ທ້າມກາງການລະບາດຢ່າງໜັກ ຂອງໄວຣັສໂຄໂຣນາຢູ່ນີ້, ປະທານາທິບໍດີ ດໍໂນລ ທຣໍາ ໄດ້ຜິດຖຽງກັບລັດມິຊິແກນທີ່ເປັນລັດຢູ່ໃນເຂດຍາດແຍ່ງທາງການເລືອກຕັ້ງທີ່ສໍາຄັນລັດນຶ່ງໃນວັນພຸດວານນີ້ ທີ່ໄດ້ຂະຫຍາຍແຜນການສໍາລັບການປ່ອນບັດເລືອກຕັ້ງໂດຍຜ່ານທາງໄປສະນີໃນການເລືອກຕັ້ງປະທານາທິບໍດີ ໃນເດືອນພະຈິກນີ້ ອອກໄປ.
ເຈົ້າໜ້າທີ່ເລືອກຕັ້ງໃນລັດທີ່ຢູ່ລັດທາງຕາເວັນຕົກຕອນກາງແຫ່ງນັ້ນ, ທ່ານນາງ ຈອຍເຊີລີນ ເບນຊັນ (Jocelyn Benson) ຫົວໜ້າຫ້ອງການລັດ ໄດ້ປະກາດໃນວັນອັງຄານຜ່ານມາວ່າ ຄໍາຮ້ອງຂໍບັດລົງຄະແນນສຽງຜ່ານທາງໄປສະນີໄດ້ສົ່ງອອກໄປໃຫ້ຜູ້ປ່ອນບັດເລືອກຕັ້ງທີ່ໄດ້ລົງທະບຽນແລ້ວທັງໝົດ 7 ລ້ານ 7 ແສນຄົນ. ທ່ານນາງກ່າວວ່າ ຕາມແຜນແລ້ວ ແມ່ນໃຫ້ພວກປ່ອນບັດໃນລັດມິຊິ ແກນມີໂອກາດລົງຄະແນນສຽງຜ່ານທາງໄປສະນີ ຢູ່ໃນການເລືອກຕັ້ງຂັ້ນຕົ້ນໃນ ເດືອນສິງຫາທີ່ຈະມາເຖິງນີ້ແລະໃນການເລືອກຕັ້ງແຫ່ງຊາດໃນວັນທີ 3 ພະຈິກ ແທນທີ່ຈະໃຫ້ເຂົາເຈົ້າໄປຫາສະຖານທີ່ປ່ອນບັດທົ່ວໄປ ໃນໄລຍະທີ່ມີວິກິດການ ຈາກໄວຣັສໂຄໂຣນາຢູ່ນີ້.
ທ່ານທຣໍາເອງ ກໍໄດ້ປ່ອນບັດເລືອກຕັ້ງທາງໄປສະນີໃນການເລືອກຕັ້ງ ທີ່ລັດຟລໍ ຣິດາໃນຕົ້ນປີນີ້ ແຕ່ທ່ານກັບມາຄັດຄ້ານ ແຜນການປ່ອນບັດຜ່ານທາງໄປສະນີ ຂອງລັດມິຊິແກນໃນທັນທີທັນໃດ.
ທ່ານຂຽນລົງໃນທວີດເຕີວ່າ “ການເຮັດແນວນີ້ແມ່ນຜິດກົດໝາຍ ແລະເຮັດແບບບໍ່ໄດ້ຮັບ
ການອະນຸຍາດໂດຍຫົວໜ້າຫ້ອງການທີ່ຂີ້ໂກງຂອງລັດ.” ທ່ານຂຽນຕໍ່ໄປອີກວ່າ “ຂ້າພະ
ເຈົ້າຈະໂຈະການໃຫ້ເງິນງົບປະມານໃຫ້ແກ່ລັດມິຊິແກນ ຖ້າ ຫາກພວກເຂົາຢາກຈະກ້າວ
ໄປຕາມເສັ້ນທາງຂອງຜູ້ປ່ອນບັດທີ່ຂີ້ໂກງນີ້!” ທ່ານຍັງໄດ້ສະເໜີອີກວ່າ ການປ່ອນບັດ
ເລືອກຕັ້ງໂດຍທາງໄປສະນີຢູ່ໃນລັດເນວາດາ ທາງພາກຕາເວັນຕົກນັ້ນ ກໍຜິດກົດໝາຍ.
ທ່ານນາງເບນຊັນ ໄດ້ຕໍາໜິຕໍ່ຂໍ້ກ່າວອ້າງຂອງທ່ານທຣໍາຢ່າງວ່ອງໄວ ໂດຍເວົ້າວ່າການກະ
ທໍາ ຂອງທ່ານນາງ ບໍ່ໄດ້ເປັນເລື້ອງຜິດປົກກະຕິຫຍັງແຕ່ຢ່າງໃດ.
“ສະບາຍດີ! ຂ້າພະເຈົ້າກໍຍັງມີຊື່ຢູ່ ຊື່ແມ່ນຈອຍເຊີລີນ ເບນຊັນ (Jocelyn Benson).
ແລະພວກເຮົາໄດ້ສົ່ງຄໍາຮ້ອງນັ້ນອອກໄປແລ້ວ, ມັນບໍ່ແມ່ນບັດເລືອກຕັ້ງ. ກໍຄືກັນກັບເພື່ອນ
ຮ່ວມງານຂອງຂ້າພະເຈົ້າຈາກພັກຣິພັບລິກັນ ທັງຫລາຍທີ່ເຮັດຢູ່ໃນລັດ ໄອໂອວາ, ຈໍເຈຍ,
ເນບຣັສກາ ແລະເວີຈີເນຍຕາເວັນຕົກ.”
ທ່ານ ສຕີບ ສີໂລແລັກ (Steve Sisolak), ຜູ້ປົກຄອງລັດເນວາດາ, ກໍໄດ້ຄັດ ຄ້ານຕໍ່ຄໍາ
ເຫັນຂອງທ່ານທຣໍາຢູ່ໃນທວີດເຕີເຊັ່ນກັນ ກ່ຽວກັບລັດຂອງທ່ານ ໂດຍເວົ້າວ່າ “ສໍາລັບ
ປະທານາທິບໍດີທໍາການຂົ່ມຂູ່ວ່າ ຈະບໍ່ໃຫ້ເງິນຂອງລັດຖະບານ ກາງ ໃນຂະນະທີ່ມີການ ລະບາດຂອງພະຍາດຢ່າງໜັກຢູ່ນີ້ ຍ້ອນການໃຊ້ສິດອໍານາດຂອງລັດ ທີ່ຈະດໍາເນີນການເລືອກຕັ້ງທີ່ມີລັກສະນະປອດໄພ ແລະຖືກຕ້ອງຕາມກົດໝາຍ ແມ່ນບໍ່ເໝາະສົມ ແລະຮຸນແຮງ.”