ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ແລະ ສະ​ມາ​ຊິກ ພັກຣີພັບບລີກັນ ສັນ​ຍາ ຈະທຳການສືບສວນ ລຸນຫຼັງ ທ. ມັລເລີ


ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ຍິ້ມອອກ ໃນລະຫວ່າງ ກອງປະຊຸມ ຢູ່ ໃນຫ້ອງການ ໂອໂວລ ຢູ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 25 ມີນາ 2019.
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ຍິ້ມອອກ ໃນລະຫວ່າງ ກອງປະຊຸມ ຢູ່ ໃນຫ້ອງການ ໂອໂວລ ຢູ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 25 ມີນາ 2019.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ແລະ ບັນດາພັນທະມິດຈາກ ພັກຣີພັບ-
ບລີກັນ ໃນລັດຖະສະພາ ໄດ້ໃຫ້​ຄຳ​ໝັ້ນ​ສັນ​ຍາ ໃນວັນຈັນວານນີ້ວ່າ ພວກເພິ່ນຈະທຳ ການສືບສວນສອບສວນ ພວກວິພາກວິຈານທີ່ສຳຄັນ ແລະຈຳພວກທີ່ຢູ່ເບື້ອງຫຼັງ
ການກວດສອບ ກ່ຽວ​ກັບການເຊື່ອມໂຍງ ລະຫວ່າງຄະນະໂຄສະນາຫາສຽງ ແລະ
ຄວາມພະຍາຍາມຂອງຣັດເຊຍ ໃນການສ້າງຄວາມສັບສົນ ຕໍ່ການເລືອກຕັ້ງ ປີ 2016
ເພື່ອຊ່ອຍໃຫ້ການເລືອກຕັ້ງ ອອກມາໃນທາງຂອງ ທ່ານທຣຳ.

“ມັນມີຫຼາຍໆຄົນຢູ່ທົ່ວໄປ ທີ່ໄດ້ເຮັດໃນສິ່ງທີ່ຊົ່ວຮ້າຍ ຫຼາຍສິ່ງຫຼາຍຢ່າງ ສິ່ງທີ່ບໍ່ດີ
ແທ້ໆເລີຍ ຂ້າພະເຈົ້າເວົ້າໄດ້ວ່າ ເປັນສິ່ງທີ່ທໍລະຍົດ ຕໍ່ປະເທດຊາດຂອງພວກເຮົາ”

ທ່ານທຣຳໄດ້ກ່າວໄປໂດຍບໍ່ໄດ້ລະບຸເຖິງຜູ້ໃດຜູ້ນຶ່ງ ໂດຍສະເພາະ. ທ່ານ ກ່າວຕໍ່ໄປວ່າ
“ພວກຄົນເຫຼົ່ານັ້ນ ແນ່ນອນຈະຕ້ອງຖືກກວດສອບ.”

ໃນລະຫວ່າງ ການສືບສວນສອບສວນຢູ່ນັ້ນ ບັນດາສະມາຊິກພັກເດໂມແຄຣັດ ໄດ້ກ່າວ
ຖະແຫລງ ຊ້ຳແລ້ວຊ້ຳອີກວ່າ ພວກເພິ່ນເຊື່ອວ່າ ພວກທີ່ຢູ່ວົງໃນຂອງທ່ານທຣຳ ໄດ້ສົມ
ຮູ້ຮ່ວມຄິດກັບຣັດເຊຍ ແລະວ່າ ລຸນຫຼັງຈາກນັ້ນ ທ່ານປະທານາທິບໍດີ ໄດ້ຫາທາງເພື່ອ
ຈະຫລີກລ່ຽງຂະບວນການຍຸຕິທຳ ຊຶ່ງເປັນການປະກາດ ທີ່ໂຄສົກທຳນຽບຂາວ ທ່ານ
ນາງແຊຣາ ແຊນເດີຣສ໌ ຈະບໍ່ປ່ອຍປະຫລະເລີຍໄປໄດ້.

ທ່ານນາງ ແຊນເດີ​ຣສ໌ ໄດ້ກ່າວບອກຕາໜ່າງຂ່າວ CNN ຂອງສະຫະລັດ ວ່າ “ມັນ
ເປັນການຍາກ ທີ່ຈະຂັດຂວາງຄວາມຜິດທາງອາຍາ ທີ່ບໍ່ໄດ້ເກີດຂຶ້ນເລີຍ.”

ທ່ານນາງກ່າວຕໍ່ໄປວ່າ “ພັກເດໂມແຄຣັດ ແລະສື່ມວນຊົນທີ່ເສລີນິຍົມ ເປັນໜີ້ບຸນ
ຄຸນ ແກ່ທ່ານປະທານາທິບໍດີ ແລະພວກເຂົາເຈົ້າເປັນໜີ້ບຸນຄຸນແກ່ປະຊາຊົນ
ອາເມຣິກັນ ກໍຄືການຂໍອະໄພໂທດ. ພວກເຂົາເຈົ້າໄດ້ສູນເສຍເວລາສອງປີ ແລະ
ສ້າງຄວາມວຸ້ນວາຍຢ່າງໃຫຍ່ ແລະການລົບກວນຈາກສິ່ງຕ່າງໆ ທີ່ມີຜົນກະທົບ
ຕໍ່ຊີວິດການເປັນຢູ່ ໃນແຕ່ລະວັນຂອງປະຊາຊົນ.”

ຄຳເຫັນດັ່ງກ່າວໄດ້ມີຂຶ້ນ ຫຼັງຈາກລັດຖະມົນຕີກະຊວງຍຸຕິທຳ ທ່ານວິລລຽມ ບາ ໄດ້
ເປີດເຜີຍບົດສະຫຼຸບ ຂອງໄອຍະການພິເສດ ທ່ານ ໂຣເບີດ ມັລເລີ ກ່ຽວ​ກັບຜົນການສືບ​
ສວນອັນຍືດເຍື້ອຍາວນານ ໄລຍະ 22 ເດືອນ ຊຶ່ງໄດ້ນຳໄປສູ່ການຟ້ອງ ພວກຜູ້ໃກ້ຊິດ
ທີ່ສຸດ ກັບທ່ານທຣຳ ທີ່ເຄີຍໄດ້ຮ່ວມງານມາ ຫຼາຍກວ່າ 20 ຄົນ ພ້ອມກັນນັ້ນ ພວກເຂົາ
ເຈົ້າ ກໍໄດ້ຮັບສາລະພາບຜິດໄປແລ້ວ.

ໃນໜັງສືສະບັບນຶ່ງ ທີ່ສົ່ງໄປໃຫ້ບັນດາຜູ້ນຳລັດຖະສະພາ ທ່ານບາ ໄດ້ກ່າວວ່າ ທ່ານ
ມັລເລີ ໄດ້ສະຫຼຸບວ່າ ຣັດເຊຍ ຢ່າງບໍ່ຕ້ອງສົງໄສເລີຍ ໄດ້ແຊກແຊງເຂົ້າ ໃນການເລືອກ
ຕັ້ງ ປະທານາທິບໍດີ ປີ 2016 ຂອງສະຫະລັດ ແຕ່ວ່າ ທ່ານທຣຳ ແລະ ຄະນະໂຄສະນາ
ຫາສຽງຂອງທ່ານ ບໍ່ໄດ້ສົມຮູ້ຮ່ວມຄິດ ກັບມົສກູ ເພື່ອຈະຊ່ອຍໃຫ້ ທ່ານທຣຳ ຊະນະ
ຕຳແໜ່ງຢູ່​ທີ່ທຳນຽບຂາວ.

ຕໍ່ຄຳຖາມກ່ຽວກັບ ການຂັດຂວາງນັ້ນ ເຖິ່ງຢ່າງໃດກໍດີ ທ່ານບາ ໄດ້ຂຽນວ່າ “ບົດລາຍ
ງານ ບໍ່ໄດ້ສະຫຼຸບວ່າ ທ່ານປະທານາທິບໍດີ ໄດ້ກະທຳຄວາມຜິດ ແຕ່ຢ່າງໃດ ມັນຍັງ
ບໍ່ໄດ້ເຮັດໃຫ້ທ່ານ ພົ້ນຈາກຂໍ້ກ່າວຫາ.”
ຕໍ່ພື້ນຖານດັ່ງກ່າວນີ້ ທ່ານບາ ແລະຮອງ
ລັດຖະມົນຕີ ກະຊວງຍຸຕິທຳ ທ່ານຣອດ ໂຣສເຊັນສໄຕນ໌ ໄດ້ຕັດສິນໃຈວ່າ ຂໍ້ກ່າວຫາ
ຕ່າງໆ ຕໍ່ທ່ານທຣຳນັ້ນ ແມ່ນບໍ່ຄວນມີເລີຍ.

Trump Looks for Political Boost in Wake of Mueller Report
please wait

No media source currently available

0:00 0:03:29 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG