ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ແມ່ນກຳລັງສະເໜີການປ່ຽນແປງຄັ້ງໃຫຍ່ ໃນວິທີການໃຊ້ຈ່າຍງົບປະມານ 4.1 ພັນຕື້ໂດລາຂອງ ວໍຊິງຕັນ, ດ້ວຍການໃຫ້ເງິນເພີ່ມ
ເຕີມ ແກ່ກອງທັບ, ຄວາມປອດໄພຕາມເຂດຊາຍແດນ ແລະ ພວກນັກຮົບເກົ່າ. ງົບປະ
ມານສຳລັບປີໜ້າທີ່ຫາກໍຖືກເປີດເຜີຍນັ້ນ ຍັງຕັດການໃຊ້ຈ່າຍສຳລັບໂຄງການຕ່າງໆທີ່
ໃຫ້ຜົນປະໂຫຍດແກ່ຄົນທຸກຍາກເຊັ່ນກັນ.
ຫົວໜ້າງົບປະມານຂອງທ່ານ ທຣຳ, ທ່ານ Mick Mulvaney ກ່າວວ່າ ເປັນຄັ້ງທຳອິດທີ່
ງົບປະມານໄດ້ພິຈາລະນາການໃຊ້ຈ່າຍຈາກຂໍ້ຄິດເຫັນ ຂອງຜູ້ຈ່າຍພາສີ, ແທນທີ່ຈະ
ແມ່ນຄົນຜູ້ທີ່ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ. ຜູ້ອຳນວຍການຂອງຫ້ອງການບໍລິ
ຫານ ແລະ ງົບ ປະມານກ່າວວ່າ ງົບປະມານໄດ້ປ່ຽນຄຳສັນຍາໃນລະຫວ່າງການໂຄສະ
ນາຫາສຽງຂອງທ່ານ ທຣຳ ໄປເປັນແຜນການປະຕິບັດການຕົວຈິງ. ທ່ານ Mulvaney
ກ່າວວ່າ ວິທີການດັ່ງກ່າວຈະເຮັດໃຫ້ງົບປະມານມີຄວາມສົມດຸນໃນໄລຍະ 10 ປີ, ແລະ ຂະຫຍາຍການເຕີບໂຕຂອງເສດຖະກິດເປັນ 3 ເປີເຊັນ.
ອະດີດລັດຖະມົນຕີກະຊວງການເງິນ ສະຫະລັດ ແລະ ນັກເສດຖະເສດຂອງທະນາຄານ
ໂລກທ່ານ Larry Summers ໄດ້ເອີ້ນການສັນນິດຖານທາງເສດຖະກິດຂອງງົບປະມານ
ດັ່ງກ່າວວ່າ “ມອງໂລກໃນແງ່ດີຈົນເປັນຕາຢາກຫົວ.” ໃນບົດຄວາມເຫັນໃນໜັງສືພິມ Washinton Post ນັ້ນ ທ່ານກ່າວວ່າ ຜົນກະທົບຕໍ່ປະຊາຊົນອາເມຣິກັນທີ່ມີລາຍໄດ້ຕ່ຳ
ນັ້ນຈະເປັນ “ຕາຢ້ານກົວ.”
ງົບປະມານຂອງປະທານາທິບໍດີ ຕ້ອງໄດ້ຖືກຮອງຮັບໂດຍລັດຖະສະພາ, ດັ່ງນັ້ນຮູບແບບ
ຂັ້ນສຸດທ້າຍອາດຈະມີຄວາມແຕກຕ່າງຈາກສິ່ງທີ່ທ່ານປະທານາທິບໍດີໄດ້ສົ່ງໄປ. ບັນດາ
ສະມາຊິກພັກເດໂມແຄຣັດໄດ້ຄັດຄ້ານຕໍ່ແຜນການຫຼາຍຢ່າງຂອງທ່ານ ທຣຳ, ແລະ ພັນ
ທະມິດພັກຣີພັບບລີກັນຂອງທ່ານປະທານາທິບໍດີໃນລັດຖະສະພາ ກໍໄດ້ຂັດແຍ້ງກັນກ່ຽວ
ກັບ ບັນຫາງົບປະມານບາງຢ່າງ.
ງົບປະມານຂອງທ່ານ ທຣຳ ລວມມີການຕັດການໃຊ້ຈ່າຍຕ່າງໆ 3.6 ພັນຕື້ໂດລາ ໃນເວ
ລາ 10 ປີ, ພ້ອມດ້ວຍການຕັດທີ່ໃຫຍ່ທີ່ສຸດ ໃນໂຄງການຕ່າງໆທີ່ຊ່ວຍເຫຼືອຄົນທຸກຍາກ
ຈ່າຍຄ່າປະກັນສຸຂະພາບແລະ ຊື້ອາຫານ. ໂຄງການອາຫານທີ່ຮູ້ຈັກກັນດີໃນຊື່ “food stamps” ຊຶ່ງໃນປັດຈຸບັນນີ້ໄດ້ໃຫ້ຄວາມຊ່ວຍເຫຼືອແກ່ປະຊາຊົນອາເມຣິກັນຫຼາຍກວ່າ
40 ລ້ານຄົນ.
ຂໍ້ສະເໜີງົບປະມານຍັງໄດ້ປະຕິບັດຕາມຄຳສັນຍາ ໃນລະຫວ່າງການໂຄສະນາຫາສຽງ
ຂອງທ່ານ ທຣຳ ບໍ່ໃຫ້ຕັດເງິນປະກັນສັງຄົມ, ເຊິ່ງເປັນໂຄງການເບ້ຍບຳນານທີ່ເກົ່າແກ່
ຂອງລັດຖະບານ, ຫຼື ໂຄງການປະກັນສຸຂະພາບລັດຖະບານ Medicare, ເຊິ່ງຊ່ວຍເຫຼືອ
ຜູ້ສູງອາຍຸຈ່າຍຄ່າແພດໝໍ, ໂຮງໝໍ ແລະ ຢາ.
ບັນດານັກວິຈານ ກ່ຽວກັບ ງົບປະມານຂອງທ່ານ ທຣຳ ລວມມີກຸ່ມໜຶ່ງຊື່ “ການຕໍ່ສູ້ເພື່ອ ປົວແປງໜີ້ສິນ,” ເວົ້າວ່າ ໂຄງການທີ່ມີຄວາມນິຍົມ ແລະ ມີລາຄາແພງພວກນີ້ປະກອບ ມີການໃຊ້ຈ່າຍງົບປະມານ ຫຼາຍກວ່າເຄິ່ງໜຶ່ງຂອງລັດຖະບານໃນໄລຍະ 10 ປີຂ້າງໜ້າ. ພວກເຂົາເຈົ້າກ່າວວ່າ ມັນຍາກທີ່ຈະເຮັດໃຫ້ງົບປະມານມີຄວາມສົມດຸນໂດຍປາສະຈາກ ການຕັດຄ່າໃຊ້ຈ່າຍ ປະກັນສັງຄົມ ແລະ ປະກັນສຸຂະພາບ ຜູ້ສູງອາຍຸ.
ທ່ານ Mulvaney ໄດ້ອະທິບາຍວ່າ ການຕັດໃນໂຄງການສັງຄົມຕ່າງໆແມ່ນມີເຈຕະນາ ທີ່ຈະເຮັດໃຫ້ປະຊາຊົນ ຜູ້ທີ່ອາໄສໂຄງການລັດຖະບານກາງນັ້ນ ກັບມາເຮັດວຽກ.