ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳ ສະແດງ ຄວາມຊົມເຊີຍ ຕໍ່ທ່ານ ປູຕິນ ແລະພວກທ່ານ ມີແຜນຈະພົບປະກັນ ໃນໄວໆນີ້


ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ລົມໂທລະສັບກັບປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ. 28 ມັງກອນ, 2017.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ລົມໂທລະສັບກັບປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ. 28 ມັງກອນ, 2017.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ສະແດງຄວາມຊົມເຊີຍຕໍ່ປະທານາ ທິບໍດີ ຣັດເຊຍ
ທ່ານ ວລາດິເມຍ ປູຕິນ ກ່ຽວກັບ ການເລືອກຕັ້ງເຂົ້າດຳລົງຕຳແໜ່ງຄືນຂອງທ່ານ
ທາງໂທລະສັບ ເມື່ອວັນອັງຄານວານນີ້ ແລະ ຜູ້ນຳທັງສອງທ່ານ ກໍໄດ້ຕົກລົງກັນວ່າ
ຈະຈັດການເຈລະຈານຳກັນໃນໄວໆນີ້.

ທ່ານ ທຣຳ ໄດ້ກ່າວຕໍ່ບັນດານັກຂ່າວ ກ່ອນການພົບປະທີ່ທຳນຽບຂາວ ກັບອົງມົງກຸດ
ໂມຮຳມັດ ບິນ ຊາລມານ ແຫ່ງລາດຊະອານາຈັກ ຊາອຸດີ ອາຣາເບຍ ໂດຍເວົ້າວ່າ
“ພວກເຮົາອາດຈະພົບປະກັນ ໃນອີກບໍ່ດົນນີ້ ເພື່ອວ່າພວກເຮົາຈະສາມາດໂອ້ລົມກັນ
ກ່ຽວກັບເລື່ອງອາວຸດ ພວກເຮົາສາມາດລົມກັນ ເລື່ອງການແຂ່ງຂັນອາວຸດ.”

ທ່ານ ທຣຳ ໄດ້ເວົ້າວ່າ ການແຂ່ງຂັນອາວຸດແມ່ນ “ເລີ່ມຈະຄວບຄຸມບໍ່ໄດ້ແລ້ວ,” ແຕ່
ສະຫະລັດ “ຈະບໍ່ອະນຸຍາດໃຫ້ໃຜມີຫຍັງທີ່ໃກ້ຄຽງກັບສິ່ງທີ່ເຮົາມີ.” ທ່ານ ທຣຳ ກ່າວ
ເພີ່ມເຕີມວ່າ ບັນຫາອື່ນໆທີ່ຈະມີການປຶກສາຫາລືກັນ ໃນລະຫວ່າງ ກອງປະຊຸມສອງ
ຝ່າຍນັ້ນກໍຈະແມ່ນເລື່ອງ ຢູເຄຣນ, ຊີເຣຍ ແລະ ເກົາຫຼີເໜືອ.

ໃນລະຫວ່າງການໂທລະສັບນັ້ນ, ທ່ານ ທຣຳ ໄດ້ກ່າວຢໍ້າເຖິງການປົດອາວຸດນິວ
ເຄລຍໃນແຫຼມ ເກົາຫຼີ, ທ່ານໄດ້ລົມກ່ຽວກັບ ສະຖານະພາບຂອງສາຍພົວພັນລະ
ຫວ່າງ ສະຫະລັດ ແລະ ຣັດເຊຍ ແລະ ໄດ້ຕັດ ສິນໃຈທີ່ຈະສືບຕໍ່ການເຈລະຈາ ກ່ຽວ
ກັບ “ບູລິມະສິດດ້ານຄວາມປອດໄພແຫ່ງຊາດ ແລະ ສິ່ງທ້າທາຍຕ່າງໆຮ່ວມກັນ,”
ອີງຕາມທຳນຽບຂາວ.

ຖະແຫຼງການທາງການສະບັບນຶ່ງຂອງວັງ ເຄຣັມລິມ ໃນວັນອັງຄານວານນີ້ໄດ້ກ່າວ
ວ່າ ທ່ານ ທຣຳ ແລະ ທ່ານ ປູຕິນ ໄດ້ຫາລື ກ່ຽວກັບ ຄວາມສຳຄັນໃນການເຮັດວຽກ
ຮ່ວມກັນ ກ່ຽວກັບລັດທິກໍ່ການຮ້າຍສາ ກົນ, ການຈຳກັດອາວຸດນິວເຄລຍ ແລະ
ການຮ່ວມມືດ້ານເສດຖະກິດ.

ໂຄສົກທຳນຽບຂາວທ່ານນາງ ຊາຣາ ຮັກຄາບີ ແຊນເດີສ ໄດ້ກ່າວວ່າ ການແຊກແຊງ
ຂອງ ຣັດເຊຍ ໃນການເລືອກຕັ້ງປະທານາທິບໍດີປີ 2016 ຫຼື ການວາງຢາພິດໃສ່ອະ
ດີດນັກສືບ ຣັດເຊຍ ໃນລາດຊະອານາຈັກ ອັງກິດ ແມ່ນບໍ່ໄດ້ຖືກເວົ້າເຖິງໃນລະ
ຫວ່າງການໂທລະສັບນັ້ນ.

ທ່ານນາງ ແຊນເດີສ ໄດ້ກ່າວວ່າ ປັດຈຸບັນນີ້ ມັນບໍ່ມີຂໍ້ມູນໂດຍສະເພາະເຈາະຈົງ
ກ່ຽວກັບ ເວລາ ແລະ ສະຖານທີ່ຂອງການຈັດກອງປະຊຸມສອງຝ່າຍ.

ບໍ່ດົນຫຼັງຈາກການໃຫ້ຄຳເຫັນ ຂອງທ່ານ ທຣຳ ຢູ່ທີ່ຫ້ອງການ ໃນທຳນຽບຂາວນັ້ນ,
ປະທານຄະນະກຳມະການກອງທັບຂອງສະພາສູງ, ທີ່ສັງກັດພັກຣີພັບບລີກັນ ທ່ານ
ຈອນ ແມັກເຄນ ຈາກລັດ ອາຣິໂຊນາ ກໍໄດ້ກ່າວວິພາກວິຈານທ່ານປະທານາທິບໍດີໃນ
Twitter.

ທ່ານ ແມັກເຄນ ໄດ້ກ່າວວ່າ “ປະທານາທິບໍດີ ອາເມຣິກັນ ຈະບໍ່ນຳພາໂລກເສລີ ດ້ວຍ
ການກ່າວຊົມເຊີຍຜູ້ນຳຜະເດັດການ ກ່ຽວກັບໄຊຊະນະ ໃນການເລືອກຕັ້ງທີ່ຫຼອກ
ລວງ. ແລະ ການເຮັດແນວນັ້ນກັບທ່ານ ວລາດິເມຍ ປູຕິນ, ປະທານາທິບໍດີ ທຣຳ
ແມ່ນໄດ້ດູຖູກປະຊາຊົນ ຣັດເຊຍ ໝົດທຸກຄົນຜູ້ທີ່ຖືກປະຕິເສດບໍ່ໃຫ້ໃຊ້ສິດທິ ໃນ
ການລົງຄະແນນສຽງ ຢູ່ໃນການເລືອກຕັ້ງທີ່ເສລີ ແລະ ຍຸຕິທຳ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

White House Defends Trumps Phone Call to Putin
please wait

No media source currently available

0:00 0:02:20 0:00

XS
SM
MD
LG