ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ຍົກຍ້ອງ ປ. ເມັກຊິໂກ ແຕ່ໂຈມຕີ ການາດາ ຢູ່ໃນ ທວີດເຕີ


ປະທານາທິບໍດີ ດໍໂນລ ທຣຳ ກ່າວຖະແຫລງ ໃນລະຫວ່າງ ກອງປະຊຸມປຸກລະດົມ, ວັນທີ 2 ສິງຫາ 2018, ຢູ່ທີ່ ສະໜາມກິລາ ໂມຮີແກນ ຊັນ ໃນອາຄານ ເຄຊີ ພລາຊ້າ ໃນເມືອງ ວີລສ໌ ບາຣ ລັດເພັນຊີລເວເນຍ.
ປະທານາທິບໍດີ ດໍໂນລ ທຣຳ ກ່າວຖະແຫລງ ໃນລະຫວ່າງ ກອງປະຊຸມປຸກລະດົມ, ວັນທີ 2 ສິງຫາ 2018, ຢູ່ທີ່ ສະໜາມກິລາ ໂມຮີແກນ ຊັນ ໃນອາຄານ ເຄຊີ ພລາຊ້າ ໃນເມືອງ ວີລສ໌ ບາຣ ລັດເພັນຊີລເວເນຍ.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ຂຽນລົງໃນທວີເຕີ ໃນຕອນແລງວັນ
ສຸກວານນີ້ ໂດຍກ່າວຍ້ອງຍໍເມັກຊິໂກ ແລະຂົ່ມຂູ່ ການາດາ. ຂໍ້ຄວາມ ທີ່ຂຽນລົງໃນ
ທວີດເຕີ ຂອງທ່ານ ທຣຳ ນັ້ນ ໄດ້ອ້າງເຖິງຄວາມພະຍາຍາມ ທີ່ຈະເຈລະຈາຄືນໃໝ່
ກ່ຽວກັບເງື່ອນໄຂຕ່າງໆ ຂອງສັນຍາເຂດການຄ້າເສລີ ໃນອາເມຣິກາເໜືອ ຫຼື NAFTA.

ນ້ຳສຽງໃນຄຳເຫັນ ຂອງທ່ານ ທຣຳ ກ່ຽວກັບ ເມັກຊິໂກ ແມ່ນເປັນມິດ ອັນເປັນຍຸດທະ
ວິທີ ທີ່ບໍ່ຄ່ອຍນຳມາໃຊ້ ໂດຍ ທ່ານທຣຳ ຕໍ່ປະເທດເມັກຊິໂກ ແລະຊາວເມັກຊິໂກ. ໃນ
ລະຫວ່າງ ການໂຄສະນາຫາສຽງເປັນປະທານາທິບໍດີ ຂອງທ່ານ ທຣຳ ນັ້ນ ທ່ານໄດ້
ເນັ້ນໜັກ ວ່າ ທ່ານຈະໃຫ້ ເມັກຊິໂກ ເປັນຜູ້ຈ່າຍຄ່າສ້າງກຳແພງ -- ຊຶ່ງເປັນສິ່ງ ທີ່ທ່ານ
ບໍ່ສາມາດປະຕິບັດໄດ້ ນັບຕັ້ງແຕ່ທ່ານ ໄດ້ເຂົ້າດຳລົງຕຳແໜ່ງ. ທ່ານຍັງໄດ້ກ່າວເຖິງ
ຄຸນລັກສະນະ ຂອງພວກຊາວເມັກຊິໂກ ວ່າ ເປັນ “ພວກຂົ່ມຂືນຊຳເລົາ” ໃນລະຫວ່າງ
ການໂຄສະນາຫາສຽງຂອງທ່ານ.

“ການຕໍ່ລອງ ກັບເມັກຊິໂກ ແມ່ນກຳລັງດຳເນີນໄປ ດ້ວຍດີຢູ່” ທ່ານທຣຳ ໄດ້ກ່າວ.
ແລະເວົ້າອີກວ່າ “ພວກຄົນງານໃນອຸດສາຫະກຳລົດຍົນ ແລະ ພວກກະສິກອນ ຕ້ອງ
ໄດ້ຮັບການເບິ່ງແຍງ ຫຼື ບໍ່ດັ່ງນັ້ນ ກໍຈະບໍ່ມີການຕົກລົງ.”

ຜູ້ນຳສະຫະລັດ ຍັງໄດ້ໃຊ້ຄຳເວົ້າທີ່ດີ ຕໍ່ ທ່ານ ອານເດຣສ໌ ມານູແອລ ໂລເປັສ ໂອບຣາດໍ
ຜູ້ທີ່ຈະເຂົ້າມາດຳລົງຕຳແໜ່ງ ປະທານາທິບໍດີ ຂອງເມັກຊິໂກ ໃນເດືອນທັນວາ ຈະມາ
ເຖິງນີ້. ທ່ານທຣຳ ເວົ້າວ່າ “ປະທານາທິບໍດີ ເມັກຊິໂກຄົນ ໃໝ່ ເປັນສຸພາບບູລຸດ ຢ່າງ
ແທ້ຈິງ.”

ຢ່າງໃດກໍຕາມ ທ່ານທຣຳ ໄດ້ໃຊ້ຍຸດທະວິທີ ທີ່ແຕກຕ່າງກັນ ກັບການາດາ. ທ່ານທຣຳ
ຂຽນລົງໃນທວີເຕີ ວ່າ “ການາດາ ຕ້ອງໄດ້ຖ້າ. ພາສີຂອງພວກເຂົາເຈົ້າ ແລະກຳແພງ
ການຄ້າຕ່າງໆ ແມ່ນສູງເກີນໄປໂພດ...ຈະຕ້ອງເກັບພາສີລົດຍົນ ຖ້າພວກເຮົາ ບໍ່
ສາມາດຕົກລົງກັນໄດ້.”

ການາດາ ໄດ້ຕອບໂຕ້ຄືນ ໃນຖະແຫລງການສະບັບນຶ່ງ ໃນເວລາຕໍ່ມາ ເມື່ອວັນສຸກ
ວານນີ້ ໂດຍກ່າວວ່າ “ຈຸດເພັ່ງເລັງ ຂອງພວກເຮົາ ແມ່ນບໍ່ປ່ຽນແປງ. ພວກເຮົາຈະ
ສືບຕໍ່ປົກປ້ອງຜົນປະໂຫຍດ ຂອງຊາວການາດາ ໃນຂະນະທີ່ເຮັດວຽກ ເພື່ອກ້າວ
ໄປສູ່ ສັນຍາ NAFTA ສາມຝ່າຍ ທີ່ທັນສະໄໝຂຶ້ນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG