ສຳນວນໂວຫານກ່ຽວກັບສົງຄາມການຄ້າ ລະຫວ່່າງສະຫະລັດ ແລະຈີນ ໄດ້ເພີ້ມທະວີ
ຂຶ້ນໃນວັນສຸກມື້ນີ້ ໂດຍທີ່ປະທານາທິບໍດີດໍໂນລ ທຣໍາ ໄດ້ຂົ່ມຂູ່ຈະເກັບພາສີຕື່ມ 100
ພັນລ້ານໂດລາ ຂອງສິນຄ້ານຳເຂົ້າຈາກຈີນ ແລະປັກກິ່ງໄດ້ເຕືອນວ່າ ຕົນຈະຕໍ່ສູ້ກັບ
ສະຫະລັດ “ບໍ່ວ່າໃນລາຄາໃດໆ.”
ປະທານາທິບໍດີທຣໍາ ໄດ້ກ່າວໃນວັນພະຫັດວານນີ້ວ່າ ທ່ານໄດ້ແນະນຳ ໃຫ້ຜູ້ຕາງໜ້າ
ທາງການຄ້າຂອງສະຫະລັດ ພິຈາລະນາການເກັບພາສີເພີ້ມ ຫຼັງຈາກຈີນໄດ້ອອກຖະ
ແຫຼງ ລາຍຊື່ສີນຄ້າຂອງສະຫະລັດຮວມທັງໝາກຖົ່ວເຫຼືອງແລະ ເຮືອບິນນ້ອຍ ທີ່ມີມູນ
ຄ່າເຖິງ 50 ພັນລ້ານໂດລາ ກ່ຽວກັບການຂຶ້ນພາສີທີ່ອາດເປັນໄປໄດ້ນັ້ນ. ສະຫະລັດ
ໄດ້ສະເໜີເກັບພາສີສິນຄ້າຂາເຂົ້າ ມູນຄ່າ 50 ພັນລ້ານໂດລາຕໍ່ຈີນ ໃນຕົ້ນອາທິດນີ້.
ກະຊວງການຄ້າຈີນກ່າວຢູ່ໃນຖະແຫຼງການ ໃນວັນສຸກມື້ນີ້ວ່າ ຖ້າຫາກວໍຊິງຕັນຍັງຢືນ
ຢັນ ໃນອັນທີ່ປັກກິ່ງອະທິບາຍວ່າ ເປັນການຄຸ້ມຄອງສິນຄ້າພາຍໃນຂອງຕົນນັ້ນ ຈີນ
ຈະ “ອຸດທິດຕົນເອງຈົນເຖິງຂັ້ນສຸດທ້າຍ ແລະບໍ່ວ່າໃນລາຄາໃດໆ ແລະແນ່ນອນຈະ
ຕໍ່ສູ້ຄືນຢ່າງແຂງຂັນ.”
ຮຸ້ນສະຫະລັດໃນອະນາຄົດ ໄດ້ຕົກລາຄາ ກ່ຽວກັບດຳລັດສະບັບຫລ້າສຸດຂອງປະທາ
ນາທິບໍດີທຣໍາ. ດັດຊະນີຮຸ້ນດາວໂຈນໃນອະນາຄົດໄດ້ຕົກລາຄາປະມານ 400 ໂດລາ ທັງໃນລະຫວ່າງ ແລະຫລັງຊົ່ວໂມງຊື້ຂາຍກັນແລ້ວ.
ຕະຫຼາດການເງິນ ໄດ້ມີການປ່ຽນແປງຢ່າງໃຫຍ່ ໃນສອງສາມມື້ ທີ່ຜ່າມມານີ້ ຍ້ອນມີ
ຄວາມຢ້ານກົວກ່ຽວກັບຄວາມເຄັ່ງຕຶງທາງດ້ານການຄ້າທີ່ເພີ້ມທະວີຂຶ້ນ ລະຫວ່າງ
ວໍຊິງຕັນ ແລະປັກກິ່ງ.
ປະທານາທິບໍດີທຣໍາ ກ່າວວ່າ “ແທນທີ່ຈະປົວແປງການກະທຳທີ່ບໍ່ຖືກຕ້ອງ ຈີນກັບ