ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ທຣຳ ຈະສັ່ງໃຫ້ ກຊ ຍຸຕິທຳ ສອບສວນ ກ່ຽວກັບຂໍ້ກ່າວຫາທີ່ວ່າ ມີການສອດແນມ ການໂຄສະນາຫາສຽງເລືອກຕັ້ງ ໃນປີ 2016


ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ສະແດງທ່າທີ ໃນຂະນະທີ່ ກ່າວໃຫ້ຄຳເຫັນ ຢູ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 18 ພຶດສະພາ 2018.
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ສະແດງທ່າທີ ໃນຂະນະທີ່ ກ່າວໃຫ້ຄຳເຫັນ ຢູ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 18 ພຶດສະພາ 2018.

ປະທານາທິບໍດີ ສະຫະຣັດ ທ່ານ ດໍໂນລ ທຣຳ ກ່າວວ່າ ທ່ານຈະອອກຄຳສັ່ງໃຫ້ສືບສວນ
ໃນວັນຈັນມື້ນີ້ ໃນເລື່ອງຂໍ້ກ່າວອ້າງທີ່ວ່າ ຜູ້ຊ່ອຍພວກແອັຟບີອາຍ ໄດ້ແຊກແຊງເຂົ້າໃນ
ການໂຄສະນາຫາສຽງເລືອກຕັ້ງປີ 2016 ເປັນການຈັດຕັ້ງປະຕິບັດ ສຳລັບ ອັນທີ່ອາດ
ຈະເປັນ ການທ້າທາຍບົ່ມຊ້ອນ ຕໍ່ກະຊວງຍຸຕິທຳ.

ທ່ານທຣຳ ໄດ້ຂຽນລົງທາງທວິດເຕີ້ ໃນວັນອາທິດວານນີ້ວ່າ “ໃນທີ່ນີ້ ຂ້າພະເຈົ້າ ອອກ
ຄຳສັ່ງ ແລະມື້ອື່ນ ກໍຈະເຮັດຄືກັນ ຢ່າງເປັນທາງການ ວ່າໃຫ້ ກະຊວງຍຸຕິທຳ ຊອກ
ຄົ້ນຫາວ່າ ທາງການ ແອັຟບີອາຍ\ກັບ ກຊ ຍຸຕິທຳ ໄດ້ແຊກຊືມ ຫຼືສອດແນມເບິ່ງ
ການໂຄສະນາຫາສຽງຂອງ ທຣຳ ເພື່ອຈຸດປະສົງທາງດ້ານການເມືອງ ຫຼືບໍ່ ແລະ
ຖ້າວ່າຫາກມີຄຳສັ່ງ ຫຼືຄຳຂໍຮ້ອງດັ່ງກ່າວ ຈາກບຸກຄົນໃດ ຢູ່ໃນຣັດຖະບານ ໂອບາມາ.”

ຮອງລັດຖະມົນຕີ ກະຊວງຍຸຕິທຳ ທ່ານ ຣອດ ໂຣສເຊັນໄຕນ໌ (Rod Rosenstein) ກ່າວໃນກອງປະຊຸມຖະແຫລງຂ່າວ ຢູ່ທີ່ກະຊວງຍຸຕິທຳ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 23 ມີນາ 2018.
ຮອງລັດຖະມົນຕີ ກະຊວງຍຸຕິທຳ ທ່ານ ຣອດ ໂຣສເຊັນໄຕນ໌ (Rod Rosenstein) ກ່າວໃນກອງປະຊຸມຖະແຫລງຂ່າວ ຢູ່ທີ່ກະຊວງຍຸຕິທຳ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 23 ມີນາ 2018.

ໃນເວລາຕໍ່ມາ ຂອງວັນອາທິດວານນີ້ ກຊ ຍຸຕິທຳ ໄດ້ປະກາດວ່າ ຕົນໄດ້ຂໍໃຫ້ ຜູ້ກວດ
ກາທົ່ວໄປ ຂະຫຽາຍອອກ ການທົບທວນໃນປັດຈຸບັນ ເລື່ອງກົດໝາຍ ກ່ຽວກັບ ການ
ສອດແນມຂອງຕ່າງປະເທດທີ່ເອີ້ນວ່າ “ການຈັດຕັ້ງປະຕິບັດ ທີ່ລວມທັງການຕັດສິນ
ໃຈວ່າ ຫາກມີກະທຳທີ່ບໍ່ເໝາະສົມ ຫຼື ແຮງຊຸກຍູ້ໃດໆ ທາງດ້ານການເມືອງ ທີ່ວ່າ
ພວກແອັຟບີອາຍ ເຮັດວຽກແນວໃດ ໃນການຕ້ານການສືບສວນ ກ່ຽວກັບການສອດ
ແນມ ຂອງບຸກຄົນທີ່ຖືກສົງໄສວ່າ ມີສ່ວນກ່ຽວຂ້ອງກັບ ນັກສືບຣັດເຊຍ ຜູ້ທີ່ແຊກແຊງ
ເຂົ້າໃນການເລືອກຕັ້ງ ປະທານາທິບໍດີ ໃນປີ 2016”
ຊຶ່ງ ໄດ້ກ່າວຢູ່ໃນຄຳຖະແຫຼງ
ຕອນນຶ່ງຂອງໂຄສົກຂອງ ກະຊວງຍຸຕິທຳ ທ່ານນາງ ແຊຣາ ອິສເກີຣ ຟລໍເຣັສ (Sarah
Isgur Flores) ນັ້ນ.

ຮອງລັດຖະມົນຕີ ກະຊວງຍຸຕິທຳ ທ່ານ ຣອດ ໂຣສເຊັນໄຕນ໌ (Rod Rosenstein)
ກ່າວວ່າ “ຖ້າມີຜູ້ໃດ ຫາກແຊກຊຶມເຂົ້າໄປ ຫຼື ທຳການສອດແນມແທ້ ໃນການໂຄ
ສະນາຫາສຽງດັ່ງກ່າວ ເພື່ອຈຸດປະສົງ ຂອງການກະທຳ ທີ່ບໍ່ເໝາະສົມນັ້ນ ພວກເຮົາ
ຈຳເປັນຈະຕ້ອງໄດ້ຮູ້ ແລະກໍຈະເອົາບາດກ້າວ ອັນສົມຄວນ.”

ອ່ານຂາວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG