ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໙ ມິຖຸນາ ໒໐໒໓

ມີການປະທ້ວງ ຕໍ່ຕ້ານ ການໂຄສະນາ ຫາສຽງ ຂອງທ່ານ Trump


ຜູ້ຊາຍຄົນນຶ່ງ ເອົາມືປົກໜ້າ ຫລັງຈາກຖືກສີດສະເປໝາກເຜັດ ໃນການປະທ້ວງ ຢູ່ນອກບ່ອນໂຄສະນາຫາສຽງ ຂອງທ່ານ Donald Trump ທີ່ນະຄອນ San Diego ລັດແຄລີຟໍເນຍ.

ພວກ​ປະ​ທ້ວງ​ປະມານ 1,000 ຄົນພາກັນ​ເດີນ​ຂະ​ບວນ​ແລະ​ຮ້ອງ​ໂຮ​ຢູ່​ນອກ​ສູນປະຊຸມ​ໃນ ນະຄອນ San Diego ​ໃນ​ຂະນະ​ທີ່ ຜູ້​ສະໝັກ ​ຊຶ່ງ​ຄາດ​ວ່າ ​ຈະ​ໄດ້​ຮັບ​ການ​ສະ​ເໜີແຕ່ງຕັ້ງ​ເປັນ​ຜູ້ຕາງໜ້າ​ຂອງ​ພັກຣີພັບ​ບລີກັນ ທ່ານ Donald Trump ຖະ​ແຫຼງຕໍ່​ພວກ​ສະໜັບສະ ໜຸນ​ຢູ່​ຂ້າງ​ໃນ.

ພວກ​ປະ​ທ້ວງທີ່​ພາກັນ​ໂບກ​ທຸງຊາດ​ສະຫະລັດ​ແລະ​ເມັກ​ຊິ​ໂກໄດ້​ປະ​ເຊີນ​ໜ້າ​ກັບຕຳຫຼວດ ຢູ່​ໃນ​ນະຄອນ​ທີ່​ຕັ້ງຢູ່​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ສະຫະລັດ ຊຶ່ງຫ່າງ​ຈາກ​ຊາຍ​ແດນ ເມັກ​ຊິ​ໂກ​ແຕ່​ພຽງ 24 ຫຼັກກິ​ໂລ​ແມັດ ແລະ​ນຶ່ງ​ສ່ວນ​ສາມ ຂອງປະຊາຊົນ​ໃນເມືອງ​ດັ່ງກ່າວ ເປັນ​ຊາວອາ​ເມຣິກາ​ລາ​ຕິນ​.

ຕຳຫຼວດກ່າວ​ວ່າ ຕົນ​ໄດ້​ຈັບ 3 ຄົນ ຮວມທັງ​ຊາຍ​ຄົນ​ນຶ່ງ ​ທີ່​ໄດ້​ປີນ​ຂ້າມ​ເຄື່ອງ​ກີດຂວາງ​ທີ່ ນຳ​ມາຕັ້ງ​ໄວ້​ ເພື່ອ​ແຍກ​ພວກ​ປະ​ທ້ວງ ​ແລະຕຳຫຼວດອອກ​ຈາກ​ກັນ. ການ​ຈັບ​ກຸມ​ດັ່ງກ່າວ ເຮັດ​ໃຫ້​ພວກ​ປະ​ທ້ວງ​ສີດ​ນ້ຳ ແລະ​ແກວ່ງ​ແກ້ວ​ປລາສຕິກ​ເປົ່າ​ເຂົ້າ​ໃສ່​ຕຳຫຼວດ.

ຕຳຫລວດຈັບແມ່ຍິງຄົນນຶ່ງ ຢູ່ນອກບ່ອນໂຄສະນາຫາສຽງຂອງທ່ານ Donald Trump ທີ່ເມືອງ Fresno ລັດແຄລີຟໍເນຍ.
ຕຳຫລວດຈັບແມ່ຍິງຄົນນຶ່ງ ຢູ່ນອກບ່ອນໂຄສະນາຫາສຽງຂອງທ່ານ Donald Trump ທີ່ເມືອງ Fresno ລັດແຄລີຟໍເນຍ.

ກ່ອນ​ໜ້ານັ້ນ​ໃນ​ວັນ​ສຸກ​ວານ​ນີ້ ພວກ​ປະ​ທ້ວງ​ຈຸ​ນ້ອຍໆ​ກຸ່ມ​ນຶ່ງ​ໄດ້​ໂຮມ​ຊຸມນຸມ​ກັນ​ຂະນະ​ທີ່ ທ່ານ Trump ຖ​ະ​ແຫຼງຕໍ່​ພວກ​ສະໜັບສະໜຸນ​ຢູ່​ທີ່​ເມືອງ Fresno ​ໃນ​ເຂດ​ພາກ​ກາງຂອງ ລັດ​ແຄ​ລີ​ຟໍ​ເນຍ​ໂດຍ​ກ່າວ​ວ່າ ທ່ານ​ສາມາດ​ແກ້​ໄຂ​ບັນຫາ​ຂາດແຄນ​ນ້ຳຂອງ​ພວກ​ເຂົາ​ເຈົ້າ ໄດ້​ໂດຍ​ປະກາດ​ວ່າບໍ່​ມີໄພ​ແຫ້ງ​ແລ້ງ​ໃດໆ.

ທ່ານ Trump ​ໄດ້​ກ່າວ​ຫາ​ເຈົ້າໜ້າ​ທີ່​ລັດ​ແຄ​ລີ​ຟໍ​ເນ​ຍວ່າ ປະຕິ​ເສດ​ບໍ່ຍອມ​ປ່ອຍ​ນ້ຳ​ໄປໃຫ້ ຊາວ​ສວນ​ໃນ​ເຂດຮ່ອມ​ພູ​ພາກ​ກາງ ຂອງ​ລັດ​ດັ່ງກ່າວ ​ເພື່ອ​ວ່າ​ເຂົາ​ເຈົ້າຈະ​ໄດ້​ປ່ອຍ​ລົງທະ ເລເພື່ອ​ປົກ​ປ້ອງ​ປາ​ບາງ​ຊະນິດ​ທີ່​ຍາວ​ປະມານ 3 ນິ້ວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG