ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ທຣຳ ໃຫ້ຄຳເຫັນ ກ່ຽວກັບ ທ່ານ ປູຕິນ, ເລື່ອງການເລືອກຕັ້ງ ໃນສະຫະລັດ ແລະ ຖະແຫຼງການຮ່ວມ ຊີເຣຍ


ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກັບ ປະທາ
ນາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ລົມກັນ ໃນຂະນະ
ທີ່ປະທານປະເທດ ຫວຽດນາມ ທ່ານ ເຈິ່ນ ດ້າຍ ກວາງ, ຂວາ, ແນມເບິ່ງ ໃນລະຫວ່າງພິທີຖ່າຍຮູບ ທີ່ກອງປະຊຸມສຸດຍອດ APEC ເມືອງ ດາໜັງ, ຫວຽດນາມ. 11 ພະຈິກ, 2017.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກັບ ປະທາ ນາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ລົມກັນ ໃນຂະນະ ທີ່ປະທານປະເທດ ຫວຽດນາມ ທ່ານ ເຈິ່ນ ດ້າຍ ກວາງ, ຂວາ, ແນມເບິ່ງ ໃນລະຫວ່າງພິທີຖ່າຍຮູບ ທີ່ກອງປະຊຸມສຸດຍອດ APEC ເມືອງ ດາໜັງ, ຫວຽດນາມ. 11 ພະຈິກ, 2017.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກ່າວວ່າ ທ່ານເຊື່ອປະທານາທິບໍດີ ຣັດ
ເຊຍ ທ່ານ ວລາດິເມຍ ປູຕິນ ໃນເວລາທີ່ຜູ້ນຳ ຣັດເຊຍ ເວົ້າວ່າ ທ່ານບໍ່ໄດ້ແຊກແຊງ
ເຂົ້າໃນການເລືອກຕັ້ງປະທາ ນາທິບໍດີ ສະຫະລັດ.

ໃນການກ່າວທີ່ກອງປະຊຸມຖະແຫຼງຂ່າວໃນນະຄອນຫຼວງ ຮາໂນ່ຍ ກັບປະທານປະ
ເທດ ຫວຽດນາມ ທ່ານ ເຈິ່ນ ດ້າຍ ກວາງ ໃນວັນອາທິດມື້ນີ້, ທ່ານ ທຣຳ ໄດ້ກ່າວວ່າ,
ທ່ານເຊິື່ອວ່າທ່ານ ປູຕິນ “ຮູ້ສຶກວ່າ ທ່ານ ແລະ ຣັດເຊຍ ບໍ່ໄດ້ແຊກແຊງເຂົ້າໃນການ
ເລືອກຕັ້ງ.”

ທ່ານ ທຣຳ ໄດ້ກ່າວວ່າ ທ່ານຍັງເຊື່ອວ່າ ຂໍ້ມູນທີ່ມີຄວາມຂັດແຍ້ງເຊິ່ງຖືກເກັບກຳໂດຍ
ອົງການສືບລັບ ສະຫະລັດ ໄດ້ລະບຸວ່າ ຣັດເຊຍ ໄດ້ແຊກແຊງເຂົ້າໃນການລົງຄະ
ແນນສຽງສະຫະລັດ. ທ່ານ ທຣຳ ໄດ້ກ່າວວ່າ “ຂ້າພະເຈົ້າເຊື່ອໝັ້ນໃນບັນດາອົງການ
ສືບລັບຂອງພວກເຮົາ. ຂ້າພະເຈົ້າໄດ້ເຮັດວຽກນຳເຂົາເຈົ້າຢ່າງເຂັ້ມແຂງ ໃນຂະນະທີ່
ໄດ້ນຳໜ້າໂດຍຄົນທີ່ດີເລີດໃນປັດຈຸບັນ, ຂ້າພະເຈົ້າມີຄວາມເຊື່ອໝັ້ນໃນອົງການສືບ
ລັບຂອງພວກເຮົາຫຼາຍ.”

ທ່ານ ທຣຳ ໄດ້ກ່າວຢໍ້າການຢືນຢັດຂອງທ່ານວ່າ “ການມີ ຣັດເຊຍ ໃນສະພາບທີ່ເປັນ
ມິດ, ດັ່ງກັບການຄັດຄ້ານຕໍ່ການຕໍ່ສູ້ນຳເຂົ້າເຈົ້າຕະຫຼອດນັ້ນ, ແມ່ນຜົນປະໂຫຍດທີ່ດີ
ຕໍ່ໂລກ ແລະ ເປັນຜົນປະໂຫຍດຕໍ່ປະເທດຂອງພວກເຮົາ, ມັນບໍ່ແມ່ນຂໍ້ເສຍປຽບ.”

ໃນຕອນເຊົ້າຂອງວັນອາທິດມື້ນີ້, ໃນບັນຊີ Twitter ຂອງທ່ານ, ທ່ານປະທານາທິບໍດີ
ໄດ້ຂຽນວ່າ “ມີສື່ມວນຊົນຂ່າວປອມຈື່ໄດ້ບໍ່ ເມື່ອນັກສໍ້ໂກງ ຮິລແລຣີ ຄລິນຕັນ, ໃນເວ
ລາທີ່ເປັນລັດຖະມົນຕີການຕ່າງປະເທດນັ້ນ, ໄດ້ຮ້ອງຂໍ ຣັດເຊຍ ໃຫ້ເປັນເພື່ອນຂອງ
ພວກເຮົາ ດ້ວຍປຸ່ມເປີດປິດຄອມພິວເຕີທີ່ຂຽນຜິດ. ທ່ານ ໂອບາມາ ກໍໄດ້ພະຍາຍາມ
ເຊັ່ນກັນ, ແຕ່ລາວບໍ່ມີປະຕິກິລິຍາເຄມີກັບທ່ານ ປູຕິນ.”

ໃນວັນເສົາວານນີ້, ທ່ານ ທຣຳ ໄດ້ກ່າວໃນລະຫວ່າງກອງປະຊຸມສຸດຍອດ APEC ໃນ
ປະເທດ ຫວຽດນາມ ວ່າ ທ່ານ “ໄດ້ສົນທະນາຢ່າງສັ້ນໆສອງສາມຄັ້ງ” ກັບປະທານາທິ
ບໍດີ ຣັດເຊຍ ທ່ານ ປູຕິນ, ເພັ່ງເລັງໃສ່ສະຖານະການໃນປະເທດ ຊີເຣຍ.

ທ່ານ ທຣຳ ໄດ້ກ່າວຕໍ່ບັນດານັກຂ່າວຢູ່ເທິງເຮືອບິນ Air Force One ໃນເວລາທີ່ໄດ້
ເດີນທາງຈາກເມືອງ ດາໜັງ ໄປ ຮາໂນ່ຍ ວ່າ ຖະແຫຼງການຮ່ວມ ກ່ຽວກັບ ຊີເຣຍ ທີ່
ທ່ານໄດ້ຕົກລົງຕໍ່ບັນຫາກັບທ່ານ ປູຕິນ ນັ້ນ “ຈະຊ່ວຍຊີວິດຂອງປະຊາຊົນຈຳນວນ
ມະຫາສານ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG