ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ ທ​ຣຳ ຈັດ​ການ​ຊຸມ​ນຸມ ກັບ​ຜູ້​ສະ​ໜັບ​ສະ​ໜູນ ໃນ​ລັດ ມິ​ຊິ​ແກນ


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ປາ​ໄສ ໃນ​ລະ​ຫວ່າງ​ການ​ຊຸມ​ນຸມ​ໂຄ​ສະ​ນາ​ຫາ​ສຽງຢູ່​ສະ​ໜາມ​ກິ​ລາ Kellogg, ເມືອງ ແບັດ​ເທິ​ລ ຄ​ຣີກ, ລັດ ມິ​ຊິ​ແກນ. 18 ທັນ​ວາ, 2019. (AP Photo/ Evan Vucci)
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ປາ​ໄສ ໃນ​ລະ​ຫວ່າງ​ການ​ຊຸມ​ນຸມ​ໂຄ​ສະ​ນາ​ຫາ​ສຽງຢູ່​ສະ​ໜາມ​ກິ​ລາ Kellogg, ເມືອງ ແບັດ​ເທິ​ລ ຄ​ຣີກ, ລັດ ມິ​ຊິ​ແກນ. 18 ທັນ​ວາ, 2019. (AP Photo/ Evan Vucci)

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ຈັດ​ການ​ຊຸມ​ນຸມ​ກັບ​ບັນ​ດາ​ຜູ້​ສະ​ໜັບ​ສະ​ໜູນ ​ໃນ​ເມືອງ ແບັດ​ເທິ​ລ ຄ​ຣີກ (Battle Creek) ລັດ ມິ​ຊິ​ແກນ, ໃນ​ຂະ​ນະ​ທີ່​ສະ​ພາ​ຕ່ຳ ສະ​ຫະ​ລັດ ໄດ້​ເລີ່ມ​ລົງ​ຄະ​ແນນ​ສຽງ ກ່ຽວ​ກັບ ການ​ຟ້ອງ​ຮ້ອງ​ທ່ານ.

ທ່ານ ທ​ຣຳ ໄດ້​ຂຶ້ຶ້ນ​ເວ​ທີ​ສຳ​ລັບ​ການ​ຊຸມ​ນຸມ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ​ເປັນ​ຄັ້ງ​ສຸດ​ທ້າຍ​ຂອງ​ປີ ໃນ​ເວ​ລາ​ທີ່ສະ​ພາ​ຕ່ຳ​ ໄດ້​ເລີ່ມ​ລົງ​ຄະ​ແນນ​ສຽງ.

ທ່ານ ທ​ຣຳ ໄດ້​ກ່າວ​ຕໍ່​ສຽງ​ເຊຍ, ໃນ​ຂະ​ນະ​ທີ່​ສະ​ມາ​ຊິກ​ສະ​ພາ​ຕ່ຳ ທ່ານ ອາ​ດຳ ຊິ​ຟ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສືບ​ລັບ​ສະ​ພາ​ຕ່ຳ ໄດ້​ສະ​ເໜີການ​ຟ້ອງ​ຮ້ອງ​ສອງ​ຂໍ້​ວ່າ “ມັນ​ບໍ່​ໄດ້​ຮູ້​ສຶກ​ຄື​ວ່າ​ ພວກ​ເຮົາ​ກຳ​ລັງ​ຈະ​ຖືກ​ຟ້ອງ​ຮ​ອ້ງ.” ຫຼາຍ​ນາ​ທີ​ຕໍ່​ມາ, ທ່ານ​ກໍ​ຖືກ​ຟ້ອງ​ຮ້ອງ ​ໃນຂໍ້ທຳ​ອິດ.

ໃນ​ຂະ​ນະ​ທີ່​ສະ​ພາ​ຕ່ຳ​ໄດ້​ຜ່ານຈຸດ​ເລີ່ມຕົ້ນ​ຂອງ​ການ​ຮັບ​ຜ່ານ​ການ​ຟ້ອງ​ຂໍ້​ທີ​ສອງ​ນັ້ນ, ທ່ານ ທ​ຣຳ ໄດ້​ສືບ​ຕໍ່​ກ່າວ​ໃນ​ຄຳ​ປາ​ໄສ​ຂອງ​ທ່ານ​ຢູ່​ຕໍ່​ໜ້າ​ຝູງ​ຄົນ​ທີ່​ມີ​ຄວາມ​ກະ​ຕື​ລື​ລົ້ນນັ້ນ​, ​ໂດຍກ່າວ​ຢ້ຳ​ເຖິງຄວາມ​ສຳ​ຄັນ​ຂອງກອງ​ທັບ ແລະ ກອງ​ທັບ​ອະ​ວະ​ກາດ, ຄວາມ​ເຂັ້ມ​ແຂງ​ຂອງ​ເສດ​ຖະ​ກິດ ແລະ ການ​ລົງ​ທຶນ​ໂດຍຫຼາຍ​ບໍ​ລິ​ສັດ​ໃນ​ລັດ ມິ​ຊິ​ແກນ.

ທ່ານ​ໄດ້​ກ່າວ​ວ່າ “ພວກ​ທ່ານ​ກັບ​ຄືນ​ມາ​ແລ້ວ, ຂ້າ​ພະ​ເຈົ້າ​ພູມ​ໃຈ​ກັບ​ພວກ​ທ່ານຫຼາຍ.”

ທ່ານ​ໄດ້​ທຳ​ນາຍກ່ຽວ​ກັບ “ຝ່າຍ​ຊ້າຍ​ຫົວ​ຮຸນ​ແຮງ” ດ້ວຍ​ຄວາມ​ໂມ​ໂຫ ແລະ ອິດ​ສາ​ວ່າ “ຂ້າ​ພະ​ເຈົ້າ​ມີ​ເສດ​ຖະ​ກິດ​ທີ່​ດີ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ຂອງ​ປະ​ເທດນີ້. ຖ້າ​ນາງ ຮິ​ລ​ແລ​ຣີ ທີ່​ສໍ້​ໂກງ​ນັ້ນ​ໄດ້​ຊະ​ນະ​ການ​ເລືອກ​ຕັ້ງ ເສ​ດ​ຖະ​ກິດ​ຄົງ​ຈະ​ພັງ​ລົງ​ແລ້ວ.”

ທ່ານ ທ​ຣຳ ໄດ້​ກ່າວ​ໂຈມ​ຕີ​ພັກ​ເດ​ໂມ​ແຄ​ຣັດ​ຢ່າງ​ຕໍ່​ເນື່ອງ​ສຳ​ລັບ​ສິ່ງ​ທີ່​ທ່ານ​ເອີ້ນ​ວ່າ “ຍຸກ​ເວ​ລາ​ທີ່​ມືດ​ມົວຫຼາຍ.”

ທ່ານ​ໄດ້​ກ່າວ​ຕໍ່​ຝູງ​ຄົນ​ວ່າ “ການ​ຟ້ອງ​ຮ້ອງ​ໂດຍ​ພັກ​ການ​ເມືອງ​ດຽວ​ທີ່ບໍ່​ເປັນ​ໄປ​ຕາມ​ກົດ​ໝາຍ​ນັ້ນ ​ແມ່ນ​ການ​ເດີນ​ຂະ​ບວນ​ຂ້າ​ໂຕ​ຕາຍ​ທາງ​ການ​ເມືອງ​ສຳ​ລັບ​ພັກ​ເດ​ໂມ​ແຄ​ຣັດ. ພວກ​ທ່ານ​ໄດ້​ເຫັນ​ການ​ຢັ່ງ​ຫາງ​ສຽງ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ສີ່​ອາ​ທິດ​ທີ່​ຜ່ານ​ມາ​ແລ້ວ​ບໍ?”

ໃນ​ຕອນ​ເຊົ້າ​ຂອງວັນ​ພຸດ​ວານນີ້, ທ່ານ ທ​ຣຳ ໄດ້​ຢູ່​ໃນ​ທີ່​ພັກ​ທຳ​ນຽບ​ຂາວ​ຂອງ​ທ່ານ ໂດຍບໍ່​ມີ​ງານ​ສາ​ທາ​ລະ​ນະ​ໃນ​ຕາ​ຕະ​ລາງ​ຂອງ​ທ່ານ ນອ​ກ​ຈາກ​ການ​ຊຸ​ມ​ນຸມ​ດັ່ງ​ກ່າວ ແຕ່​ທ່ານ​ໄດ້​ທຳ​ການ​ພິ​ຈາ​ລະ​ນາ​ໃນ​ທວິດ​ເຕີຫຼາຍ​ຄັ້ງ, ເຊິ່ງ​ຂໍ້​ຄວາມ​ໃນ​ຕອນ​ທ່ຽງ​ທ່ານ​ໄດ້​ຂຽນ​ວ່າ: ການ​ຂີ້​ຕົວະ​ທີ່​ໂຫດ​ຮ້າຍ​ໂດຍ​ພວກ​ຝ່າຍ​ຊ້າຍ​ຫົວ​ຮຸນ​ແຮງ, ບໍ່​ໄດ້​ເຮັດ​ຫຍັງ​ທີ່​ເປັນ​ປະ​ຊາ​ທິ​ປະ​ໄຕ. ນີ້​ແມ່ນ​ການ​ດູ​ໝິ່ນ​ຕໍ່ ອາ​ເມ​ຣິ​ກາ, ແລະ ເປັນ​ການ​ດູ​ໝິ່ນ​ຕໍ່​ພັກ​ຣີ​ພັບ​ບ​ລີ​ກັນ.

ໃນ​ຂະ​ນະ​ທີ່​ທ່ານ ທ​ຣຳ ໄດ້​ສືບ​ຕໍ່​ກ່າວ​ຄຳ​ປ​າ​ໄສ​ຕໍ່​ຝູງ​ຄົນ​ຢູ່​ນັ້ນ, ສະ​ພາ​ຕ່ຳ​ກໍ​ໄດ້​ລົງ​ຄະ​ແນນ​ສຽງ​ເພື່ອ​ຟ້ອງ​ຮ້ອງ​ທ່ານຢ່າງກວ້​າງ​ຂວາງ ​ຕາມ​ຖັນ​ແຖວ​ຂອງ​ພັກ​ພ້ອມ​ກັບ​ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລີ​ກັນ​ທຸກ​ຄົນ ​ສາ​ມັກ​ຄີ​ກັນ ​ສະ​ໜັບ​ສະ​ໜູນ​ທ່ານ ທ​ຣຳ. ທ່ານ ທ​ຣຳ ໄດ້​ກ່າວ​ເຖິງ​ການ​ລົງ​ຄະ​ແນນສຽງ​ໃນ​ຄຳ​ປາ​ໄສ​ຂອ​ງ​ທ່ານ, ໂດຍ​ກ່າວ​ເນັ້ນ​ວ່າ ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ​ສາມ​ຄົນ​ໄດ້​ລົງ​ຄະ​ແນນ​ສຽງ​ຄັດ​ຄ້ານ​ການ​ຟ້ອງ​ຮ້ອງ​ຕໍ່ທ່ານ, ເຊິ່ງ​ໄດ້​ເຮັດ​ໃຫ້​ເກີດ​ສຽງ​ຮ້ອງ​ໂຮ​ສະ​ໜັ່ນ​ຈາກ​ຜູ້​ຟັງ.

U.S. President Donald Trump rallied supporters in Battle Creek, Michigan, as the U.S. House of Representatives began voting on impeaching him.

Trump took to the stage for his last campaign rally of the year as the House began voting.

"It doesn't feel like we're being impeached," Trump said, to cheers, as Congressman Adam Schiff, the Democratic chairman of the House Intelligence Committee,introduced the two articles of impeachment. Minutes later, he was impeached on the first article.

As House passed the threshold to pass the second article, Trump continued his speech in front of an energetic crowd, highlighting the military and Space Force, the strength of the economy and the investments made by numerous companies in Michigan.

"You're back, very proud of you," he said.

He cast "the radical left" as consumed with rage and envy, saying, "I have the greatest economy in the history of this country. If crooked Hillary won the economy would have crashed."

Trump continuously blastedDemocrats for what he called "a very dark era."

"Thislawless partisan impeachment is a political suicide march for the Democrat party," he told the crowd. "Have you seen my polls in the last four weeks?"

Earlier in the day, Trump stayed at his White House residence with no public events on his schedule except for the rally — but he did weigh in on Twitter several times, tweeting midday:"SUCH ATROCIOUS LIES BY THE RADICAL LEFT, DO NOTHING DEMOCRATS. THIS IS AN ASSAULT ON AMERICA, AND AN ASSAULT ON THE REPUBLICAN PARTY!!!!"

As Trump continued addressing the crowd, the House voted to impeach him largely along party lineswith all Republicans united behind Trump. Trump mentioned the vote in his speech, noting that three Democrats voted against his impeachment, which drew roars from the audience.

XS
SM
MD
LG