ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ດໍໂນລ ທຣຳ ໄດ້ວາງເງິນຄ້ຳປະກັນ ມູນຄ່າ 175 ລ້ານໂດລາ ໃນຄະດີສໍ້ໂກງທາງແພ່ງ ເພື່ອຫຼີກລ້ຽງບໍ່ໃຫ້ຖືກຍຶດຊັບສິນ


ແຟ້ມພາບ - ຜູ້ລົງແຂ່ງຂັນຊິງຕໍາແໜ່ງປະທານາທິບໍດີ ຈາກພັກຣີພັບບລິກັນ ແລະ ອະດີດປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣຳ ຢູ່ທີ່ສະໂມສອນກັອຟ ໃນເມືອງ West Palm Beach ວັນທີ 24 ມີນາ 2024.
ແຟ້ມພາບ - ຜູ້ລົງແຂ່ງຂັນຊິງຕໍາແໜ່ງປະທານາທິບໍດີ ຈາກພັກຣີພັບບລິກັນ ແລະ ອະດີດປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣຳ ຢູ່ທີ່ສະໂມສອນກັອຟ ໃນເມືອງ West Palm Beach ວັນທີ 24 ມີນາ 2024.

ທ່ານ ດໍໂນລ ທຣຳ ໄດ້ວາງເງິນຄ້ຳປະກັນມູນຄ່າ 175 ລ້ານໂດລາສະຫະລັດ ໃນຄະດີສໍ້ໂກງທາງແພ່ງ ໃນນະຄອນນິວຢອກ ເມື່ອວັນຈັນວານນີ້, ເພື່ອຫຼີກລ່ຽງການຍຶດຊັບສິນໂດຍໜ່ວຍງານຂອງລັດ ທີ່ອາດສົ່ງຜົນກະທົບຕໍ່ອານາຈັກທຸລະກິດຂອງອະດີດປະທານາທິບໍດີ ສະຫະລັດ, ອີງຕາມອົງການຂ່າວຣອຍເຕີສ.

ທ່ານ ທຣຳ ຈາກພັກຣີພັບບລີກັນ ເຊິ່ງກຽມຈະປະເຊີນໜ້າກັບປະທານາທິບໍດີ ຈາກພັກເດໂມແຄຣັດ ທ່ານ ໂຈ ໄບເດັນ ໃນການເລືອກຕັ້ງ ໃນເດືອນພະຈິກ ຂອງສະຫະລັດ, ຊຶ່ງໃນວັນທີ 16 ກຸມພາ ໄດ້ຖືກພົບເຫັນວ່າ ຕ້ອງຮັບຜິດຊອບ ສຳລັບການສໍ້ໂກງ ທີ່ແຈ້ງມູນຄ່າຊັບສົມບັດລວມຂອງທ່ານສູງຂຶ້ນຫຼາຍພັນລ້ານໂດລາ ເພື່ອຈະໄດ້ຮັບເງື່ອນໄຂໃນການກູ້ເງິນ ແລະເງືອນໄຂໃນດ້ານການປະກັນໄພທີ່ດີຂຶ້ນ.

ໃນເບື້ອງຕົ້ນ ທ່ານທຣໍາ ຈຳເປັນຕ້ອງວາງເງິນຄ້ຳປະກັນຈຳນວນ 454 ລ້ານໂດລາ, ແຕ່ສານອຸທອນ ໃນວັນທີ 25 ມີນານີ້ ຍັງຄົງບັງຄັບໃຊ້ຄໍາຕັດສິນຂອງຜູ້ພິພາກສາ ທ່ານ ອາເທີ ເອນໂກຣອນ (Arthur Engoron) ໃນເງື່ອນໄຂທີ່ ທ່ານ ທຣຳ ຈະຕ້ອງຈ່າຍເງິນຈໍານວນນ້ອຍກວ່ານັ້ນ ພາຍໃນ 10 ມື້.

ຄະນະ​ຜູ້​ພິພາກສາ​ສາມ​ຄົນ​ຂອງ​ສານ​ອຸທອນ​ ຈະຮັບ​ຟັງ​ຄຳ​ອຸທອນ​ຂອງ​ທ່ານ ທຣຳ ຕາມຂໍ້ດີຕ່າງໆ. ການ​ຕັດສິນ​ຂອງ​ສານ​ອຸທອນ​ທີ່ໄດ້​ຫຼຸດ​ຜ່ອນ​ເງິນຄໍ້າປະກັນ ​ບໍ່​ໄດ້​ຊີ້​ບອກ​ວ່າ​ ຄະນະຜູ້ພິພາກສາ​ດັ່ງກ່າວ​ຈະ​ຕັດສິນ​ແນວ​ໃດ ​ໃນ​ທີ່​ສຸດ.

ເງິນຄໍ້າປະກັນດັ່ງກ່າວ ໄດ້ປ້ອງກັນບໍ່ໃຫ້ ໄອຍະການສູງສຸດຂອງ ລັດນິວຢອກ ທ່ານ ນາງ ເລທິເຊຍ ເຈມສ໌ (Letitia James) ຕິດຕາມຊັບສິນຂອງທ່ານ ທຣຳ, ເຊິ່ງລວມທັງ Trump Tower, ຣີສອດ ແລະສະຫນາມກອຟ ຂະໜາດ 370 ເອກເກີ ຂອງທ່ານ ໃນ ເມຶອງເວັສເຊັສເຕີ (Westchester) ແລະບ້ານພັກ Mar-a-Lago estate ໃນ ລັດຟລໍຣີດາ.

ທ່ານ ທຣຳ ໄດ້ປະຕິເສດການກະທຳຜິດ ແລະກ່າວວ່າ ຄະດີດັ່ງກ່າວແມ່ນເປັນການວິທິການໂຈມຕີທາງດ້ານການເມືອງ ໂດຍ ທ່ານນາງ ເຈມສ໌ (James), ສະມາຊິກພັກເດໂມແຄຣັດ ທີ່ຟ້ອງຮ້ອງ ທ່ານ ໃນປີ 2022.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG