ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ອີກເທື່ອນຶ່ງ ໄດ້ຕິຕຽນອະດີດປະທານາ
ທິບໍດີ ບາຣັກ ໂອບາມາ ທີ່ບໍ່ເອົາທ່າທີໃດໆ ໃນການເຂົ້າແຊກແຊງໃນການເລືອກຕັ້ງປະທານາທິບໍດີ ໃນປີ 2016.
ປະທານາທິບໍດີທຣໍາ ໄດ້ກ່າວຢູ່ໃນການສົ່ງຂໍ້ຄວາມຂຽນລົງທາງທວິດເຕີ ໃນວັນວັນ
ຈັນວານນີ້ວ່າ “ທ່ານໂອບາມາ ໄດ້ເປັນປະທານາທິບໍດີຈົນຮອດ ແລະກາຍປີ 2016
ຂອງການເລືອກຕັ້ງ. ເພາະສະນັ້ນເປັນຫຍັງ ທ່ານຈຶ່ງບໍ່ເຮັດຫຍັງໝົດກ່ຽວກັບການ
ພົວພັນຂອງຣັດເຊຍ” ການໂຈມຕີຕໍ່ຜູ້ສຳເລັດໜ້າທີ່ກ່ອນທ່ານນັ້ນ ໄດ້ເປັນເທື່ອຫລ້າ
ສຸດທີ່ຕໍ່ເນື່ອງກັນຂອງການສົ່ງຂໍ້ຄວາມ ທີ່ຂຽນລົງທາງທວິດເຕີຂອງປະທານາທິບໍດີ.
ມັນເປັນການຕິຕຽນທີ່ມັກເກີດຂຶ້ນສະເໝີ ຈາກທ່ານທຣໍາ ຜູ້ທີ່ໄດ້ຫາທາງບໍ່ກ່າວເຖິງ
ການແຊກແຊງຂອງຣັດເຊຍ ແລະຕິຕຽນຜູ້ສຳເລັດໜ້າທີ່ ກ່ອນໜ້າທ່ານນັ້ນວ່າ ລົ້ມ
ແຫລວການໃນການຢຸດຢັ້ງ.
ໃນເດືອນທັນວ່າປີ 2016 ທ່ານໂອບາມາໄດ້ລົງໂທດຕໍ່ຣັດເຊຍເກົ້າຄົນ ແລະອົງການ
ແລະລົບກວນພວກນັກການທູດສະຫະລັດໃນນະຄອນມົສກູ ຮ່ວມທັງອົງການສືບລັບ
ຣັດເຊຍ GRU ແລະ ອົງການ FSB ນຳ. ທ່ານໂອບາມາຍັງໄດ້ສັ່ງໃຫ້ພວກເຈົ້າໜ້າທີ່ລັດຖະບານຣັດເຊຍ 35 ຄົນຢູ່ນະຄອນຫລວງວໍຊິງຕັນ ແລະຢູ່ໃນເມືອງແຊນແຟຣນ
ຊິສໂກ ອອກຈາກປະເທດໄປ ໃນຖານ “ປະຕິບັດງານບໍ່ສອດຄ່ອງກັບຖານະການເປັນ
ນັກການທູດຂອງເຂົາເຈົ້າ ແລະກິດຈະການກົງສຸນ” ແລະໄດ້ສັ່ງໃຫ້ປິດສະຖານທີ່ສອງ
ແຫ່ງຕັ້ງຢູ່ແຄມນໍ້າ ທີ່ລັດຖະບານກ່າວວ່າໄດ້ໃຊ້ເປັນບ່ອນສຶບລັບກິດຈະການຂອງ
ຣັດເຊຍ.
ໃນຕອນເຊົ້າວັນຈັນວານນີ້ ວັງເຄຣມລິນໄດ້ປະຕິເສດວ່າບໍ່ໄດ້ມີການພົວພັນໃນການ
ເລືອກຕັ້ງ. ໂຄສົກທ່ານເດີມີຕຣີ ແປຣສກັອຟ ກ່າວຕໍ່ບັນດານັກຂ່າວວ່າ ເປັນການກ່າວ
ຫາທີ່ບໍ່ມີມູນຄວາມຈິງ.
ຄຳຖະແຫລງໄດ້ມີຫລາຍມື້ຫລັງຈາກ ໄອຍະການພິເສດສະຫະລັດ ທ່ານໂຣເບີດ
ມອລເລີ ໄດ້ກ່າວຫາ ຊາວຣັດເຊຍ 13 ຄົນ ແລະອົງການຣັດເຊຍອີກສາມແຫ່ງ ທີ່ປະຕິ
ບັດຜິດກົດໝາຍເລື່ອງ “ສົງຄາມຂໍ້ມູນ” ການໂຄສະນາຫາສຽງເພື່ອລົບກວນການເລືອກ
ຕັ້ງເພື່ອສ້າງຜົນປະໂຫຍດແກ່ທ່ານທຣໍາ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ