ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທ​ຣຳ​ ໃຊ້​ຄຳ​ເວົ້າ ອັນ​ແຮງ ເພີ້ມ​ຂຶ້ນ ເພື່ອໂຈມ​ຕີ​ອີ​ຣ່ານ


ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ທີ່ກ່າວ​ຢູ່​ໃນ​ທຳ​ນຽບ​ຂາວ ​ໃນ​ຕອນ​ບ່າຍວັນ​ອັງ​ຄານ​, ວັນ​ທີ 25 ມິ​ຖຸ​ນາ, 2019.
ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ທີ່ກ່າວ​ຢູ່​ໃນ​ທຳ​ນຽບ​ຂາວ ​ໃນ​ຕອນ​ບ່າຍວັນ​ອັງ​ຄານ​, ວັນ​ທີ 25 ມິ​ຖຸ​ນາ, 2019.

ພວກ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ອາ​ເມ​ຣິ​ກັນ ແລະ​ອີ​ຣ່ານສືບ​ຕໍ່​ໃຊ້​ຄຳ​ເວົ້າ​ເຕືອນ​ກັນໄປ​ກັນ​ມາ ໃນ​ຂະ​ນະ​ທີ່ພວກ​ເພິ່ນ​ຫລີກ​ລ້ຽງ​ການ​ເຮັດ​ສົງ​ຄາມ.

"ເຂົາ​ຢາກ​ເຮັດ​ຫຍັງ​ກໍ​ໄດ້, ຂ້າ​ພະ​ເຈົ້າ​ພ້ອມ​ແລ້ວ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ ດໍ​ໂນ​ລ ທ​ຣຳ ທີ່ກ່າວ​ຢູ່​ໃນ​ຫ້ອງ​ການ​ຮູບ​ຊົງ​ໄຂ່ ຂອງ​ທຳ​ນຽບ​ຂາວ ​ໃນ​ຕອນ​ບ່າຍວັນ​ອັງ​ຄານ​ວານນີ້.

ເມື່ອ​ຖືກ​ນັກ​ຂ່າວຖາມວ່າ ຍຸ​ທະ​ສາດ​ຂອງ​ທ່ານ​ໃນ​ການ​ອອກ​ຈາກ​ສົງ​ຄາມນີ້ແມ່ນ​ ຫຍັງ​ ຖ້າ​ສົງ​ຄາມ​ກັບ​ອີ​ຣ່ານຫາກເກີດຂຶ້ນ ທ່ານ ທ​ຣຳ​ຕອບ​ວ່າ “ເຈົ້າ​ຈະ​ບໍ່​ຕ້ອງ​ການ​ຍຸດ​ທະ​ສາດ​ໃນ​ການ​ອອກ​ຈາກ​ສົງ​ຄາມ. ຂ້າ​ພະ​ເຈົ້າ​ບໍ່​ຕ້ອງ​ການຍຸດ​ທະ​ສາດ​ໃນ​ການ​ອອກ​ຈາກ​ສົງ​ຄາມ."

ກ່ອນ​ໜ້າ​ນັ້ນ ໃນ​ມື້​ດຽວ​ກັນ, ໂດຍ​ການ​ຂຽນ​ຢູ່​ໃນ​ສື່​ສັງຄົມ​ອອນ​ລາຍ ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ໄດ້​ເຕືອນ​ວ່າ ການ​ໂຈມ​ຕີ​ໂດຍ​ເຕ​ຫະ​ຣ່ານຕໍ່ຊາວ​ອາ​ເມ​ຣິ​ກັນ​ຄົນ​ໃດ​ກໍ​ຕາມ” ຈະຕ້ອງ "ປະ​ເຊີນ​ກັບ​ກຳ​ລັງ​ອັນ​ໃຫຍ່​ຫລວງ ແລະ​ຖ້ວມ​ລົ້ນ” ໂດຍ​ກ່າວ​ຕໍ່​ໄປ​ອີກວ່າ, "ຖ້ວມ​ລົ້ນນັ້ນຈະ​ໝາຍ​ຄວາມ​ວ່າ​ ຖືກ​ທຳ​ລາຍຢ່າງ​ຮາບ​ຄາບ."

ຢູ່ຂໍ້​ຄວາມ​ທີ່​ຂຽນ​ຕິດ​ຕໍ່​ກັນ​ຫລາຍຄັ້ງ​ໃນ​ທວີດ​ເຕີໃນ​ເຊົ້າ​ວັນ​ອັງ​ຄານ​ວານນີ້ ທ່ານ ທ​ຣຳ ເວົ້າ​ແບບບໍ່​ຖື​ສຳ​ຄັນ​ຕໍ່ຖ້ອຍ​ຄວາມຂອງ​ອີ​ຣ່ານທີ່​ຂຽນ​ໃນ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ກ່ອນ​ໜ້ານັ້ນທີ່ເວົ້າ​ວ່າ ປະ​ເທດ​ດັ່ງ​ກ່າວ​ຈະ​ຍຸ​ຕິ​ຄວາມ​ເປັນ​ໄປ​ໄດ້ໃນ​ການ​ທີ່​ຈະໃຫ້​ມີ​ການ​ພົບ​ປະ​ແບບ​ການ​ທູດ​ກັບ​ສະ​ຫະ​ລັດນັ້ນ​ວ່າ "ບໍ່​ຮູ້​ໜ້າ​ຮູ້​ຫລັງ​ຫຍັງ ແລະ ເປັນ​ການໝິ່ນ​ປະ​ໝາດ​ຫລາຍ”.

ທ່ານ ທ​ຣຳ ​ໄດ້​ເພີ້ມການ​ລົງ​ໂທດ ​ຕໍ່ປະ​ເທດ​ສາ​ທາ​ລະ​ນະ​ລັດອິ​ສ​ລາມ​ແຫ່ງນັ້ນ ​ຂຶ້ນ​ອີກໃນ​ມື້​ກ່ອນນັ້ນ ໂດຍ​ສະ​ເພາ​ະ​ແມ່ນ​ການ​ລົງ​ໂທດ​ທີ່​ແນ​ໃສ່ຜູ້​ນຳ​ສູງ​ສຸດ​ຂອງ​ປະ​ເທດ, ອາ​ຢາ​ໂຕ​ລາ ອາ​ລີ ຄາ​ເມ​ນີ (Ayatollah Ali Khamenei).

​ມີ​ການ​ອ້າງ​ຄຳ​ເວົ້າ​ຂອງເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ອີ​ຣ່ານ​ຄົນ​ນຶ່ງທີ່​ເວົ້າ​ວ່າ ການ​ໂຈມ​ຕີ​ຕໍ່ທ່ານ ​ຄາ​ເມ​ນີ (Khamenei) ກໍ​ເທົ່າ​ກັນ​ກັບ​ການໂຈມ​ຕີ​ຕໍ່​ປະ​ເທດ ໃນ​ຂະ​ນະ​ທີ່​ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣ່ານ, ທ່ານ ຮາ​ສ​ຊານ ຣູ​ຮາ​ນີ (Hassan Rouhani) ກ່າວ​ຜ່ານ​ທາງ​ໂທ​ລະ​ພາບ​ວ່າ ການ​ກະ​ທຳ​ຂອງ​ທຳ​ນຽບ​ຂາວ ເປັນການ​ກະ​ທຳ​ແບບ
"​ປັນ​ຍາ​ອ່ອນ” ແລະ​ການ​ລົງ​ໂທດ​ຈະ​ບໍ່​ເຮັດ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ຕໍ່ພະຜູ້​ມີ​ຕຳ​ແໜ່ງ​ສູງ​ສຸດອົງ​ນັ້ນ ແຕ່​ຢ່າງ​ໃດ ເພາະ​ເພິ່ນ​ບໍ່​ໄດ້​ມີ​ຊັບ​ສິນ​ຢູ່​ຕ່າງ​ປະ​ເທດ​ເລີຍ.

ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣ່ານຍັງ​ກ່າວ​ອີກວ່າ ປະ​ເທດ​ຂອງ​ທ່ານ ບໍ່​ຢາກ​ເຮັດ​ສົງ​ຄາມ​ກັບ​ສະ​ຫະ​ລັດ ແຕ່​ວ່າກໍ​ຈະ​ຕອບ​ໂຕ້​ຄືນ​ຢ່າງ​ເດັດ​ດ່ຽວ ຖ້​າ​ຫາກ​ມີ​ການ​ຮຸກ​ຮານ​ເກີດ​ຂຶ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG