ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ. ທ​ຣຳ ​ເວົ້າ​ວ່າທ່ານ "ອາດ​ຈະ" ບໍ່​ນັ່ງເພື່ອ​ໃຫ້ ສຳພາດ ກັບ​ໄອ​ຍະ​ການ ພິ​ເສດ ໃນການ​ສືບ​ສວນ ເລື້ອງ​ຣັດ​ເຊຍ


ທ່ານ ດໍ​ໂນ​ລ ທ​ຣຳ ຕອບຄຳ​ຖາມ​ຂອ​ງພວກນັກ​ຂ່າວ ​ກ່ຽວ​ກັບ
ການ​​ສືບ​ສວນເລື້ອງການ​ພົວ​ພັນ​ຂອງຄະ​ນະ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານໃນ​ປີ 2016 ​ກັບ​ຣັດ​ເຊຍ ​ຢູ່​ທຳ​ນຽບ​ຂາວໃນ​ວັນ​ທີ 16 ພະ​ຈິກ, 2018
ທ່ານ ດໍ​ໂນ​ລ ທ​ຣຳ ຕອບຄຳ​ຖາມ​ຂອ​ງພວກນັກ​ຂ່າວ ​ກ່ຽວ​ກັບ ການ​​ສືບ​ສວນເລື້ອງການ​ພົວ​ພັນ​ຂອງຄະ​ນະ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານໃນ​ປີ 2016 ​ກັບ​ຣັດ​ເຊຍ ​ຢູ່​ທຳ​ນຽບ​ຂາວໃນ​ວັນ​ທີ 16 ພະ​ຈິກ, 2018

ທ່ານ ດໍ​ໂນ​ລ ທ​ຣຳ, ປ​ະ​ທາ​ນາ​ທິ​ບໍ​ດີຂອງ​ສະ​ຫະ​ລັດກຳ​ລັງ​ປະ​ກາດ​ວ່າ ທ່ານ "ອາດ​ຈະ"
ບໍ່​ນັ່ງເພື່ອ​ໃຫ້ສຳພາດກັບໄອ​ຍະ​ການ​ພິ​ເສດໂຣ​ເບີດ ມອ​ລ​ເລີ ທີ່​ທຳ​ການ​ສືບ​ສວນກ່ຽວ​
ກັບການ​ພົວ​ພັນ​ຂອງຄະ​ນະ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານໃນ​ປີ 2016 ​ກັບ​ຣັດ​ເຊຍນັ້ນ,
ຊຶ່ງ​ເປັນ​ການ​ສະ​ເໜີ​ໃຫ້​ຮູ້​ວ່າ ຄຳ​ຕອບ​ທີ່ຈະຂຽນເອົາ ​ຕໍ່​ຄຳ​ຖາມ​ຂອງ​ພວກ​ໄອ​ຍະ​ການ
ນັ້ນ ຈະ​ເປັນ​ຄຳ​ຕອບ​ອັນ​ສຸດ​ທ້າຍ​ຂອງ​ທ່ານ.ທ່ານ ທ​ຣຳ ກ່າວ​ຕໍ່​ອົງ​ການ Fox News
ໃນ​ວັນ​ອາ​ທິດວານນີ້ ​ຕໍ່​ຜູ້​ດຳ​ເນີນ​ລາຍ​ການຄ​ຣິ​ສ ວອ​ລ​ເລ​ສ (Chris Wallace) ວ່າ
ໃນ​ສອງ​ສາມ​ມື້ມໍ່ໆ​ມານີ້ ທ່ານ​ໄດ້ໃຫ້ "ຄຳ​ຕອບ​ທີ່​ຄົບ​ຖ້ວນ​ຫລາຍ​ທີ່​ສຸດ ຕໍ່​ຄຳ​ຖາມ​ທີ່​
ຂ້າ​ພະ​ເຈົ້າ​ບໍ່​ຄວນ​ຖືກ​ຖາມ. ການ​ເຮັດຈັ່ງ​ຊັ້ນ ຄົງ​ຈະ​ໝົດ​ແລ້ວ."

ໃນ​ການ​ໃຫ້​ສຳ​ພາດ​ໃນ​ວັນ​ສຸກຜ່ານ​ມາ ທີ່​ຖືກ​ບັນ​ທຶກ​ເທັບ​ໄວ້ ແລະນຳ​ອອກ​ມາສາຍໃນ
​ວັນ​ອາ​ທິດ​ວານນີ້ນັ້ນ ທ່ານ​ທ​ຣຳ​ເວົ້າ​ວ່າ ພວກທະ​ນາຍ​ຄວາມ​ຂອງ​ທ່ານ ກຳ​ລັງ​ຕອບ
​ຄຳ​ຖາມຊາວ​ປາຍ​ຂໍ້ ​ຂອງ​ທ່ານ ມອ​ລ​ເລີຢູ່, ແຕ່​ທ່ານກໍ​ເວົ້​າວ່າ "ພວກ​ເຂົາ​ເຈົ້າ​ຂຽນ​ສິ່ງ​ທີ່​
ຂ້າ​ພະ​ເຈົ້າ​ບອກ​. ມັນ​ບໍ່​ມີ​ຫຍັງ​ເປັນ​ເລື້ອງ​ຍາກ​ເລີຍ."

ພວກທະ​ນາຍ​ຄວາມ​ຂອງ​ທ່ານທ​ຣຳ ຄາດ​ວ່າ ຈະ​ເອົາ​ຄຳ​ຕອບ​ທີ່​ຂຽນ​ເອົາ​ນັ້ນ ສົ່ງ​ໃຫ້​
ໃນ​ບໍ່​ເທົ່າ​ໃດ​ມື້ຕໍ່​ໜ້ານີ້, ເຖິງ​ແມ່ນ​ວ່າ ທະ​ນາຍ​ຄວາມຂອງ​ທ່ານ​ທ​ຣຳ , ທ່ານ ຣູ​ດີ ຈິວ​ລິ​
ອາ​ນີ (Rudy Giuliani) ເວົ້າ​ໃນ​ອາ​ທິດ​ແລ້ວນີ້ວ່າ ຄຳ​ຖາມ​ບາງ​ອັນ​ໃນ​ນັ້ນແມ່ນ​ສ້າງ
"ໃຫ້​ເປັນ​ບັນ​ຫາ​ທາງ​ກົດ​ໝາຍແກ່​ພວກ​ເຮົາ ຫລາຍ ກວ່າຄຳ​ຖາມ​ອື່ນ." ທ່ານ ຈິວ​ລິ​ອາ​ນີ
(Giuliani) ເວົ້າ​ກ່ຽວ​ກັບ​ບາງ​ຄຳ​ຖາມ​ວ່າ ເປັນ​ຄຳ​ຖາມ" ​ທີ່ບໍ່​ຈຳ​ເປັນ," ຄຳ​ຖາມ​ບາງ​ຂໍ້ "ອາດ​ເປັນ​ແຮ້ວ​ຫ້າງ​ໃສ່" ແລະ​ເວົ້າ​ວ່າ "ພວກ​ເຮົາ​ອາດ​ຈະ​ຖື​ວ່າມັນ​ເປັນ​ຄຳ​ຖາມ​ທີ່ບໍ່​ກ່ຽວ​ຂ້ອງກັບ​ເລື້ອງນີ້​ເລີຍ."

Trump Lashes Out at Critics of His Choice for Acting Attorney General
please wait

No media source currently available

0:00 0:02:09 0:00

​ຄຳ​ຖາມ​ເຫລົ່າ​ນັ້ນແມ່ນ​ກ່ຽວ​ຂ້ອງ​ກັບ​ເຫດ​ການ​ຕ່າງໆ ທີ່​ນຳ​ໄປ​ສູ່​ການ​ເລືອກ​ຕັ້ງ​ແຫ່ງ​
ຊາດ​ໃນ​ເດືອນ​ພະ​ຈິກ 2016, ມັນ​ບໍ່​ແມ່ນ​ຄຳ​ຖາມ​ທີ່​ກ່ຽວ​ຂ້ອງ​ກັບເຫດ​ການ​ທີ່​ເກີດ​ຂື້ນ
​ໃນ​ໄລ​ຍະ​ສອງ​ເດືອນ​ປາຍ ໃນ​ຂະ​ນະ​ທີ່​ທ່ານ​ທ​ຣຳເປັນ​ປະ​ທາ​ນາ​ທິ​ບໍ​ດີ ຖືກ​ເລືອກ​ໃໝ່​ນັ້ນ,
ຫລື​ກ່ຽວ​ກັບ​ເຫດ​ການ​ທີ່​ເກີດ​ຂຶ້ນຢູ່​ໃນ​ໄລ​ຍະ​ທີ່ທ່ານ​ທ​ຣຳ ດຳລົງ​ຕຳ​ແໜ່ງ​ເປັນ​ປະ​ທາ​ນາ
​ທິ​ບໍ​ດີຢູ່, ຊຶ່ງ​ທ່ານ ມອ​ລ​ເລີກຳ​ລັງ​ສືບ​ສວນ​ເບິ່ງວ່າ ທ່ານ​ທ​ຣຳ ໄດ້ຂັດ​ຂວາງ​ຂະ​ບວນ​ການ
ຍຸ​ຕິ​ທຳໂດຍ​ພະ​ຍາ​ຍາມ ທີ່​ຈະ​ເຮັດ​ໃຫ້​ການ​ສືບ​ສວນຍຸ​ຕິ​ລົງ ຢູ່​ນັ້ນ​ຫລືບໍ່.

ຢູ່​ໃນ​ການ​ໃຫ້​ສຳ​ພາດ​ກັບ​ອົງ​ການ​ຂ່າວຟັອກ​ສ໌ນັ້ນ ທ່ານ ທ​ຣຳ ໄດ້ທຳ​ການ​ໂຈມ​ຕີ​ ທີ່​ມີ​ມາ
​ແຕ່​ດົນ​ນານ ຕໍ່​ການ​ສືບ​ສວນ​ຂອງ​ທ່ານມອ​ລ​ເລີ​ທີ່​ດຳ​ເນີນ​ມາ​ເປັນ​ເວ​ລາ 18 ເດືອນນັ້ນ
ຄືນອີກ."ມັນ​ເປັນ​ແຜນ​ການ​ຂີ້​ຕົວ​ຄົນ," "ມັນ​ບໍ່​ມີ​ການ​ຮ່ວມ​ມື​ກັນຫຍັງເລີຍ," ນັ້ນ​ຄື​ຄຳ​ເວົ້າ
​ຂອງ​ທ່ານ.

ນຶ່ງມື້ ​ພາຍ​ຫລັງ​ການ​ເລືອກ​ຕັ້ງ​ລັດ​ຖະ​ສະ​ພາ​ໃນ​ຕອນຕົ້ນ​ເດືອນນີ້​ສິ້ນ​ສຸດ​ລົງ, ທ່ານທ​ຣຳ
ໄດ້ປົດ​ຕຳ​ແໜ່ງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳທ່ານ ແຈັ​ຟ ແຊ​ສ​ສັນຜູ້ທີ່​ເຮັດ​ໃຫ້​ທ່ານ​ທ​ຣຳບໍ່​
ພໍ​ໃຈ​ມາ​ເປັນ​ເວ​ລາ​ດົນ​ນານ ທີ່ໄດ້​ຖອນ​ໂຕ​ອອກ ຈາກການ​ຊີ້​ນຳ​ດູ​ແລ​ການ​ສືບ​ສວນ​ຂອງ​
ທ່ານມອ​ລ​ເລີນັ້ນ​ອອກ. ທ່ານ ທ​ຣຳໄດ້​ເອົາ​ຜູ້​ທີ່​ມີ​ຄວາມ​ຈົງ​ຮັກ​ພັກ​ດີ​ຕໍ່​ທ່ານ ກໍ​ຄື​ທ່ານແມັດ​
ທີວ ວິດ​ເທ​ເກີ (Matthew Whitaker), ຜູ້​ຮັກ​ສາ​ການ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳທີ່ໄດ້
​ສະ​ເໜີ​ໃນ​ຕອນ​ນຶ່ງປີກວ່າ, ກ່ອນ​ໜ້າ​ທີ່​ທ່ານ​ຈະ​ເປັນ​ຫົວ​ໜ້າ​ຫ້ອງ​ການ​ຂອງ​ທ່ານ​ແຊ​ສ
​ສັນວ່າ ຜູ້​ທີ່​ຈະ​ມາ​ແທນລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ເຊັ່ນ​ເພິ່ນ​ເອງກຳ​ລັງ​ເປັນ​ຢູ່​ຕອນນີ້,
ສາ​ມາດ​ທີ່​ຈະ​ຕັດ​ເງິນ​ງົບ​ປະ​ມານ​ໃຊ້​ຈ່າຍ​ໃຫ້ແກ່​ການ​ດຳ​ເນີນການ​ສືບ​ສວນ​ຂອງ​ທ່ານ
ມອ​ລ​ເລີ ເພາະ​ສະ​ນັ້ນມັນ “ກໍ​ຈະ​ຖືກ​ບັງ​ຄັບ​ໃຫ້​ໄປ​ສູ່​ຈຸດ​ທີ່​ເກືອບ​ວ່າຍຸ​ຕິ​ລົງໄດ້,” ນັ້ນ ມາ
​ກຳ​ຕຳ​ແໜ່ງແທນ​ທ່ານ​ແຊ​ສສັນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG