ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ ທຣຳ ມີປະຕິກິລິຍາ ງຽບຂຶມ ໃນຂະນະທີ່ ຈະມ້ວນທ້າຍ ລາຍງານຂອງໄອຍະການພິເສດ


ໄດ້ມີການຖ່າຍຮູບປະທານາທິບໍດີ ທຣຳ ເວລາມີປະຊຸມກັບນາ
ຍົກລັດຖະມົນຕີ ອອສເຕຣຍ Sebastian Kurz ທີ່ທຳ​ນຽບຂາວ ວັນທີ 20 ກຸມພາ 2019.
ໄດ້ມີການຖ່າຍຮູບປະທານາທິບໍດີ ທຣຳ ເວລາມີປະຊຸມກັບນາ ຍົກລັດຖະມົນຕີ ອອສເຕຣຍ Sebastian Kurz ທີ່ທຳ​ນຽບຂາວ ວັນທີ 20 ກຸມພາ 2019.

ມັນຈະ “ຂຶ້ນຢູ່ກັບລັດຖະມົນຕີຍຸຕິທຳຄົນໃໝ່ຢ່າງສິ້ນເຊີງ” ວ່າ ເມື່ອໃດແລະວິທີ ໃດ ທີ່ຈະນຳອອກເຜີຍແຜ່ ລາຍງານການສືບສວນຂອງໄອຍະການພິເສດ ກ່ຽວ ກັບຣັດ
ເຊຍ ອີງຕາມຄຳເວົ້າຂອງປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣຳ ໃນວັນພຸດ
ວານນີ້.

​ການ​ໃຫ້ຄຳເຫັນຂອງທ່ານ ຕໍ່ພວກນັກຂ່າວ ໃນຫ້ອງການຮູບໄຂ່ ໃນລະຫວ່າງ ການ
ພົບປະກັບນາຍົກລັດມົນຕີ ອອສເຕຣຍ ທ່ານ ເຊບາສຈຽນ ເກີດສ໌ ໄດ້ມີຂຶ້ນລຸນຫລັງ
ນັກຂ່າວຊີແອັນແອັນ ທີ່ໄດ້ລາຍງານເຖິງການມ້ວນທ້າຍຂອງການ ສືບສວນຂອງທ່ານ
ຣໍເບີດ ມອນເລີ​ ວ່າອາດຈະສິ້ນສຸດລົງໄດ້ ບໍ່ກາຍອາທິດ ໜ້າ ແລະບົດສະຫລຸບ
ຂອງລາຍງານລັບ ຈະຖືກຍື່ນໄປຫາສະພາໂດຍລັດຖະ ມົນຕີຍຸຕິທຳ ທ່ານ ວຽນລຽມ
ບາ.

ນອກນັ້ນທ່ານ ທຣຳ ຍັງໄດ້ຖືກຖາມກ່ຽວກັບການສຳພາດກັບສື່ມວນຊົນ ທີ່ອະ ດີດຜູ້ອຳ
ນວຍການຊົ່ວຄາວ ຂອງອົງ​ການແອັຟບີໄອວ່າ ໄດ້ກະທຳໄປເພື່ອໂຄ ສະນາເລື້ອງປຶ້ມ
ທີ່ເວົ້າກ່ຽວກັບການຕໍ່ຕ້ານການສືບສວນດ້ານສືບລັບ ທີ່ເພິ່ນ ໄດ້ເປີດເຜີຍ ກ່ຽວກັບ
ຄວາມປະພຶດ ຂອງປະທານາທິບໍດີນຳ. ທ່ານທຣຳ ໄດ້ ຕອບວ່າ “ແອນດຣູ ແມັກເຄບ
ເຮັດແບບເປັນຜີບ້າ ເມື່ອສອງສາມມື້ ຫລັງນີ້ ລາວວຸ້ນວາຍຫລາຍ.”

ທ່ານປະທານາທິບໍດີເວົ້າວ່າ ແມັກເຄບ ເປັນຄົນຂາດສິນທຳ ຜູ້ທີ່ຂາດຄວາມ ເຊື່ອຖື
ຫລັງຈາກຖືກປົດອອກ​ຈາກ​ໜ້າ​ທີ່ ຍ້ອນຂີ້ຕົວະພວກນັກສືບສວນພາຍໃນ ກ່ຽວກັບການ
ຮົ່ວໄຫລ ໄປຫາສື່ມວນຊົນ.

ທ່ານແມັກເຄບ ໄດັບອກພວກຜູ້ສຳພາດວ່າ ເພິ່ນໄດ້ບອກກຸ່ມຂອງພວກຂັ້ນສູງ ໃນສະ
ພາ ກ່ຽວກັບການສືບສວນ ແຕ່ວ່າບໍ່ມີຜູ້ໃດມີຄວາມເຫັນຄັດຄ້ານ. ນອກ ຈາກນັ້ນແລ້ວ ອະດີດເຈົ້າໜ້າທີ່ອົງ​ການແອັຟບີໄອຍັງໄດ້ເວົ້າວ່າ “ມັນອາດເປັນ ໄປໄດ້” ວ່າທຣຳເປັນ
ສົມບັດຂອງຣັດເຊຍ.

ຂໍ້ກ່າວຫາທີ່ວ່ານີ້ ເປັນພາກສ່ວນນຶ່ງ ທີ່ຫາກໍມີຂຶ້ນມາໃໝ່ ເປັນການກ່າວຫາ ທີ່ ເປັນຄຳ
ຖາມຮ້າຍແຮງ ກ່ຽວກັບຄຳຕອບຂອງປະທານາທິບໍດີ ຕໍ່ການສືບສວນ ຂອງລັດຖະບານ
ກາງ ກ່ຽວກັບເພິ່ນ ແລະພວກມີສ່ວນຮ່ວມທີ່ໃກ້ສິດ.

ໄອຍະການພິເສດ ໄດ້ຕັ້ງຂໍ້ຫາແລ້ວ ໃສ່ພວກມີສ່ວນຮ່ວມ ຫົກຄົນໃນການໂຄ ສະນາຫາ
ສຽງເລືອກຕັ້ງປະທານາທິບໍດີ ປີ 2016 ແລະຟ້ອງຮ້ອງ ຫລືໄດ້ຮັບ ການສາລະພາບຜິດ ຈາກຈຳນວນ 34 ຄົນ ແລະສາມບໍລິສັດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG