ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ວີດີໂອ ຂອງທ່ານທຣຳ ທີ່ຖືກດັດແປງ ສະແດງໃຫ້ເຫັນວ່າ ທ່ານ ກຳລັງ ໂຈມຕີ 'CNN'


ປະທານາທິບໍດີ ດໍໂນລ ທຣຳ ໄປຮອດງານສະເຫຼີມສະຫຼອງ ເສລີພາບ ເພື່ອການກ່າວຄຳປາໄສ ຢູ່ທີ່ ສູນກາງ Kennedy ເພື່ອສີນລະປະການສະແດງ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 1 ກໍລະກົດ 2017.
ປະທານາທິບໍດີ ດໍໂນລ ທຣຳ ໄປຮອດງານສະເຫຼີມສະຫຼອງ ເສລີພາບ ເພື່ອການກ່າວຄຳປາໄສ ຢູ່ທີ່ ສູນກາງ Kennedy ເພື່ອສີນລະປະການສະແດງ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 1 ກໍລະກົດ 2017.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ທະວີການໂຈມຕີ ສື່ຂ່າວທັງຫຼາຍຂອງສະຫະລັດ ໃນ
ວັນອາທິດວານນີ້ ໂດຍນຳເອົາ ວີດີໂອມວຍປ້ຳເມື່ອ 10 ປີກ່ອນ ທີ່ສະແດງໃຫ້ເຫັນ ວ່າ
ທ່ານກຳລັງປ້ຳ ແລະ ຊັດໜ້າຊາຍຜູ້ນຶ່ງ ຊຶ່ງບ່ອນໜ້າຂອງຊາຍຄົນນີ້ ໄດ້ຖືກດັດແປງ
ໃຫ້ມີ ສັນຍາລັກ CNN ແທນ ລົງທາງ Twitter ຊຶ່ງເປັນຕາໜ່າງຂ່າວໂທລະພາບ ທີ່
ທ່ານທຣຳ ໄດ້ປະນາມຊ້ຳແລ້ວຊ້ຳອີກ ເປັນອັນທີ່ທ່ານເອີ້ນວ່າ “ຂ່າວປອມ.”

ໂດຍມີຄຳເຫັນຕ່າງໆ ໃນແງ່ລົບ ກ່ຽວກັບ ກົນລະຍຸດທາງ Twitter ຂອງທ່ານທຣຳ
ທີ່ໄດ້ຖືກສົ່ງອອກມາຕະຫຼອດວັນ ຈາກບຸກຄົນທັງຫຼາຍ ໃນອົງການຈັດຕັ້ງດ້ານການ
ເມືອງ ແລະ ກຸ່ມສື່ມວນຊົນ ທ່ານທຣຳຈຶ່ງໄດ້ເຂົ້າຫາສື່ສັງຄົມອີກເທື່ອນຶ່ງ ເມື່ອຕອນ
ແລງ ວັນອາທິດວານນີ້ ໂດຍຖະແຫລງວ່າ “ສືມວນຊົນປອມ ແມ່ນພະຍາຍາມ ຈະ
ປິດປາກປິດສຽງ ພວກເຮົາ ແຕ່ພວກເຮົາ ຈະບໍ່ປ່ອຍໃຫ້ພວກເຂົາເຈົ້າເຮັດຈັ່ງຊັ້ນ.”

ທ່ານປະທານາທິບໍດີ ໄດ້ຂຽນລົງທາງ Twitter ການປະຕິຍານວ່າ ທ່ານຈະເອົາຊະນະ
“ສື່ມວນຊົນທີ່ບໍ່ສັດຊື່” ພ້ອມກັນນັ້ນ ໄດ້ນຳເອົາວີດີໂອສ່ວນນຶ່ງ ຂອງການກ່າວ ຄຳ
ປາໄສ ໃນມື້ນຶ່ງກ່ອນການຊຸມນຸມ ໃນນະຄອນຫຼວງ ວໍຊິງຕັນ ເພື່ອລຳລຶກເຖິງ ວັນຊາດ
ສະຫະລັດ ວັນທີ 4 ກໍລະກົດ ລົງທາງ Twitter ນຳດ້ວຍ.

ຄຳເຫັນຕ່າງໆຂອງປະທານາທິບໍດີ ກ່ຽວກັບ ສື່ຂ່າວ ໄດ້ດຶງດູດເອົາການຢືນຂຶ້ນຕົບມື
ຈາກບັນດາຜູ້ຊົມຂອງທ່ານ.

ທ່ານທຣຳ ໄດ້ກ່າວໂຈມຕີຕໍ່ຕ້ານ ພວກໜັງສືພິມທີ່ສຳຄັນໆ ແລະ ເຄືອຂ່າຍໂທລະພາບ
ຕ່າງໆ ສຳລັບ ລາຍງານການດຳລົງຕຳແໜ່ງຂອງທ່ານໃນໄລຍະ 5 ເດືອນຜ່ານມາ ແຕ່
ທ່ານໄດ້ແນເປົ້າໝາຍໃສ່ ອົງການຂ່າວ CNN ຫຼາຍຂຶ້ນ ໃນການກ່າວປະນາມ ຢ່າງ
ຮ້າຍແຮງ ໃນສອງສາມມື້ບໍ່ນານມານີ້. ອົງການຂ່າວ CNN ໄດ້ຖອນເລື່ອງນຶ່ງ ທີ່ໄດ້
ເຊື່ອມໂຍງ ຜູ້ສະໜັບສະໜູນທ່ານທຣຳ ຄົນນຶ່ງ ໃນການສືບສວນສອບສວນ ການມີ
ສ່ວນພົວພັນ ລະຫວ່າງບັນດາເຈົ້າໜ້າທີ່ຂອງຣັດເຊຍ ກັບ ໜ່ວຍໂຄສະນາຫາສຽງ
ຂອງທ່ານທຣຳ ກ່ອນການເລືອກຕັ້ງປະທານາທິບໍດີ ສະຫະລັດ ເມື່ອປີກາຍນີ້.

ວີດີໂອທີ່ເຈາະຈົງໃສ່ແຕ່ ອົງການຂ່າວ CNN ຊຶ່ງທ່ານທຣຳ ໄດ້ນຳລົງເຜີຍແຜ່ທາງ
Twitter ຂອງທ່ານ ເມື່ອຕອນເຊົ້າ ໃນວັນອາທິດວານນີ້ ແມ່ນມາຈາກການແຂ່ງຂັນ
ມວຍປ້ຳ ອາຊີບ Wrestlemania ເມື່ອ 10 ປີກ່ອນ ບ່ອນທີ່ທ່ານທຣຳ ໄດ້ສະແດງ
ຢູ່ນອກເວທີມວຍປ້ຳ ທີ່ມີການສູ້ກັນແບບປອມ. ໃນສະບັບຂອງວັນອາທິດ ນັ້ນ
ສັນຍາລັກຂອງ CNN ຖືກທັບໃສ່ໜ້າຂອງຄູ່ຕໍ່ສູ້ຂອງທ່ານທຣຳ ໃນຖານະທີ່ເປັນ
ປະທານາທິບໍດີ ໃນອານາຄົດ ໃສ່ສຸດໃຫຍ່ນັກທຸລະກິດ ຊັດຕີດ້ວຍກຳປັ້ນແບບ
ປອມໆ ກ່ອນຈະຍ່າງອອກໄປເສີຍໆດ້ວຍທ່າທາງແບບເປັນຜູ້ຊະນະ.

Trump CNN Attack Video
please wait

No media source currently available

0:00 0:02:17 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG