ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນັກກິລາ NFL ສະຫະລັດ ຄັດຄ້ານທ່ານ ທຣຳ ດ້ວຍການປະທ້ວງ ໃນລະຫວ່າງ ການເຄົາລົບເພງຊາດ


ນັກກິລາທີມ Jacksonville Jaguars ເກາະແຂນ ແລະ ຂຸເຂົ່າລົງ ໃນລະຫວ່າງ ການເປີດເພງຊາດ ສະຫະລັດ ກ່ອນການແຂ່ງຂັນກິລາ ຟຸດບອລ NFL ກັບທີມ Baltimore Ravens ຢູ່ສະໜາມກິລາ Wembley ນະຄອນຫຼວງ ລອນດອນ, ອັງກິດ. 24 ກັນຍາ, 2017.
ນັກກິລາທີມ Jacksonville Jaguars ເກາະແຂນ ແລະ ຂຸເຂົ່າລົງ ໃນລະຫວ່າງ ການເປີດເພງຊາດ ສະຫະລັດ ກ່ອນການແຂ່ງຂັນກິລາ ຟຸດບອລ NFL ກັບທີມ Baltimore Ravens ຢູ່ສະໜາມກິລາ Wembley ນະຄອນຫຼວງ ລອນດອນ, ອັງກິດ. 24 ກັນຍາ, 2017.

ນັກກິລາຫຼາຍຮ້ອຍຄົນ, ບັນດາຜູ້ຝຶກສອນ ແລະ ເຈົ້າຂອງທີມ ໃນທົ່ວຄະນະກິລາ ຟຸດ
ບອລແຫ່ງຊາດ ຫຼື NFL ໄດ້ຂັດຄ້ານປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ
ໃນວັນອາທິດວານນີ້ ດ້ວຍການຂຸເຂົ່າລົງ ແລະ ເກາະແຂນສາມັກຄີກັນ ແທນທີ່ຈະຢືນ
ຂຶ້ນ ໃນເວລາຫຼິ້ນເພງຊາດ ໃນຕອນເລີ່ມຕົ້ນການແຂ່ງຂັນຂອງເຂົາເຈົ້ານັ້ນ.

ພວກນັກກິລາດັ່ງກ່າວເວົ້າວ່າ ການປະທ້ວງຂອງເຂົາເຈົ້າ ມີເຈຕະນາທີ່ຈະສ້າງຈຸດສົນ
ໃຈຕໍ່ຄວາມບໍ່ເທົ່າທຽມກັນ ໃນການປະຕິບັດຕໍ່ຄົນກຸ່ມນ້ອຍໃນ ສະຫະລັດ, ລວມທັງ
ເຫດການຄວາມໂຫດຮ້າຍທີ່ຕຳຫຼວດໄດ້ປະຕິບັດຕໍ່ຄົນ ອາເມຣິກັນຜິວດຳ.

ນັກກິລາກອງຫຼັງຂອງທີມ Seattle Seahawks ທ້າວ Richard Sherman ກ່າວວ່າ
“ມັນມີຄວາມບໍ່ເທົ່າທຽມກັນຢູ່ຂ້າງນອກ, ມັນບໍ່ມີຄວາມເສລີພາບ ແລະ ຄວາມຍຸຕິທຳ
ສຳລັບພວກເຮົາທຸກຄົນ, ແລະ ຂ້າພະເຈົ້າໄດ້ຄິດມາເປັນເວລາດົນສົມຄວນ, ຢ່າງ
ໜ້ອຍເປັນປີແລ້ວ, ໄດ້ປະທ້ວງດ້ວຍການຂຸເຂົ່າ, ນັ່ງລົງ, ແລະ ຍົກກຳປັ້ນຂຶ້ນ.. ແຕ່
ສຽງຂອງເຂົາເຈົ້າກໍໄດ້ຖືກເມີນເສີຍ.”

ການປະທ້ວງໄດ້ເລີ່ມຂຶ້ນປີກາຍນີ້ ເມື່ອກອງຫຼັງຂອງທີມ San Francisco 49ers
ທ້າວ Colin Kaepernick ໄດ້ປະຕິເສດ ທີ່ຈະຢືນຂຶ້ນໃນລະຫວ່າງການເຄົາລົບເພງ
ຊາດ ໃນການປະທ້ວງຕໍ່ການກະທຳຂອງຕຳຫຼວດຕໍ່ຄົນກຸ່ມນ້ອຍ. ລະດູການນີ້, ບໍ່ມີ
ທີມໃດຈ້າງລາວຫຼິ້ນໃຫ້, ແລະ ຜູ້ສະໜັບສະໜູນບາງຄົນເຊື່ອວ່າ ເຈົ້າຂອງທີມກິລາ
ຟຸດບອລອາເມຣິກັນ ຫຼື NFL ຫຼີກລ່ຽງລາວຍ້ອນບັນຫານັ້ນ.

ນັກກິລາ NFL ຈຳນວນນ້ອຍຄົນອື່ນໆ ກໍໄດ້ເລີ່ມທຳການປະທ້ວງດ້ວຍການຂຸເຂົ່າລົງ
ເຊັ່ນກັນ ກ່ອນການແຂ່ງຂັນໃນວັນອາທິດວານນີ້, ເຊັ່ນດຽວກັບບັນດານັກກິລາຈາກ
ສະມາຄົມກິລາບາສແກັດບອລ ແມ່ຍິງ ແຫ່ງຊາດ, ນັກກິລາຄົນນຶ່ງຈາກທີມເຕະບານ
ຍິງ ສະຫະລັດ, ແລະ ໃນວັນເສົາທີ່ຜ່ານມາ ກໍມີນັກກິລາຄົນນຶ່ງຈາກ ການແຂ່ງຂັນກິ
ລາເບສບອລ ລະດັບ Major League. ແຕ່ວັນອາທິດວານນີ້ ໄດ້ເປັນຂີດໝາຍຂອງ
ການແຜ່ຂະຫຍາຍຄັ້ງໃຫຍ່ ລຸນຫຼັງການກ່າວວິພາກວິຈານເມື່ອບໍ່ດົນມານີ້ ຈາກທ່ານ
ທຣຳ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG