ປະທານາທິບໍດີ ເກົາຫຼີໃຕ້ ໄດ້ເປີດເຜີຍຂໍ້ຄວາມກັບປະທານາທິບໍດີ ສະຫະລັດ ທ່ານ
ດໍໂນລ ທຣຳ ຢ່າງເປັນສ່ວນຕົວ ໃນວັນຈັນວານນີ້ ໂດຍແຈ້ງໃຫ້ ທ່ານ ທຣຳ ຊາບວ່າ
ຜູ້ນຳຂອງເກົາຫຼີເໜືອ ຢາກຈະພົບປະກັບທ່ານອີກ ໃນໄວໆນີ້ ເພື່ອທີ່ຈະທຳຄວາມກ້າວ
ໜ້າ ໃນເລື້ອງການປົດອາວຸດນິວເຄລຍ ຢູ່ແຫຼມເກົາຫຼີ.
“ແທ້ຈິງແລ້ວ ທ່ານ ເປັນພຽງຄົນດຽວ ຜູ້ທີ່ຈະສາມາດແກ້ໄຂ ບັນຫານີ້ໄດ້” ທ່ານ ມູນ
ແຈ-ອິນ ຜູ້ທີ່ໄດ້ພົບປະກັບ ທ່ານ ກິມ ຈົງ ອຶນ ເມື່ອສັບປະດາ ແລ້ວນີ້ ຢູ່ໃນນະຄອນຫຼວງ
ພຽງຢາງ ໄດ້ກ່າວຕໍ່ທ່ານ ທຣຳ.
ສ່ວນປະທານາທິບໍດີ ສະຫະລັດ ກໍໄດ້ຕອບວ່າ ທ່ານຈະ “ມີກອງປະຊຸມ ສຸດຍອດຄັ້ງທີ່
ສອງ ກັບປະທານ ກິມ ໃນອະນາຄົດອັນບໍ່ໄກນີ້” ແລະ ສະຖານທີ່ີ ຍັງຄົງຈະຕ້ອງໄດ້
ພິຈາລະນາເບິ່ງ ແຕ່ເປັນໄປໄດ້ສູງ ທີ່ຈະບໍ່ແມ່ນ ສິງກະໂປ ບ່ອນທີ່ ທ່ານໄດ້ພົບປະກັບ
ຜູ້ນຳຂອງເກົາຫຼີເໜືອ ຄັ້ງທຳອິດ ເມື່ອວັນທີ 12 ມິຖຸນາ ຜ່ານມານີ້.
ທ່ານ ທຣຳ ໄດ້ກ່າວຕື່ມວ່າ “ສາຍສຳພັນ ແມ່ນກຳລັງດີຂຶ້ນຫຼາຍ ໃນຄວາມເປັນຈິງ
ແລ້ວ ມັນກໍເປັນໄປໃນທາງ ທີ່ໜ້າມະຫັດສະຈັນ.”
ວໍຊິງຕັນ ແລະພຽງຢາງ ບໍ່ເຄີຍມີການຈັດຕັ້ງສາຍສຳພັນທາງການທູດນຳກັນ ເລີຍ
ໃນດ້ານຫລັກການແລ້ວ ພາວະຂອງສົງຄາມກໍຍັງຄົງມີຢູ່ ໃນແຫຼມເກົາຫຼີ ແລະເກົາຫຼີ
ເໜືອ ແມ່ນບໍ່ເຊື່ອໝັ້ນ ທີ່ຈະເອົາບາດກ້າວໃນການໃຫ້ສັນຍາ ທີ່ຈະ ຍົກເລີກຄັງອາວຸດ
ນິວເຄລຍຂອງຕົນ ແຕ່ຢ່າງໃດ.
ກ່ອນໜ້ານີ້ ໃນມື້ດຽວກັນ ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ສະຫະລັດ
ທ່ານ ໄມຄ໌ ພອມພຽວ ໄດ້ກ່າວຕໍ່ບັນດານັກຂ່າວວ່າ ກອງປະຊຸມສຸດຍອດ ລະຫວ່າງ
ທ່ານທຣຳ ແລະ ທ່ານກິມ ຄັ້ງທີສອງ ນັ້ນ ຈະມີ “ຄຸນຄ່າຢ່າງມະຫາສານ” ແລະ ທ່ານ
ໝັ້ນໃຈວ່າ ມັນຈະເກີດຂຶ້ນ.