ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຜູ້ສະໝັກ ປະທານາທິບໍດີ ທັງສອງ ຂອງ ສະຫະລັດ ໂຄສະນາຫາສຽງ ຂັ້ນສຸດທ້າຍ


ທ້າວ Jay Z (ຂວາ) ແລະນາ Beyonce (ຊາຍ) ຢູ່ຄຽງຂ້າງ ຜູ້ສະມັກປະທານາທິບໍດີພັກເດໂມແຄຣັດ ທ່ານນາງ Hillary Clinton ໃນລະຫວ່າງ ການໂຄສະນາຫາສຽງ ທີ່ນະຄອນ Cleveland ລັດ Ohio ໃນວັນທີ 4 ພະຈິກ.
ທ້າວ Jay Z (ຂວາ) ແລະນາ Beyonce (ຊາຍ) ຢູ່ຄຽງຂ້າງ ຜູ້ສະມັກປະທານາທິບໍດີພັກເດໂມແຄຣັດ ທ່ານນາງ Hillary Clinton ໃນລະຫວ່າງ ການໂຄສະນາຫາສຽງ ທີ່ນະຄອນ Cleveland ລັດ Ohio ໃນວັນທີ 4 ພະຈິກ.

“ຄວາມ​ສື່​ຊັດ” ​ແລະ “ຄວາມ​ໜ້າ​ເຊື່ອ​ຖື” ບໍ່​ແມ່ນ​ຄຳ​ເວົ້າທີ່​ຊາວ​ອາ​ເມ​ຣິກັນ​ສ່ວນໃຫຍ່​ຈະ​ໃຊ້ ເພື່ອ​ບັນ​ລະ​ຍາຍເຖິງ​ຜູ້​ສະໝັກປະທານາທິບໍດີ​ທັງ​ສອງຄື​ທ່ານນາງ Hillary Clinton ຈາກ​ພັກ​ເດ​ໂມ​ແຄຣັດ ​ແລະ ​ທ່ານ Donald Trump ຈາກພັກຣີພັບ​ບລີ​ກັນ.

​ການ​ຢັ່ງ​ຫາງ​ສຽງ​ຂອງ​ອົງການ Gallup ໃນອາທິດ​ນີ້ສະແດງໃຫ້ເຫັນວ່າມີ​ຊາວ​ອາ​ເມຣິກັນ ພຽງ​ແຕ່ 32 ​ເປີ​ເຊັນ ທີ່​ຈະ​ກ່າວ​ວ່າ ທ່ານ​ນາງ Clinton ​ເປັນ​ຄົນ​ປະ​ເພດ​ນັ້ນ ​ໃນ​ຂະນະທີ່ 36 ​ເປີ​ເຊັນ ຈະ​ໃຊ້​ຄຳ​ເວົ້າທັງ​ສອງ​ ບັນ​ລະ​ຍາຍ​ເຖິງ​ທ່ານ Trump. ​ໂຕ​ເ​ລກດັ່ງກ່າວ​ໄດ້​ມີ​ການ​ປ່ຽນ​ແປງເລັກ​ນ້ອຍ ຈາກ​ການ​ຢັ່ງ​ຫາງ​ສຽງ​ເມື່ອ​ເດືອນ​ກັນຍາ ​ທີ່ພົບ​ເຫັນ​ວ່າ 34 ​ເປີ​ເຊັນ ຂອງ​ຊາວ​ອາ​ເມຣິກັນ​ມອງ​ເຫັນ​ວ່າ ທ່ານ​ນາງ Clinton ​ເປັນ​ຄົນ​ສື່​ຊັດແລະ​ໜ້າ​ເຊື່ອ ​ຖື ​ແລະ 33 ​ເປີ​ເຊັນ ​ເບິ່ງ​ທ່ານ Trump ວ່າ​ ​ເປັນ ຄົນ​ປະ​ເພດ​ດັ່ງກ່າວ.

ຜູ້ສະໝັກເປັນປະທານາທິບໍດີສະຫະລັດ ທ່ານ Donald Trump (ເທິງ) ພວມໂຄສະນາຫາສຽງ ທີ່ນະຄອນຫຼວງ ວໍຊິງຕັນ ເມື່ອວັນທີ 26 ຕຸລາ 2016 ແລະທ່ານນາງ Hillary Clinton ພວມຟັງ ໃນລະຫວ່າງ ກອງປະຊຸມ ຕອບຄຳຖາມ ທີ່ນະຄອນ St. Louis ລັດ Missouri ເມື່ອວັນທີ 9 ຕຸລາ ປີ 2016.
ຜູ້ສະໝັກເປັນປະທານາທິບໍດີສະຫະລັດ ທ່ານ Donald Trump (ເທິງ) ພວມໂຄສະນາຫາສຽງ ທີ່ນະຄອນຫຼວງ ວໍຊິງຕັນ ເມື່ອວັນທີ 26 ຕຸລາ 2016 ແລະທ່ານນາງ Hillary Clinton ພວມຟັງ ໃນລະຫວ່າງ ກອງປະຊຸມ ຕອບຄຳຖາມ ທີ່ນະຄອນ St. Louis ລັດ Missouri ເມື່ອວັນທີ 9 ຕຸລາ ປີ 2016.

ແຕ່​ແນວ​ໃດ​ກໍ​ຕາມ ອົງການ Gallup ​ເປີດ​ເຜີຍ​ວ່າ 50 ​ເປີ​ເຊັນ​ ຂອງ​ຊາວ​ອາ​ເມຣິກັນ ຄິດ​ວ່າ ທ່ານ​ນາງ Clinton “ຈະ​ສາມາດ​ນຳ​ໃຊ້ ​ການ​ພິຈາລະນາ​ທີ່​ດີ ໃນ​ເວລາ​ທີ່​ເກີດ​ວິ​ກິດ ການ” ​ແຕ່​ມີ​ພຽງ 36 ​ເປີ​ເຊັນ​ເທົ່າ​ນັ້ນຂອງ​ພວກ​ທີ່​ຕອບຄຳຖາມເຊື່ອ​ວ່າທ່ານ Trump ຈະ​ດຳ​ເນີນ​ການແບບ​ດຽວ​ກັນ​ນັ້ນ.

​ໃນ​ວັນ​ທ້າຍ​ສັບປະດາ ​ກ່ອນ​ການ​ເລືອກ​ຕັ້ງ​ ໃນ​ວັນ​ອັງຄານ​ຈະ​ມານີ້ ທ່ານ​ນາງ Clinton ​ໄດ້​ໄປ​ປາກົດ​ໂຕ ​ຢູ່​ເທິງ​ເວທີ ​ໃນ​ຕອນ​ແລງ​ວັນ​ສຸກ​ວານ​ນີ້ ທີ່ສູນ​ກາງ Wolstein ​ໃນ​ນະ ຄອນ​ Cleaveland ລັດ​ Ohio ຮ່ວມ​ກັບ ​ດາຣາດົນຕຣີຮິບ​ຮັອບ Jay Z ​ແລະ​ນາງ Beyonce ພັນ​ລະ​ຍາ​ທີ່ສວຍ​ງາມ​ຂອງ​ລາວ.

ນາງ Beyonce ກ່າວ​ວ່າ ນາງ​ຢາກ​ໃຫ້​ລູກ​ສາວ​ຂອງ​ນາງ “​ໃຫຍ່​ຂຶ້ນມາ​ເຫັນ​ແມ່ຍິງນຳພາ​ປະ​ເທດ​ນີ້ ​ແລະ​ຮູ້​ວ່າ ຄວາມ​ເປັນ​ໄປ​ໄດ້​ຂອງ​ລູກນາງ ບໍ່​ມີ​ຂີດ​ຈຳກັດ.”

ສ່ວນ​ທ້າວ Jay Z ກ່າວ​ວ່າ ການ​ໂຄສະນາ​ຫາ​ສຽງ ​ຂອງ​ທ່ານ Trump ​ແມ່ນ​ສ້າງ​ຄວາມ​ແຕກ​ແຍກ ​ແລະ​ນັ້ນຄື​ວ່າ​ເປັນ​ຫຍັງ​ລາວ ​ຈຶ່ງ​ເປັນ​ປະທານາທິບໍດີ​ຂອງພວກ​ເຮົາ​ບໍ່​ໄດ້.

Candidates Make Final Push As Campaign Nears End
please wait

No media source currently available

0:00 0:02:32 0:00

ໃນ​ຕອນ​ເຊົ້າວັນ​ສຸກ​ວານນີ້ທ່ານ Trump ກ່າວ​ວ່າ ທ່ານ​ນາງ Clinton ກຳລັງຕິດ​ພັນ​ຢູຸ່ກັບ​ບັນຫາ​ທາງ​ດ້ານ​ກົດໝາຍ ຊຶ່ງ​ການ​ເລືອກ​ເອົາ​ທ່ານ​ນາງ ຈະ​ແກ່​ດຶງ​ເອົາ​ສະຫະລັດ ​ເຂົ້າ​ໄປ​ສູ່​ວິ​ກິດ​ການ ທາງ​ດ້ານ​ລັດຖະທຳ​ມະນູນ. ສ່ວນ​ທ່ານ​ນາງ Clinton ຈາກ​ພັກ​ເດ​ໂມ​ແຄຣັດ ກ່າວ​ວ່າ ຄູ່​ແຂ່ງ​ຈາກ​ພັກຣີພັບ​ບລີ​ກັນ ​ຂອງ​ທ່ານນາງ ຖ້າ​ຫາກ​ຖືກ​ເລືອກ ຈະ​ສ້າງ​ຄວາມ​ບໍ່​ແນ່ນອນ ​ທີ່​ເປັນ​ອັນຕະລາຍ ​ຢູ່​ໃນ​ທົ່ວ​ໂລກ ​ແທນ​ທີ່​ຈະ​ເປັນອະນາຄົດ​ ທີ່​ມີ​ຄວາມ​ຫວັງ ທີ່ ທ່ານ​ນາງ​ໄດ້​ວາງ​ແຜນ​ໄວ້​ສຳລັບ​ປະ​ເທດ​ຊາດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 16 ເມສາ 2024

XS
SM
MD
LG