ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ທຳນາຍ ວ່າ ຈະມີຂໍ້ຕົກລົງກັນ ໃນເລື່ອງການຂັດແຍ່ງ ດ້ານການຄ້າ ກັບຈີນ

ພວກລົດບັນທຸກຂົນສົ່ງຕູ້ບັນຈຸສິນຄ້າ ຢູ່ທີ່ທ່າເຮືອ ໃນເມືອງ ກິງດາວ ແຂວງ ຊານດົງ ຂອງຈີນ, ວັນທີ 8 ເມສາ 2018.
ພວກລົດບັນທຸກຂົນສົ່ງຕູ້ບັນຈຸສິນຄ້າ ຢູ່ທີ່ທ່າເຮືອ ໃນເມືອງ ກິງດາວ ແຂວງ ຊານດົງ ຂອງຈີນ, ວັນທີ 8 ເມສາ 2018.

ໃນວັນອາທິດວານນີ້ ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ທຳນາຍວ່າ ຈະ
ມີຂໍ້ຕົກລົງກັນໄດ້ ສຳລັບການຂັດແຍ້ງ ລະຫວ່າງ ສະຫະລັດ ກັບຈີນ ກ່ຽວກັບ ການວາງ
ພາສີ ຂາເຂົ້າຕໍ່ສິນຄ້າຫຼາຍຊະນິດ ມູນຄ່າຫຼາຍຕື້ໂດລາ ເຊິ່ງສອງເສດຖະກິດໃຫຍ່ທີ່ສຸດ
ຂອງໂລກ ຂົ່ມຂູ່ວ່າ ຈະວາງມາດຕະການພາສີຂາເຂົ້າ ຕໍ່ກັນ.

ຜູ້ນຳຂອງສະຫະລັດ ກ່າວວ່າ ໂດຍປາດສະຈາກການສະເໜີ ໃຫ້ຂໍ້ມູນໂດຍກົງໃດໆ ທີ່
ວ່າ “ຈີນຈະຫລຸດຜ່ອນກຳແພງດ້ານການຄ້າຂອງຕົນລົງ ກໍເພາະວ່າ ມັນເປັນສິ່ງຖືກ
ຕ້ອງທີ່ຄວນເຮັດ.”

ທ່ານທຣຳ ໄດ້ກ່າວຕື່ມວ່າ “ພາສີຂາເຂົ້າ ຈະກາຍເປັນການເຮັດແບບຊີ້ນໄປປາມາ
ແລະຂໍ້ຕົກລົງ ແມ່ນຈະຕ້ອງໄດ້ເຮັດຂຶ້ນ ກ່ຽວກັບຊັບສິນທາງສະຕິປັນຍາ. ມັນຈະ
ເປັນອະນາຄົດທີ່ດີຍິ່ງ ສຳລັບທັງສອງປະເທດ.”

ເຖິງຢ່າງໃດກໍຕາມ ທ່ານທຣຳ ໄດ້ກ່າວວ່າ ທ່ານ ແລະ ປະທານປະເທດຈີນ ທ່ານສີ
ຈິ່ນຜິງ “ຈະເປັນເພື່ອນມິດກັນຢູ່ສະເໝີ ບໍ່ວ່າແມ່ນຫຍັງຈະເກີດຂຶ້ນກັບການຂັດແຍ່ງ
ດ້ານການຄ້າ ກໍຕາມ.”

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ແລະ ປະທານປະເທດຈີນ ທ່ານສີ ຈິ່ນຜິງ ເດີນທາງໄປ ຮອດງານລ້ຽງອາຫານຄ່ຳ ຂອງທາງການ ພ້ອມກັບສະຕີໝາຍເລກນຶ່ງ ຢູ່ທີ່ ຫໍສາລາ ປະຊາຊົນ ໃນນະຄອນຫຼວງ ປັກກິ່ງ ຂອງຈີນ, ວັນທີ 9 ພະຈິກ 2017.
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ແລະ ປະທານປະເທດຈີນ ທ່ານສີ ຈິ່ນຜິງ ເດີນທາງໄປ ຮອດງານລ້ຽງອາຫານຄ່ຳ ຂອງທາງການ ພ້ອມກັບສະຕີໝາຍເລກນຶ່ງ ຢູ່ທີ່ ຫໍສາລາ ປະຊາຊົນ ໃນນະຄອນຫຼວງ ປັກກິ່ງ ຂອງຈີນ, ວັນທີ 9 ພະຈິກ 2017.

ການຂົ່ມຂູ່ດ້ານພາສີຂາເຂົ້າ ທີ່ວໍຊິງຕັນ ແລະປັກກິ່ງ ທີ່ໂຍນໃສ່ກັນ ກັບໄປກັບມາ ໃນ
ສອງສາມວັນ ບໍ່ດົນມານີ້ ໄດ້ສັ່ນຄອນຕະຫຼາດຮຸ້ນຕ່າງໆຂອງໂລກ ໂດຍເຮັດໃຫ້ດັດ
ຊະນີຂອງຮຸ້ນຂຶ້ນໆລົງໆຫຼາຍຮ້ອຍເປີເຊັນ.

ສ່ວນຮຸ້ນຂອງສະຫະລັດ ໄດ້ຕົກລົງຫຼາຍກວ່າ 2 ເປີເຊັນ ໃນວັນສຸກຜ່ານມານີ້ ຫຼັງຈາກ
ທີ່ ທ່ານທຣຳ ໄດ້ຂົ່ມຂູ່ວ່າ ຈະວາງພາສີຂາເຂົ້າ ໃສ່ສິນຄ້າຂອງຈີນຕື່ມອີກ ມູນຄ່າ 100
ຕື້ໂດລາ ເກີນກວ່າ ມູນຄ່າ 50 ຕື້ໂດລາ ຂອງຜະລິດຕະພັນ ທີ່ທ່ານໄດ້ກ່າວໄປແລ້ວວ່າ
ຈະໄດ້ຮັບຜົນກະທົບນັ້ນ.

ນັກຊ່ຽວຊານດ້ານຕະຫຼາດຮຸ້ນ ທ່ານ ມາຣີໂອ ປີໂຄນ ກຳລັງເຮັດວຽກໜັກທີ່່ໂຕະຂອງທ່ານ ຢູ່ຊັ້ນຂອງ ຕະຫຼາດຮຸ້ນ ນິວ ຢອກ ແອັກສເຈຊນ (New York Stock Exchange), ວັນທີ 6 ເມສາ 2018. ຮຸ້ນຕ່າງໆ ໄດ້ຕົກລົງອີກເທື່ອນຶ່ງ ໃນຂະນະທີ່ຄວາມເຄັ່ງຕຶງ ລະຫວ່າງ ສະຫະລັດ ກັບ ຈີນ ເພີ່ມຂຶ້ນເລື້ອຍໆ.

ປັກກິ່ງ ໄດ້ຕອບໂຕ້ໃນປະເພດດຽວກັນ ໂດຍກ່າວວ່າ ຕົນຈະວາງພາສີຂາເຂົ້າ ໃສ່ສິນ
ຄ້າຕ່າງໆຂອງສະຫະລັດ “ຈົນເຖິງທີ່ສຸດບໍ່ວ່າຈະເສຍເທົ່າໃດກໍຕາມ.”

ທັງສອງປະເທດໄດ້ພິມເຜີຍແຜ່ ບັນຊີລາຍການຂອງສິນຄ້າຕ່າງໆ ທີ່ພວກເຂົາເຈົ້າ
ຕັ້ງໃຈທີ່ຈະວາງພາສີຂາເຂົ້າ ໂດຍທີ່ສະຫະລັດ ໄດ້ວາງພາສີຂາເຂົ້າໃສ່ ເຫຼັກກ້າ ແລະ
ອາລູມີນຽມ ຈາກຈີນ ພ້ອມດ້ວຍ ດ້ານອະວະກາດ ເທັກໂນໂລຈີ ແລະ ສິນຄ້າກົນຈັກ
ຕ່າງໆ. ສ່ວນການວາງພາສີອື່ນໆ ຈະແນໃສ່ອຸປະກອນການແພດ ຢາປິ່ນປົວ ແລະ
ວັດຖຸດ້ານການສຶກສາຕ່າງໆ ເປັນຕົ້ນ.

Trump US China Trade
please wait
Embed

No media source currently available

0:00 0:01:16 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG