກກັນ ໄດ້ດົນຫຼາຍກວ່າ
5 ທົດສະວັດ ລະຫວ່າງ ສະຫະລັດ ກັບ ລັດຖະບານ ຄອມມູນິສ ທີ່ໄດ້ເຮັດໃຫ້ທ່ານ Fidel Castro ຂຶ້ນກຳອຳນາດໃນ ຄິວບາ ຫຼັງຈາກການປະຕິວັດຢ່າງນອງເລືອດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG