ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໔ ຕຸລາ ໒໐໒໓

ທ່ານ Trump ຕ້ອງຕິ ການຄວບຄຸມປືນ ທ່ານໂອບາມ ແລະ ທ່ານນາງ Clinton ຢູ່ບ່ອນ ໂຄສະນາຫາສຽງ


ຜູ້ສະໝັກເປັນປະທານາທິບໍດີ ສັງກັດພັກຣີພັບບລີກັນ ທ່ານ Donald Trump ພວມໂຄສະນາຫາສຽງ ທີ່ນະຄອນ Houston ລັດ Texas. (17 ມິຖຸນາ 2016)

ຜູ້ທີ່​ຄາດ​ວ່າ ​ຈະ​ໄດ້​ຮັບ​ການສະ​ເໜີ​ຊື່​ແຕ່ງຕັ້ງ​ເປັນ​ຜູ້​ສະໝັກ​ປະທານາທິບໍດີ​ຂອງພັກ​ຣີພັບ ບລີ​ກັນ ​ໄດ້​ໃຊ້​ຄຳ​ເວົ້າທີ່​ບໍ່​ສຸພາບ ​ໃນ​ການ​ໂຄສະນາ​ຫາ​ສຽງ​ທີ່​ລັດ​ເທັກຊັສ ​ໃນ​ຄືນວັນ​ສຸກ ວານ​ນີ້​ ໃນ​ການ​ກ່າວ​ເຖິງ​ມື​ປືນ ທ້າວ Omar Mateen ທີ່ໄດ້​ຍິງສັງຫານຢູ່​ບາ​ກະ​ເທີຍ​ໃນເມືອງ Orlando ລັດ Florida ທີ່​ໄດ້​ສັງຫານ 49 ຄົນ​ແລະ​ໄດ້​ຮັບ​ບາດ​ເຈັບ​ອີກ 53 ຄົນ.

ນອກ​ນັ້ນ ທ່ານ Donald Trump ຍັງ​ໄດ້​ກ່າວ​ຕໍ່​ຝູງ​ຊົນ​ເຖິງ​ຜົນ​ຂອງ​ຄ່ຳ​ຄືນ​ທີ່​ເສົ້າ​ໂສກ​ດັ່ງ ກ່າວອາດ​ຈະແຕກ​ຕ່າງ​ໄປ​ຈາກ​ນີ້ ຖ້າ​ພວກ​ທີ່​ໄປ​ທ່ຽວ​ບາຫາກ​ມີ​ອາ ວຸດ​ປືນ.

ມະຫາ​ເສດ​ຖີພັນ​ລ້ານ ​ກ່າວ​ຕໍ່​ຝູງ​ຊົນ​ທີ່​ພາກັນ​ໂຮ່ຮ້ອງ​ຊົມ​ເຊີຍ​ວ່າ “ຖ້າຈຳນວນ​ນຶ່ງ​ຂອງ​ຜູ້​ຄົນ​ເຫລົ່ານັ້ນຫາກ​ມີ​ປືນ​ຄັດ​ຢູ່ນີ້ ຄັດ​ໃສ່​ແອວ​ຫລື​ຫົວ​ເຂົ່າ​ຂອງ​ເຂົາ​ເຈົ້າ​ແລະທ້າວ​ໂຈນ​ຊົ່ວ​ອອກ​ມາ ​ແລະ​ເລີ້ມຍິງ​ສັງຫານ ​ແລະ​ນຶ່ງ​ໃນ​ຜູ້​ຄົນ​ທີ່ຢູ່​ໃນ​ຫ້ອງ​ບັງ​ເອີນມີ​ປືນແລະ​ກໍ​ເລີ້ມຍິງ​ຕອບ​ໂຕ້ ບຸ້ມ ບຸ້ມ ບຸ້ມ ພວກ​ທ່ານ​ຄົງ​ຮູ້​ວ່າ​ມັນຄົງ​ຈະ​ເປັນ​ພາບ​ທີ່​ສວຍ​ງາມ​ສຳລັບ​ສາຍຕາ.”

ພ້ອມ​ດຽວ​ກັນນີ້ ທ່ານ Trump ຍັງ​ໄດ້​ຕຳ​ໜິຕິຕຽນ ​ປະທານາທິບໍດີ​ບາຣັກ ​ໂອ​ບາມາ ຊຶ່ງ​ອີກຄັ້ງນຶ່ງ​ໄດ້​ຮຽກຮ້ອງ​ໃຫ້​ຄວບ​ຄຸມ​ປືນ​ເຄັ່ງ​ຄັດ​ຂຶ້ນກວ່າ​ເກົ່າ​ຫລັງ​ຈາກ​ໄດ້​ມີ​ການ​ສັງຫານ ໝູ່ຢູ່​ເມືອງ Orlando. ປະທານາທິບໍດີ​ໂອ​ບາ​ມາ ກຳລັງ​ພະຍາຍາມນຳ​ເອົາ​ເລື້ອງກໍ່​ການ​ຮ້າຍ​ ເຂົ້າມາ​ພົວພັນ​ກັບ​ປືນ ​ແລະ​ພວກ​ທ່ານ​ຄົງ​ຮູ້​ມັນ​ບໍ່​ແມ່ນ​ປືນ. ທ່ານ Trump ກ່າວ​ວ່າ “ມັນ​ບໍ່​ແມ່ນ​ປືນ ​ມັນ​ແມ່ນພວກ​ຫົວ​ຮຸນ​ແຮງ ມັນ​ແມ່ນ​ຄວາ​ມກຽດ​ຊັງ. ມັນ​ແມ່ນ​ຄວາມ​ກຽດ​ຊັງ​ທີ່​ຝັງ​ເລິກ​ຢູ່​ໃນ​ຈິດ​ໃຈ.”

ສ່ວນ​ຄູ່​ແຂ່ງ​ຂອງ​ທ່ານ Trump ຈາກ​ພັກ​ເດ​ໂມ​ແຄ​ຣັດກໍ​ບໍ່​ສາມາດ​ຫຼົບ​ຫຼີກ​ໄປຈາກ​ຄວາມ ໂກດ​ແຄ້ນ​ຂອງ​ທ່ານ​ໄດ້​ເຊັ່ນ​ດຽວ​ກັນ. ທ່ານ​ໄດ້​ກ່າວ​ຕໍ່​ພວກ​ສະໜັບສະໜຸນ​ທ່ານ​ວ່າ ທ່ານ​ນາງ Hillary Clinton ຢາກ​ອະນຸຍາດ​ໃຫ້​ພວກ​ອົບ​ພະຍົບ​ເຂົ້າມາ​ໃນ​ສະຫະລັດຈາກ​ປະ​ເທດ​ຕ່າງໆ ບ່ອນ​ທີ່​ພວກ​ເຂົາ​ເຈົ້າຕ້ອງການ ຢາກ​ສັງຫານ​ພວກ​ກະ​ເທີບ​ແລະ​ຈັບ​ເອົາ​ພວກ​ແມ່ຍິງ​ໄປ​ເປັນ​ຂ້າ​ທາດ ແລະ​ທ່ານນາງ Clinton ຢາກ​ໃຫ້​ພວກ​ເຂົາ ​ຫລັ່ງ​ໄຫລ​ເຂົ້າມາ​ໃນ​ປະ​ເທດ​ນີ້.

ພວກ​ຜູ້ນຳ​ ຂອງ​ພັກ​ຣີພັບ​ບລີ​ກັນ​ບາງ​ຄົນ ​ຂໍ​ຮ້ອງ​ໃຫ້​ທ່ານ Trump ຜ່ອນ​ເບົາ​ສຳນວນ​ໂວ ຫານ​ຂອງ​ທ່ານ​ລົງ ​ແຕ່​ທ່ານ​ໄດ້​ປະຕິ​ເສດ​ແບບ​ບໍ່​ເອົາ​ຫົວຊາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

XS
SM
MD
LG