ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ແລະ ປ. ປູຕິນ ພົບປະກັນ ເປັນຄັ້ງ ທີສອງ ໃນກອງປະຊຸມ ກຸ່ມ G20

ປະທານາທິບໍດີ ສຫລ ດໍໂນລ ທຣຳ ພົບປະກັບ ປະທານາທິບໍດີ ຣັດເຊຍ ທ່ານ ວາລາດີເມຍ ປູຕິນ ຢູ່ທີ່ກອງປະຊຸມສຸດຍອດ G-20, ວັນທີ 7 ກໍລະກົດ 2017, ໃນນະຄອນ Hamburg.
ປະທານາທິບໍດີ ສຫລ ດໍໂນລ ທຣຳ ພົບປະກັບ ປະທານາທິບໍດີ ຣັດເຊຍ ທ່ານ ວາລາດີເມຍ ປູຕິນ ຢູ່ທີ່ກອງປະຊຸມສຸດຍອດ G-20, ວັນທີ 7 ກໍລະກົດ 2017, ໃນນະຄອນ Hamburg.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ແລະ ປະທານາທິບໍດີ ຣັດເຊຍ ທ່ານ
Vladimir Putin ໄດ້ພົບປະກັນເປັນຄັ້ງທີສອງ ຢູ່ທີ່ກອງປະຊຸມສຸດຍອດກຸ່ມ G20
ເມື່ອຕົ້ນເດືອນນີ້ ຢູ່ປະ​ເທດເຢຍຣະມັນ ທີ່ບໍ່ໄດ້ຖືກເປີດເຜີຍກ່ອນໜ້ານີ້ ຊຶ່ງບັນດາ
ເຈົ້າໜ້າທີ່ທຳນຽບຂາວໄດ້ຢືນຢັນເມື່ອຕອນແລງວັນອັງຄານວານນີ້.

ປະທານາທິບໍດີ ທັງສອງທ່ານ ໄດ້ພົບກັນແບບ​ເຊິ່ງໜ້າ ​ເປັນຄັ້ງທຳອິດ ທີ່ນະຄອນ
Hamburg ເມື່ອວັນທີ 7 ກໍລະກົດ ຜ່ານມາ ເປັນເວລາ ດົນກວ່າ 2 ຊົ່ວໂມງ ສຳລັບ
ການເຈລະຈາ ​ໃນ​ຂອບ​ເຂດ​ທີ່ກວ້າງຂວາງ ເວລານັ້ນ.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ທັກທາຍ ກັບ ພັນລະຍາຂອງປະທານາທິບໍດີ ອາເຈັນຕິນາ ທ່ານນາງ Juliana Awada, ຈາກຊ້າຍ, ຢູ່ທີ່ການຮັບປະທານອາຫານຄ່ຳ ໃນກອງປະຊຸມສຸດຍອດ G20 ຫຼັງຈາກການສະແດງຄອນເສີດ ຢູ່ນະຄອນ Hamburg, ປະເທດເຢຍຣະມັນ, ວັນທີ 7 ກໍລະກົດ 2017.

ແຕ່ດຽວນີ້ ມີຂ່າວວ່າ ທ່ານທຣຳ ແລະທ່ານປູຕິນ ໄດ້ປຶກສາຫາລືກັນເທື່ອທີສອງ
ໃນລະຫວ່າງ ການຮັບປະທານອາຫານຄ່ຳ ສຳລັບບັນດາຜູ້ນຳຂອງປະເທດຈາກ
ກຸ່ມ 20 ປະເທດ ແລະ ພັນລະຍາຂອງບັນດາຜູ້ນຳ ໃນຄ່ຳຄືນດຽວກັນນັ້ນ.

ທ່ານທຣຳ ໄດ້ຂຽນ​ລົງທາງ Twitter ໃນທັນທີ ເພື່ອໂຕ້ແຍ້ງລາຍງານຕ່າງໆຂອງ
ສື່ມວນຊົນວ່າ “ຂ່າວປອມ ເລື່ອງຂອງການຮັບປະທານອາຫານຄ່ຳ ທີ່ປິດລັບ
ກັບ ທ່ານປູຕິນ ນັ້ນ ‘ເປັນຕາເບື່ອໜ່າຍ’”

ຍັງ​ບໍ່​ມີ​ລາຍ​ງານ​ໃນ​ເວລາ​ນີ້​ເທື່ອ​ວ່າ ມີ​ການປຶກສາຫາລືຫຍັງກັນ ຢູ່ທີ່ການພົບປະກັນ
ຊຶ່ງໄດ້ໃຊ້ເວລາປະມານນຶ່ງຊົ່ວໂມງ ອີງຕາມ ທ່ານ Ian Bremmer ປະ ທານຂອງ
ກຸ່ມ Eurasia ທີ່ເປັນອົງການທີ່ປຶກສາໃນຄວາມສ່ຽງດ້ານການເມືອງ.

ທຳນຽບຂາວ ໄດ້ເລົ່າເຖິງສິ່ງທີ່ໄດ້ເກີດຂຶ້ນ ແຕກຕ່າງກັນຢ່າງຫລວງຫຼາຍ. ບັນດາ
ເຈົ້າໜ້າທີ່ ໄດ້ກ່າວຖະແຫລງ ​ໂດຍບໍ່ຂໍລະບຸຊື່ ວ່າ “ບໍ່ມີ ‘ການພົບປະກັນຄັ້ງທີສອງ’
ລະຫວ່າງ ປະທານາທິບໍດີ ທຣຳ ແລະ ປະທານາທິບໍດີ ປູຕິນ ພຽງແຕ່ມີການ​ໂອ້​
ລົມ​ກັນ​ແບບສັ້ນໆ ຢູ່ຕອນທ້າຍຂອງ ການຮັບປະທານອາຫານຄ່ຳ.”

ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin ລົມກັບ ທ່ານນາງ Melania Trump ໃນລະຫວ່າງການຮັບປະທານອາຫານຄ່ຳ ຢູ່ທີ່ ຫໍສະແດງ ຄອນເສີດ Elbphilharmonie ໃນກອງປະຊຸມສຸດຍອດ G20 ທີ່ນະຄອນ Hamburg, ປະເທດເຢຍຣະມັນ, ວັນທີ 7 ກໍລະກົດ 2017.

ຂະນະດຽວກັນ ​ໃນ​ອີກ​ດ້ານ​ນຶ່ງ​ນັ້ນ ທຳນຽບຂາວ ໄດ້ປະກາດເມື່ອຕອນແລງວັນ
ອັງຄານວານນີ້ ວ່າ ທ່ານທຣຳ ໄດ້ຕັດສິນໃຈ ​ແຕ່ງຕັ້ງ​ໃຫ້ອະດີດ ຜູ້ປົກຄອງລັດ
Utah ແລະເອກອັກຄະລັດຖະທູດ ສະຫະລັດ ປະຈຳ ປະເທດຈີນ ທ່ານ Jon
Huntsman ເປັນ ເອກອັກຄະລັດຖະທູູດ ສະຫະລັດ ປະຈຳ Moscow ຄົນຕໍ່ໄປ.

ທ່ານ Bremmer ໄດ້ລາຍງານ​ເປັນ​ເທື່ອທຳອິດ ກ່ຽວ​ກັບການພົບປະລະຫວ່າງ
ທ່ານທຣຳ ແລະ ທ່ານປູຕິນ ໃນວັນອັງຄານວານນີ້ ໃນວາລະສານຂ່າວ ທີ່ໄດ້ສົ່ງ
ໄປໃຫ້ສະມາຊິກຂອງທ່ານ. ມັນໄດ້ປາກົດຢູ່ໃນເຄືອຂ່າຍຂອງສື່ຂ່າວສະຫະລັດ
ໃນຂະນະທີ່ມັນໄດ້ແຜ່ກະຈາຍອອກໄປ ຊຶ່ງທ່ານ Bremmer ໄດ້ກ່າວວ່າ ມີ​ການ
ເລົ່າ​ໃຫ້​ທ່ານຟັງ ກ່ຽວກັບການສົນທະນາ ລະຫວ່າງ ທ່ານທຣຳ ແລະ ທ່ານປູຕິນ
ໂດຍບັນດາຜູ້ທີ່ເຂົ້າຮ່ວມ ໃນການຮັບປະທານອາຫານຄ່ຳ ຢ່າງເປັນທາງການ
ຄົນອື່ນໆ.

ປະທານາທິບໍດີທັງສອງ ມີແຕ່ນາຍແປພາສາຂອງທ່ານປູຕິນ​ເທົ່າ​ນັ້ນເຂົ້າຮ່ວມນຳ
ໃນຂະນະທີ່ພວກເພິ່ນລົມກັນ ຢູ່ຫ້ອງປະຊຸມ ແຄມຝັ່ງແມ່ນ້ຳ Elbe. ສ່ວນແຂກ
ຄົນອື່ນ ໄດ້ນັ່ງຢູ່ໃກ້ຄຽງ ແຕ່ໂຕະຢູ່ໃນສະພາບທີ່​ຫ່າງ​ກັນ ຈຶ່ງເຮັດໃຫ້ເປັນໄປໄດ້
ທີ່ການສົນທະນາກັນ ​ເປັນແບບສ່ວນຕົວ.

Trump Putin G 20
please wait
Embed

No media source currently available

0:00 0:00:44 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG