ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ທຣຳ ຫວັງວ່າ ສຫລ ຈະສາມາດຊ່ອຍ ນຳເອົາ ສັນຕິ​ພາບ ມາສູ່ ອິສຣາແອລ ແລະ​ ປາ​ແລ​ສ​ໄຕນ໌ ​


Trump Israel Palestinians
please wait

No media source currently available

0:00 0:01:37 0:00

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ​ໄດ້​ກ່າວ​ໃນອັງຄານ​ມື້​ນີ້ວ່າ ທ່ານ​ຫວັງ​ວ່າ​
ສະຫະລັດ​ຈະສາມາດຊ່ວຍ​ຊຸກຍູ້ ​ໃຫ້​ມີສັນ​ຕິພາບ ລະຫວ່າງ Israel ​ແລະ​ປາ​ແລ​ສ​ໄຕນ໌ ​
ໂດຍ​ກ່າວ​ເພີ່ມ​ຕື່ມ​ວ່າ ທ່ານ​ເຊື່ອ​ວ່າ ຂໍ້​ຕົກລົງໃນ​ທຳນອງ​ນີ້ຈະ​ລິ​ເລີ່ມ ຂັ້ນ​ຕອນ​ສັນຕິພາບ
ທັງ​ໝົດ​ ​ໃນ​ພາກ​ຕາ​ເວັນ​ອອກ​ກາງ.”

ແຜ່ນທີ່ ຂອງບັນດາປະເທດຕ່າງໆ ທີ່ ດໍໂນລ ທຣຳ ຈະໄປຢ້ຽມຢາມ ໃນການເດີນທາງອອກນອກປະເທດ ເປັນຄັ້ງທຳອິດຂອງທ່ານ.
ແຜ່ນທີ່ ຂອງບັນດາປະເທດຕ່າງໆ ທີ່ ດໍໂນລ ທຣຳ ຈະໄປຢ້ຽມຢາມ ໃນການເດີນທາງອອກນອກປະເທດ ເປັນຄັ້ງທຳອິດຂອງທ່ານ.

​ໃນການຖະ​ແຫຼ​ງ​ຄຽງ​ຂ້າງ​ປະທານາທິບໍດີ​ປາ​ແລ​ສ​ໄຕ​ນ໌​ທ່ານ Mahmoud Abbas
ທີ່​ເມືອງ Bethlehem ນັ້ນ ທ່ານ ທຣຳ ​ໄດ້​ກ່າວ​ວ່າ ທ່ານ​ຈະ​ເຮັດ​ຈົນສຸດ​ຄວາມ​ສາມາດ​
ຂອງ​ທ່ານ ​ເພື່ອ​ຈະໃຫ້​ບັນລຸ​ຂໍ້​ຕົກລົງ​ດັ່ງກ່າວ​.

ທ່ານ ທຣຳ ​ໄດ້​ກ່າວວ່າ “ປະທານາທິບໍດີ Abbas ​ໃຫ້ການ​ຄ້ຳປະກັນ ກັບ​ຂ້າພະ​ເຈົ້າວ່າ
ທ່ານ​ແມ່ນພ້ອມ​ແລ້ວ​ທີ່​ຈະ​ເຮັດ​ວຽກ​ໄປ​ສູ່​ເປົ້າ​ໝາຍນັ້ນ ດ້ວຍ​ຄວາມ​ຊື່ສັດ​ຈິງ​ໃຈ ​
ແລະ​ທ່ານ​ນາຍົກລັດຖະມົນຕີ Benjamin Netanyahu ກໍ​ແມ່ນ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ
ເຊັ່ນ​ກັນ. ຂ້າພະ​ເຈົ້າຫວັງ​ວ່າ ຈະ​ໄດ້​ເຮັດ​ວຽກຮ່ວມ​ກັນ​ກັບ​ບັນດາ​ຜູ້ນຳ​ທີ່​ວ່າ​ນີ້​ເພື່ອໃຫ້
​ໄດ້​ມາ​ຊຶ່ງ​ສັນຕິ​ພາບ ອັນ​ຖາວອນ​.”

​ເຊີນ​ຂົມ: ທ່ານ ທຣຳ ປະນາມ​ອີຣ່ານ ​ໃນ​ຂະນະ​ທີ່​າວ​ຄຳ​ຖະ​ແຫຼ​ງ ​ເມືອງ Jerusalem

Trump on Iran Conflict Uniting Middle East
please wait

No media source currently available

0:00 0:01:20 0:00

ນອກ​ນັ້ນ ປະທານາທິບໍດີ Abbas ຍັງ​ໄດ້​ກ່າວ​ວ່າ ທ່ານ​ກໍ​ຫວັງ​ໄວ້​ເຊັ່ນ​ກັນວ່າ ຈະ​ມີ​ການ
ບັນລຸ​ຂໍ້​ຕົກລົງ​ສັນຕິພາບ ແລະ​ພ້ອມ​ແລ້ວ​ທີ່​ຈະ​ເປັນຄູ່​ພາຄີ ​ໃນ​ອັນ​ທີ່​ທ່ານ​ເອີ້ນ​ວ່າ ​ພາລະ
ກິດ “ອັນ​ມີ​ກຽດ” ນີ້.

ການ​ເຈລະຈາ​ສັນຕິພາບຄັ້ງ​ສຸດ​ທ້າຍ ລະຫວ່າງ Israel ​ແລະ​ປາ​ແລ​ສ​ໄຕນ໌ ​ໄດ້​ແຕກ​ຫັກ
​ລົງ​ໃນ​ປີ 2014.

In Israel, Trump Touts Peace, Slams Iran
please wait

No media source currently available

0:00 0:02:15 0:00

ໝາຍ​ກຳໜົດ​ການ​ຂອງທ່ານ ທຣຳ ​ໃນ​ວັນ​ອັງຄານ​ມື້​ນີ້​ ​ແມ່ນ​ຍັງຮວມທັງ ການ​ໄປ​ຢ້ຽມຢາມ ອະນຸສອນ​ສະຖານ Holocaust ທີ່ Yad Vashem ​ແລະກ່າວ​ຄຳ​ປາ​ໄສທີ່​ນັ້ນ.

ທ່ານ​ໄດ້​ພົບ​ປະ​ກັບ​ທ່ານ Netanyahu ໃນ​ວັນ​ຈັນ​ວານ​ນີ້ ​ແລະ​ໄດ້​ຮັບການ​ສະໜັບ
ສະໜຸນ​ ຢ່າງ​ໄວວາ ​ໃນ​ຂະນະ​ທີ່ີທ່ານ​ກ່າວໂຈມ​ຕີ ​ການ​ຮຸກ​ຮານ​ແລະ​ຄວາມ​ໄຝ່ຝັນ​
ທາງ​ທະຫານ​ຂອງ​ອີຣ່ານ.

ປ. ດໍໂນລ ທຣຳ ແລະປ. Israel ທ່ານ Reuven Rivlin ເດີນຊົມພິທີກອງກຽດຕິຍົດ ໃນ Tel Aviv, 22 ພຶດສະພາ,2017.
ປ. ດໍໂນລ ທຣຳ ແລະປ. Israel ທ່ານ Reuven Rivlin ເດີນຊົມພິທີກອງກຽດຕິຍົດ ໃນ Tel Aviv, 22 ພຶດສະພາ,2017.

ທ່ານ​ທຣຳ ຍັງ​ໄດ້​ກ່າວ​ໂຈມ​ຕີ​ລັດຖະບານຂອງ​ອະດີດປະທາ​ນາທິບໍດີ​ ​ບາຣັກ ​ໂອ​ບາ​ມາ
ທີ່​ໄດ້ເຫັນ​ພ້ອມ​ກັບຂໍ້​ຕົກລົງ​ນາໆ​ຊາດ ປີ 2015 ​ເພື່ອ​ຢັບຢັ້ງ​ໂຄງການ​ອາວຸດ​ນິວ​ເຄລຍ
ຂອງ​ອີ​ຣ່ານ ​ໃນ​ການແລກປ່ຽນ​ກັບ​ການ​ຍົກເລີກການ​ລົງ​ໂທດຕໍ່ Tehran, ຊຶ່ງ​ເປັນຂໍ້
​ຕົກລົງທີ່ປະເທດ​ອິສຣາ​ແອ​ລ ​ຄັດ​ຄ້ານ​ຢ່າງ​ແຂງຂັນ ​ແຕ່​ວ່າ ບໍ່​ໄດ້​ປະສົບ​ຜົນສຳ​ເລັດ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ


ເຊີນຊົມ: ຢ້ຽມຢາມ ສະຖານທີ່ສັກສິດ Holy Sepulchre

Trump, First Lady Visit Church of Holy Sepulchre
please wait

No media source currently available

0:00 0:03:11 0:00

XS
SM
MD
LG