ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກ ສະພາຕ່ຳ ພັກຣີພັບບລີກັນ ຜ່ານ ຂັ້ນຕອນທຳອິດ ເພື່ອສົ່ງ ກ.ໝ. ພາສີ ໄປໃຫ້ ປ. ທຣຳ


ປະທານາທິບໍດີ ດໍໂນລ ທຣຳ ຍົກໂປ້ຂຶ້ນ ໃນຂະນະທີ່ທ່ານ ແລະຮອງປະທານາທິບໍດີ ໄມຄ໌ ເພັນສ໌ ພວມຍ່ຍາງ ອອກຈາກ ຕຶກສະພາ. (16 ພະຈິກ 2017)
ປະທານາທິບໍດີ ດໍໂນລ ທຣຳ ຍົກໂປ້ຂຶ້ນ ໃນຂະນະທີ່ທ່ານ ແລະຮອງປະທານາທິບໍດີ ໄມຄ໌ ເພັນສ໌ ພວມຍ່ຍາງ ອອກຈາກ ຕຶກສະພາ. (16 ພະຈິກ 2017)

ສະພາຕ່ຳສະຫະລັດໄດ້ຮັບຜ່ານຮ່າງກົດໝາຍທີ່ມີການປ່ຽນແປງທີ່ສຳຄັນກ່ຽວກັບລະ
ບຽບພາສີຂອງປະເທດ ເປັນເທື່ອທຳອິດ ໃນຮອບສາມທົດສະວັດ ແລະໄດ້ມີການຮັບ
ຮອງ ເອົາດ້ວຍຄະແນນສຽງແບບສະບາຍໆໃນວັນພະຫັດວານນີ້​ ຊຶ່ງຈະອຳນວຍໃຫ້ ປະທານາທິບໍດີດໍໂນລ ທຣຳແລະສະມາຊິກສະພາພັກຣີພັບບລີກັນ ໄດ້ຮັບໄຊຊະນະ ທີ່ມີຄວາມຕ້ອງການເປັນທີ່ສຸດ ຫລັງຈາກໄດ້ປະສົບກັບສະພາບຖອຍຫລັງ ໃນປີນີ້.

ທ່ານ Paul Ryan ປະທານສະພາຕ່ຳສະຫະລັດ ກ່າວຫລັງຈາກ ມີການລົງຄະແນນ
ສຽງແລ້ວ ໂດຍໃຫ້ຂໍ້ສັງເກດວ່າ ການໄດ້ຮັບຄະແນນສຽງທີ່ຕ້ອງການຈາກສະມາຊິກ
ສະພາຕ່ຳ 218 ທ່ານ ເພື່ອໃຫ້ເຫັນພ້ອມ ກັບສິ່ງໃດສິ່ງນຶ່ງນັ້ນ ແມ່ນເປັນການບັນລຸທີ່
ສຳຄັນ ໂດຍທ່ານໃຫ້ຄວາມເຫັນວ່າ “ນີ້ແມ່ນບໍ່ມີຫຍັງ ຫຼຸດໄປຈາກຄວາມເປັນພິເສດ
ໄດ້.”

ເປົ້າໝາຍ ທີ່ມີມາດົນນານ ຂອງທ່ານ Ryan ໃນການປະຕິຮູບລະບຽບພາສີຂອງປະ
ເທດນັ້ນ ໄດ້ຕົກຢູ່ໃນອັນຕະລາຍ ເມື່ອຕົ້ນປີນີ້ ຫລັງຈາກສະມາຊິກພັກຣີພັບບລີກັນ ໄດ້ພະຍາຍາມ ແຕ່ປະສົບກັບຄວາມລົ້ມແຫຼວທີ່ຈະດຳເນີນການກ່ຽວກັບຄຳໝັ້ນສັນ
ຍາ ທີ່ໄດ້ມີການໂຄສະນາຫາສຽງມາເປັນເວລາດົນນາແລ້ວອີກອັນນຶ່ງ ນັ້ນກໍຄື ການ
ຍົກເລີກ ແລະທົດແທນ ປະກັນໄພສຸຂະພາບລາຄາຖືກ ຂອງອະດີດປະທານາທິບໍດີ
ບາຣັກ ໂອບາມາ.

ຄະນະນຳພາຂອງພັກຣີພັບບລີກັນ ໄດ້ສັງເກດເຫັນວ່າມີຄວາມໂລ່ງໃຈ ຢູ່ທີ່ຫ້ອງປະ
ຊຸມຂອງສະພາຕ່ຳ ເວລາຄະແນນສຽງທັງໝົດ ໄດ້ກາຍຈຳນວນທີ່ຕ້ອງການໃນການ
ຮັບຮອງເອົາ ແລະກ່ອນໜ້ານັ້ນໃນມື້ວານນີ້ ປະທານາທິບໍດີກໍໄດ້ກ່າວຄຳປາໄສ ໃນ
ນາທີສຸດທ້າຍ ເພື່ອໃຫ້ການຊຸກຍູ້ ໃນກອງປະຊຸມປະຈຳອາທິດຂອງພັກ.

ປະທານສະພາຕ່ຳ ທ່ານ Paul Ryan ຈາກລັດວິສຄັນຊິນ
ປະທານສະພາຕ່ຳ ທ່ານ Paul Ryan ຈາກລັດວິສຄັນຊິນ

ທ່ານ Steven Scalise ຮອງຜູ້ນຳສຽງສ່ວນຫຼາຍຂອງສະພາຕ່ຳ ກ່າວໃນວັນພະຫັດ
ວານນີ້ ກ່ຽວກັບຄວາມພະຍາຍາມຂອງທ່ານທຣຳວ່າ “ທຸກໆບາດກ້າວໃນເສັ້ນທາງນີ້
ປະທານາທິບໍດີທຣຳໄດ້ພົວພັນໂດຍກົງ ໃນການໂອ້ລົມ ກ່ຽວກັບວ່າທ່ານຈະຊຸກຍູ້ໃຫ້
ການຕັດພາສີເຫຼົ່ານັ້ນຕື່ມອີກແບບໃດ ສຳລັບພວກຊົນຊັ້ນກາງ ເພື່ອໃຫ້ເປັນທີ່ແນ່ໃຈ
ວ່າ ນີ້ແມ່ນມີຄວາມເປັນທຳສຳລັບທຸກໆຄົນ.

ປະທານາທິບໍດີບໍ່ໄດ້ກ່າວເຖິງບັນຫາຕ່າງໆທີ່ຄາດຄະເນກັນກ່ຽວກັບຮ່າງກົດໝາຍທີ່
ມີການຮັບຮອງເອົາຢູ່ໃນສະພາສູງໂດຍກ່າວຕໍ່ບັນດາສະມາຊິກສະພາຕ່ຳວ່າມັນເຖິງ
ເວລາແລ້ວທີ່ຈະເຮັດທຸລະກິດຂອງອາເມຣິກັນໄດ້ຮັບການແຂ່ງຂັນທີ່ຍຸຕິທຳ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG