ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໓໑ ພຶດສະພາ ໒໐໒໓

ປ. ທຣໍາ ແລະຊາ​ວດີເວົ້າວ່າ ​ອ່າວເປີເຊຍ​ຕ້ອງ​ສາມັກຄີ​ກັນ ​ຕ້ານພວກກໍ່ການຮ້າຍ


(ແຕ່ຂວາຫາຊ້າຍ) ກະສັດ Abdullah II ແຫ່ງ ຈໍແດນ, ກະສັດ Salman bin Abdulaziz Al Saud ແຫ່ງຊາວດີ, ປະທານປະເທດສະຫະລັດ, ທ. ດໍໂນລທຣໍາ, ແລະເຈົ້າຊາຍ Abu Dhabi Crown Prince Sheikh Mohammed bin Zayed al-Nahyan ຖ່າຍຮູບນໍາກັນໃນກອງປະຊຸມສຸດຍອດ ລະຫວ່າງ ປະເທດອາຣັບທີ່ນັບຖືສາດສະໜາອິສລາມ ແລະ ອາເມຣິກາ ໃນນະຄອນ Riyadh ໃນວັນທີ 21 ພຶດສະພາ 2017

ທໍານຽບຂາວ​ກ່າວ​ວ່າ ປະທານາທິບໍດີ ດໍ​ໂນ​ລທຣໍາ ​ແລະພະຣາຊາ Salman bin
Abdulaziz Al Saud ຂອງ​ຊາ​ວດີ ​ໄດ້​ໂອ້​ລົມ​ກັນ​ທາງ​ໂທລະສັບ ​ແລະ​ທັງ​ສອງ​ທ່ານ
​ໄດ້​ເນັ້ນໜັກ​ວ່າ ​ອ່າວເປີເຊຍ​ຕ້ອງມີ​ຄວາມ​ສາມັກຄີ​ກັນ ພາຍຫລັງ​ທີ່​ບັນດາ​ປະ​ເທດ
​ອາຣັບຢູ່​ໃນ​ພາກພື້ນດ່ັງກ່າວ ​ໄດ້​ຕັດສິນ​ໃຈ​ທີ່​ຈະ​ຕັດການພົວພັນ​ກັບກາ​ຕາ. ​

ຄໍາ​ຖະ​ແຫລງ​ທີ່​ໄດ້ເຜີຍ​ແຜ່​ອອກ​ໃນ​ວັນ​ອັງຄານ​ວານ​ນີ້ ​ເວົ້າວ່າ​ ທັງ​ສອງ​ທ່ານ​ໄດ້ ສົນ
ທະນາ​ກັນ ກ່ຽວກັບ "​ເປົ້າໝາຍອັນ​ສໍາ​ຄັນ​ທີ່​ສຸດ ​ໃນ​ການ​ປ້ອງ​ກັນ​ບໍ່​ໃຫ້​ມີ​ອົງການ​ທີ່
​ໃຫ້ການ​ສະໜັບສະໜຸນທາງ​ການ​ເງິນ​ແກ່ ພວກ​ກໍ່ການ​ຮ້າຍ ​ແລະ​ກໍາຈັດບໍ່​ໃຫ້ມີ​ການ
​ສົ່ງ​ເສີມ​ລະ​ບອບ ຫົວ​ຮຸນ​ແຮງ​ຢູ່ປະ​ເທດ​ໃດ​ກໍ​ຕາມ​ ​ໃນ​ພາກພື້ນດັ່ງກ່າວ."

ກ່ອນໜ້ານັ້ນ ​ໃນ​ວານ​ນີ້ ທ່ານປະທານາທິບໍດີ​ໄດ້​ມີ​ການ​ໂຕ້​ຖຽງ ​ທີ່​ກ່ຽວຂ້ອງ​ກັບກາ​ຕາ
​ແລະ​ປະ​ເທດ​ອາຣັບ​ໃຫຍ່ໆຫລາຍ​ປະ​ເທດ​ ກ່ຽວກັບການ​ກ່າວ​ຫາ​ຕໍ່ລັດຖະບານ​ນະຄອນ
​ໂດຮ່າ ວ່າໄດ້ຮັບການ​ສະໜັບສະໜຸນ​ຈາກ​ອີຣ່ານ ​ແລະ​ກຸ່ມ​ຫົວ​ຮຸນ​ແຮງ​ອິສລາມ ທີ່​ໃຫ້
ການ​ຊ່ວຍ​ເຫລືອ​ແກ່ ການກໍ່ການຮ້າຍ​ຢູ່​ໃນ​ຂົງ​ເຂດ.​

ການ​ຂຽນຂໍ້ຄວາມ​ລົງ​ໃນ Twitter ຫລາຍໆ ຄັ້ງ​ໃນ​ວັນ​ອັງຄານ​ວານ​ນີ້, ປະກົດ​ວ່າປະທາ
ນາທິບໍດີ ​ຍ້ອງຍໍ​ຕົນ​ເອງ ສໍາລັບ​ການ​ເຄື່ອນ​ໄຫວ​ທີ່​ນໍາພາ​ໂດຍ ຊາ​ວດີ ​ເພື່ອ​ເຮັດ​ໃຫ້ກາ​ຕາ
​ຖືກ​ໂດດດ່ຽວ -- ທີ່​ໄດ້​ໃຫ້​ບ່ອນ​ຕັ້ງຖານ​ທັບ​ຂອງ​ສະຫະລັດ ທີ່ໃຫຍ່​ທີ່​ສຸດ ຢູ່​ໃນ​ຂົງ​ເຂດ​ຕາ
​ເວັນ​ອອກ​ກາງ.

​ໃນ​ການ​ກ່າວອ້າງເຖິງຄໍາ​ປາ​ໄສ​ຂອງ​ທ່ານ ​ຢູ່​ໃນ​ເມືອງ Riyadh ​ເດືອນ​ແລ້ວນີ້ ທ່ານ​ໄດ້​ຮຽກ
ຮ້ອງ ​ໃຫ້​ບັນ​ດາ​ຜູ້​ນໍາ​ຊາວ​ມຸສລິ​ມ​ເອົາ​ທ່າ​ທີ​ຕ້ານ​ກັບ​ກຸ່ມ​ອິສລາມ​ຫົວ​ຮຸນ​ແຮງ​ຕ່າງໆ ທ່ານ
ທຣໍາ ຂຽນ​ໃນ tweeter ວ່າ :"​ໃນ​ໄລຍະ​ທີ່​ຂ້າພະ​ເຈົ້າ​ເດີນທາງ​ໄປ​ຕາ​ເວັນ​ອອກ​ກາງ​ຫວ່າງ
ໝໍ່ໆມານີ້ ຂ້າພະ​ເຈົ້າ​ເວົ້າວ່າ ບໍ່ສາມາດ​ໃຫ້​ມີ​ການ​ໃຫ້​ທຶນອຸດໜຸນ​ແກ່​ອຸດົມ​ການ ຫົວ​ຮຸນ​ແຮງ
​ອີກ​ຕໍ່​ໄປ​ແລ້ວ. ບັນດາ​ຜູ້​ນໍາ​ທັງຫລາຍໝາຍເຖິງ ປະເທດ Qatar!" ((https://twitter.com/realDonaldTrump/status/872062159789985792: ))

ທ່ານ​ກ່າວອີກ​ວ່າ "ດີ​ໃຈ​ຫລາຍ​ທີ່​ເຫັນ​ ຊາວດີ ອາເຣ​ເບຍ​ ​ການ​ໄປ​ຢ້ຽມຢາມ ພະ​ລາຊາ
​ແລະພົບ​ກັບ 50 ປະ​ເທດ​ແມ່ນ​ຄຸ້ມ​ຄ່າ​ແລ້ວ ຊຶ່ງ​ພວກ​ເຂົາ​ເຈົ້າ​ເວົ້າວ່າ ຈະ​ເອົາ​ບາດກ້າວ​
ອັນ​ແຂງ​ຂັນຕໍ່ການ​ໃຫ້​ທຶນ​ສະໜັບສະໜຸນ....... ((https://twitter.com/realDonaldTrump/status/872084870620520448:))

ເບິ່ງຂ່າວນີ້ເພີ້ມໃນວີດິໂອເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG