ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ດ່າບັນດາສະມາຊິກສະພາພັກເດໂມ
ແຄຣັດ ກ່ຽວກັບການຟ້ອງຮ້ອງຕໍ່ທ່ານໃນວັນອັງຄານວານນີ້ ໃນຂະນະທີ່ ປະເຊີນໜ້າ
ທາງກົດໝາຍ ໄດ້ດຳເນີນຕໍ່ ກ່ຽວກັບ ການດຳເນີນຄະດີຟ້ອງຮ້ອງຢູ່ສະພາສູງ.
ປະທານາທິບໍດີທຣຳ ໄດ້ກ່າວຕໍ່ບັນດານັກຂ່າວ ທີ່ບ້ານພັກຕາກອາກາດ Mar-a-Lago ຂອງທ່ານໃນເມືອງ Palm Beach ລັດຟລໍຣິດາ.
ປະທານາທິບໍດີທຣຳ ຍັງແນເປົ້າຢ່າງສະເພາະເຈາະຈົງໃສ່ ປະທານສະພາຕ່ຳ
ທ່ານນາງແນນຊີ ເພີໂລຊີ ສຳລັບການເລື່ອນເວລາສົ່ງມາດຕະການຟ້ອງຮ້ອງໄປຫາ
ພັກຣີພັບບລິກັນ ທີ່ຄວບຄຸມສະພາສູງ ຢ່າງບໍ່ມີກຳນົດ ສະນັ້ນການດຳເນີນຄະດີຈຶ່ງ
ສາມາດເລີ້ມຂຶ້ນ.
ທ່ານໄດ້ປະກາດວ່າ “ທ່ານນາງກຽດຊັງຄົນທັງໝົດທີ່ປ່ອນບັດເອົາຂ້າພະເຈົ້າ ແລະ
ພັກຣີພັບບລິກັນ. ທ່ານນາງກຳລັງສ້າງຄວາມເສຍຫາຍຕໍ່ປະເທດ.”
ໃນການລົງຄະແນນສຽງທີ່ເກືອບວ່າເປັນການລົງຄະແນນໂດຍສະມາຊິກພັກການ
ເມືອງດຽວທັງໝົດນັ້ນ. ພັກເດໂມແຄຣັດທີ່ຄວບຄຸມສະພາຕ່ຳ ໄດ້ຮັບຮອງສອງມາດ
ຕາ ການຟ້ອງຮ້ອງຕໍ່ປະທານາທິບໍດີ ທຣຳ ໃນວັນພຸດແລ້ວນີ້ ເຮັດໃຫ້ທ່ານເປັນປະ
ທານາທິບໍດີຄົນທີສາມເທົ່ານັ້ນທີ່ຖືກຟ້ອງຮ້ອງ ໃນ 243 ປີ ຂອງປະເທດ. ທ່ານໄດ້
ຖືກກ່າວຫາລະເມີດອຳນາດຂອງປະທານາທິບໍດີ ເພື່ອຜົນປະໂຫຍດການເມືອງແກ່
ຕົນເອງ ແລະຍັງຂັດຂວາງຄວາມພະຍາຍາມຂອງລັດຖະສະພາໃນການສືບສວນ
ການກະທຳຂອງທ່ານ. ອາທິດແລ້ວນີ້ ຜູ້ນຳສະພາສູງພັກຣີພັບບລິກັນ ທ່ານ ມິຈ໌
ແມັກຄອນແນລ ໄດ້ປະຕິເສດການຮຽກຮ້ອງຂອງຜູ້ນຳສະພາສູງພັກເດໂມແຄຣັດ
ທ່ານຈັກ ຊູເມີຣ ເພື່ອຟັງຄຳໃຫ້ການຈາກເຈົ້າໜ້າທີ່ ສີ່ທ່ານ ລະຫວ່າງການດຳເນີນ
ຄະດີຟ້ອງຮ້ອງຢູ່ສະພາສູງ ຮວມທັງອະດີດທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ທ່ານ
ຈອນ ໂບລຕັນ ແລະຫົວໜ້າທີ່ປຶກສາທຳນຽບຂາວ ຊົ່ວຄາວ ທ່ານມິກ ມາລເວນີ. ພວກ
ເຈົ້າໜ້າທີ່ໄດ້ປະຕິເສດທີ່ຈະລາຍງານລະຫວ່າງການຟ້ອງຮ້ອງຂອງສະພາຕ່ຳ ຕໍ່ປະ
ທານາທິບໍດີ. ໃນວັນຈັນທີ່ຜ່ານມາ ເຖິງຢ່າງໃດກໍດີ ທ່ານແມັກຄອນແນລ ໄດ້ຜ່ອນເບົາ
ທ່າທີຂອງທ່ານ ໂດຍກ່າວວ່າສະມາຊິກພັກຣີພັບບລິກັນ ຍັງບໍ່ທັນໄດ້ປະຕິເສດການ
ຮຽກຕົວສັກຂີພິຍານໃນການດຳເນີນຄະດີຂອງທ່ານ ທຣຳ.
ທ່ານແມັກຄອນແນລ ໃນລາຍການໂທລະພາບ “Fox & Friends” ວ່າ ພວກເຮົາຍັງ
ບໍ່ໄດ້ປະຕິເສດສັກຂີພິຍານທັງຫຼາຍເທື່ອ. “ພວກເຮົາໄດ້ເວົ້າວ່າ “ມາຮັບມືກໍລະນີນີ້ຄື
ດັ່ງທີ່ພວກເຮົາໄດ້ເຮັດກັບ ປະທານາທິບໍດີຄລິນຕັນ “ຍຸຕິທຳກໍຄືຍຸຕິທຳ.”
ນອກຈາກການໃຫ້ປາກຄຳຂອງສັກຂີພິຍານຄົນສຳຄັນນັ້ນ, ທ່ານ ຊູເມີຣ ກ່າວໃນວັນ
ຈັນທີ່ຜ່ານມາວ່າ ທ່ານຍັງຕ້ອງການອີແມລທີ່ກ່ຽວຂ້ອງ ແລະເອກກະສານອື່ນໆທີ່ “ຈະ
ເປີດເຜີຍ ກ່ຽວກັບ ການຕັດສິນໃຈຂອງລັດຖະບານດັ່ງກ່າວ ກ່ຽວກັບ ຄວາມຊັກຊ້າ
ໃນການຮັກສາທຶນໃຫ້ແກ່ ຢູເຄຣນ.”