ປະທານາທິບໍດີ ດໍໂນລ ທຣຳ ຄາດວ່າ ການຕໍ່ສູ້ກັບການຟ້ອງຮ້ອງຕໍ່ທ່ານກັບພັກເດໂມ
ແຄຣັດໃນສະພາຕ່ຳ ຈະຈົບລົງດ້ວຍການໄປຂຶ້ນສານສູງສຸດ ສະຫະລັດ.
ທ່ານປະທານາທິບໍດີ ໄດ້ລົມກັບນັກຂ່າວ ໃນວັນພຸດວານນີ້, ນຶ່ງວັນຫຼັງຈາກທຳນຽບຂາວ
ເວົ້າວ່າ ເຂົາເຈົ້າໄດ້ປະຕິເສດທີ່ຈະເຂົ້າຮ່ວມໃນການສືບສວນທີ່ນຳພາໂດຍພັກເດໂມ
ແຄຣັດ ກ່ຽວກັບວ່າທ່ານຄວນຖືກຟ້ອງຮ້ອງຫຼືບໍ່.
ທ່ານ ທຣຳ ບໍ່ໄດ້ເວົ້າຢ່າງແນ່ນອນວ່າ ບັນດາຜູ້ນຳສະພາຕ່ຳຕ້ອງເຮັດຫຍັງ ຖ້າເຂົາເຈົ້າ
ຢາກໃຫ້ທ່ານຮ່ວມມື. ແຕ່ທ່ານໄດ້ເວົ້າວ່າ ທ່ານຈະຮ່ວມມື “ຖ້າໃຫ້ພວກເຮົາມີສິດ” ແລະ
ພັກຣີພັບບລີກັນ “ໄດ້ຮັບໂອກາດເທົ່າກັບຜູ້ອື່ນ.”
ໃນທວິດເຕີ, ທ່ານໄດ້ເອີ້ນການສືບສວນເພື່ອການຟ້ອງຮ້ອງວ່າ “ການຫຼອກລວງທັງໝົດ
ໂດຍພວກເດໂມແຄຣັດທີ່ບໍ່ເຮັດຫຍັງ.”
ໃນການຕຳໜິ ທີ່ໄດ້ຂຽນຢູ່ໃນຈົດໝາຍຂອງທຳນຽບຂາວນັ້ນ ແມ່ນການຕຳໜິທີ່ພັກເດ
ໂມແຄຣັດ ໄດ້ປະຕິເສດທ່ານ ທຣຳ ແລະ ຜູ້ສະໜັບສະໜູນຂອງທ່ານໃນພັກຣີພັບບລີກັນ
ໃນການໃຫ້ໂອກາດຖາມພິຍານ ແລະ ເບິ່ງຫຼັກຖານທີ່ພັກເດໂມແຄຣັດມີ.
ທຳນຽບຂາວ ໄດ້ເອີ້ນການສືບສວນເພື່ອການຟ້ອງຮ້ອງວ່າ “ຜິດລັດຖະທຳມະນູນ” ແລະ
ຮຽກຮ້ອງໃຫ້ສະມາຊິກສະພາຕ່ຳທັງໝົດໄດ້ຮັບອະນຸຍາດໃຫ້ລົງຄະແນນສຽງ ກ່ຽວກັບ
ວ່າ ມັນຄວນມີການສືບສວນຫຼືບໍ່.
ແຕ່ມັນກໍບໍ່ໄດ້ມີກົດລະບຽບທີ່ປ້ອງກັນສະພາຕ່ຳຈາກການ ສອບສວນການກ່າວຫາ ກ່ຽວ
ກັບ ກິດຈະກຳທີ່ຜິດກົດໝາຍຂອງປະທານາທິບໍດີ ກ່ອນຕັດສິນໃຈກ່ຽວກັບວ່າ ຈະນຳ
ເອົາມາດຕາການຟ້ອງຮ້ອງນັ້ນ ຂຶ້ນມາລົງຄະແນນສຽງ.
ປະທານສະພາຕ່ຳ ທ່ານນາງ ແນນຊີ ເພໂລຊີ ໄດ້ເອີ້ນຈົດໝາຍຂອງທຳນຽບຂາວວ່າ
“ການພະຍາຍາມຄັ້ງຫຼ້າສຸດ ທີ່ຈະປົກປິດການທໍລະຍົດຕໍ່ປະຊາທິປະໄຕຂອງພວກເຮົາ
ໂດຍທ່ານ ທຣຳ ແລະ ເພື່ອຢືນຢັນວ່າ ທ່ານປະທານາທິບໍດີແມ່ນຢູ່ເໜືອກົດໝາຍ.”
ໃນຕອນເຊົ້າວັນອັງຄານທີ່ຜ່ານມາ, ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສັງກັດ
ພັກເດໂມແຄຣັດ ທ່ານ ໂຈ ໄບເດັນ ໄດ້ຮຽກຮ້ອງ ໃຫ້ຟ້ອງຮ້ອງທ່ານ ທຣຳ ໂດຍກົງ ເປັນ
ຄັ້ງທຳອິດ.
ທ່ານ ໄບເດັນ ໄດ້ກ່າວທີ່ລັດ ນິວ ແຮມເຊີ ວ່າ “ທ່ານ ດໍໂນລ ທຣຳ ໄດ້ລະເມີດຄຳສາ
ບານເຂົ້າຮັບຕຳແໜ່ງຂອງລາວ, ລາວໄດ້ທໍລະຍົດຕໍ່ປະເທດນີ້, ແລະ ໄດ້ກະທຳສິ່ງທີ່
ສາມາດຟ້ອງຮ້ອງໄດ້.”
ທ່ານ ທຣຳ ໄດ້ຕອບຄືນໂດຍເວົ້າວ່າ ທ່ານ ໄບເດັນ ແມ່ນ “ກຳລັງປະສົບຄວາມລົ້ມແຫຼວ
ຄືກັບກ້ອນຫີນ. ຂ້າພະເຈົ້າບໍ່ຄິດວ່າລາວຈະເຮັດສຳເລັດດອກ” ເຊິ່ງທ່ານປະທານາທິບໍ
ດີໄດ້ກ່າວ ໃນການອ້າງອີງທີ່ປາກົດວ່າ ຈະເປັນການສຳຫຼວດຄວາມຄິດເຫັນ ທີ່ຕົກຕ່ຳ
ລົງຂອງທ່ານ ໄບເດັນ.