ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໒ ເມສາ ໒໐໒໓

ປ. ດໍໂນລ ທຣໍາ ຂັດຂວາງ ບໍ່ໃຫ້ເຜີຍແຜ່ ເອກກະສານ ຂອງພັກເດໂມແຄຣັດ


ປ. ດໍໂນລ ທຣໍາ ຟັງໃນລະຫວ່າງການພົບປະກັບ ພວກໂຕນໜີ ຈາກເກົາຫຼີເໜືອ ບ່ອນທີ່ທ່ານໂອ້ລົມກັບພວກນັກຂ່າວ ກ່ຽວກັບ ການອະນຸຍາດ ໃຫ້ນຳອອກ ເຜີຍແຜ່ ເອກກະສານລັບ ກ່ຽວກັບບົດບາດ ອົງການແອັຟບີອາຍ ໃນການສືບສວນ ເລື່ອງຣັດເຊຍ.

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ​ໄດ້​ຂັດ​ຂວາງບໍ່ໃຫ້ເຜີຍ​ແຜ່ ການ​ໃຫ້ເຫດ
ຜົນໂຕ້ແຍ້ງ ຂອງ​ພັກ​ເດ​ໂມ​ແຄຣັດ ຕໍ່​ເອກ​ກະສານ​ລັບຂອງ​ພັກຣີພັບ​ບລິ​ກັນ ທີ່​ກ່າວ​ຫາ​ກ່ຽວກັບການ​ໃຊ້​ອຳນາດ ຢ່າງບໍ່ຖືກຕ້ອງ ຂອງອົງການສັນຕິ​ບານ​ກາງ​ ຫລື FBI ຂອງ
ສະຫະລັດ ໃນລະຫວ່າງ​ການ​ສືບສວນ ເບິ່ງການ​ແຊກ​ແຊງ ​ຂອງ​ຣັດເຊຍ ເຂົ້າ​ໃນ​ການ​
ເລືອກ​ຕັ້ງ ປະທານາທິບໍດີ ​ປີ 2016.

ຢູ່​ໃນ​ຈົດໝາຍສະບັບນຶ່ງ ທີ່ນຳເຜີຍ​ແຜ່​ໃນ​ວັນ​ສຸກ​ວານ​ນີ້ ທີ່​ປຶກສາ​ທາງດ້ານກົດ ໝາຍ
ຂອງທຳນຽບຂາວ ທ່ານ​ດອນ ​ແມັກ​ແກນ ກ່າວ​ວ່່າ ທ່ານ​ທຣໍາ​ໄດ້​ຕັດສິນ​ໃຈ​ບໍ່​ເປີດ​ເຜີຍ
​ເອກ​ກະສາ​ນລັບ​ຂອງ​ພັກ​ເດໂມ​ແຄຣັດ "​ເພາ​ະວ່າ​ເອກ​ກະສາ​ນສະບັບນີ້ ​ບັນ​ຈຸ​ຄວາມ​ລັບ
​ທີ່​ສຳຄັນຫຼາຍ​ຢ່າງ ​ແລະ​ໂດຍ​ສະ​ເພາະແລ້ວ​ເປັນຂໍ້​ຄວາມ​ທີ່ພົວພັນກັບຂໍ້ມູນລັບ.”

ສະມາຊິກ​ສະພາ​ຕໍ່າສະ​ເຕ​ນີ ຮອຍ​ເຢີ ຜູ້ນຳໝາຍເລກ 2 ຂອງພັກ​ເດ​ໂມ​ແຄຣັດ​ ໃນ​ສະ
ພາ​ຕໍ່າ ​ໄດ້​ອອກຖະ​ແຫຼງການສະບັບນຶ່ງ​ໃນ​ຕອນ​ແລງ​ວັນ​ສຸກ​ວານ​ນີ້ ໂດຍ ກ່າວວ່າ “ມັນ
ເປັນ​ການ​ລົບ​ກວນ​ຫຼາຍ ​ທີ່ປະທານາທິບໍດີ​ທຣໍາ​ໄດ້​ຂັດ​ຂວາງ​ບໍ່ໃຫ້​ເຜິ​ຍ​ແຜ່” ​ເອກ​ກະສາ​ນ
ລັບຂອງ​ພັກ​ເດ​ໂມ​ແຄຣັດ. ທ່ານ​ກ່າວ​ວ່າ ຫລັງ​ຈາກ​ປະ ທາ​ນາ​ທິບໍ​ດີ​ທຣໍາ ​ເມື່ອ​ວັນ​ທີ 2
ກຸ​ມພາໄດ້​ເຜີຍ​ແຜ່ “​ເອກກະສານ ຂອງ​ຄະນະ​ກຳ​ມະ​ການສືບລັບ​ພັກຣີພັບ​ບລິ​ກັນ ຊຶ່ງ
ຂຽນຂຶ້ນແຕ່

ພຽງຝ່າຍດຽວແລະມີຂໍ້ຄວາມບໍ່ຖືກຕ້ອງ ​ມັນ​ຈະເປັນການ​ເໝາະ​ສົມ​ ກໍຕໍ່ເມື່ອ ຊາວ​ອາ​ເມ
ຣິກັນ​ເຫັນ​ຄວາ​ມຈິງ​ທຸກ​ຢ່າງ.”

​ຈົດໝາຍຂອງ​ທ່ານ​ແມັກ​ແກນ ​ທີ່ສົ່ງໄປ​ຫາ​ປະທານ​ຄະນະ​ກຳມະການ​ສືບ​ລັບ​ສະພາ​ຕໍ່າ
ທ່ານ​ເດ​ວີນ ນູເນສ ​ໄດ້​ຂໍຮ້ອງ ໃຫ້ມີ​ການ​ດັດ​ແປງເອກ​ກະສາ​ນດັ່ງກ່າວ ກ່ອນ​ທີ່​ຈະ​ສາ
ມາດນຳອອກ​ເຜີຍ​ແຜ່ໄດ້.

ຜູ້ນຳຂັ້ນສູງພັກເດໂມແຄຣັດ ທ່ານ ສະເຕນີ ຮອຍເຢີ ກ່າວຕໍ່ບັນດານັກຂ່າວ.
ຜູ້ນຳຂັ້ນສູງພັກເດໂມແຄຣັດ ທ່ານ ສະເຕນີ ຮອຍເຢີ ກ່າວຕໍ່ບັນດານັກຂ່າວ.

ທ່ານ​ນູເນສໄດ້​ອອກ​ຖະ​ແຫລ​ງການສະບັບນຶ່ງ ​ໃນ​ຕອນ​ແລງ​ວັນ​ສຸກ ກ່າວ​ວ່າ “ຂ້າພະ​
ເຈົ້າ​ໄດ້​ເຕືອນ​ແລ້ວວ່າ ​ເອກ​ກະສາ​ນຂອງ​ພັກ​ເດ​ໂມ​ແຄຣັດບັນຈຸ​ຫາຍໆແຫ​ລ່ງຂ່າວ
​ແລະ​ວິທີການ​ຕ່າງໆ ຈຶ່ງ​ບໍ່ເປັນທີ່ແປກ​ໃຈ​ທີ່​ບັນດາ​ອົງການ​ຕ່າງໆ​ ໄດ້​ສະ​ເໜີແນະບໍ່​ໃຫ້
​ເຜີຍ​ແຜ່​ເອກ​ກະສາ​ນດັ່ງກ່າວໂດຍປາດ​ສະ​ຈາກ​ການກວດ ແກ້.”

ທີ່​ປຶກສາ​ທາງດ້ານກົດໝາຍ ຂອງທຳນຽບຂາວ ທ່ານ​ດອນ ​ແມັກ​ແກນ.
ທີ່​ປຶກສາ​ທາງດ້ານກົດໝາຍ ຂອງທຳນຽບຂາວ ທ່ານ​ດອນ ​ແມັກ​ແກນ.

ຈົດໝາຍ​ຂອງ​ທ່ານ​ແມັກ​ແກນ ກ່າວ​ວ່າ ເພື່ອເຫັນແກ່ “ຜົນ​ປະ​ໂຫຍ​ດຂອງ​ສາ ທາລະນະ
ຊົນ ​ໃນຄວາມໂປ່ງໃສ ກ່ຽວກັບສະພາບການ ​ທີ່​ບໍ່ເຄີຍ​ມີ​ມາກ່ອນ​ເຫລົ່າ​ນີ້ ປະທານາທິບໍ
ດີ​ຈຶ່ງໄດ້​ສັ່ງໃຫ້ ພະນັກງານ​ກະຊວງ​ຍຸຕິ​ທຳ​ ຈົ່ງ​ໃຫ້ການ​ຊ່ວຍ​ເຫຼືອທາງ​ດ້ານ​ເທັກ​ນິກ​ແກ່
​ຄະນະ​ກຳ​ມະການ” ​ໃນ​ຄວາມ​ພະຍາຍາມ​ເພື່ອ ດັດແປງແກ້ໄຂເອກ​ກະສາ​ນດັ່ງກ່າວ.

ປະທານາທິບໍດີ​ທຣໍາ ມີ​ເວລາ​ຈົນ​ເຖິງ​ແລງວັນ​ສຸກວານນີ້ ໃນ​ການ​ຕັດສິນ​ໃຈ​ວ່າ​ຈະ​ເປີດ​
ເຜີຍ​ເອກ​ກະສາ​ນທີ່​ຂຽນ​ຂຶ້ນໂດ​ຍຄະນະ​ກຳ​ມະການ​ສືບ​ລັບໃນສະພາ​ຕໍ່າ ຂອງພັກ​ເດໂມ​ແຄຣັດຫຼືບໍ່.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG