ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທ​ຣຳ ເລື່ອນ​ເວ​ລາ ​ການກວດ​ຄົ້ນ ເພື່ອ​ເນ​ລະ​ເທດ ພວກ​ຄົນ​ເຂົ້າ​ເມືອງ ຜິດ​ກົດ​ໝາຍ


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ຕໍ່​ພວກ​ນັກ​ຂ່າວ ທີ່​ເດີ່ນ​ກ້ຳ​ໃຕ້ ຂອງ​ທຳ​ນຽບ​ຂາວ ກ່ອນ​ຂຶ້ນ​ເຮ​ລີ​ຄອບ​ເຕີ້ ໄປ​ແຄ້ມ​ເດ​ວິດ. (ວັນ​ທີ 22 ມິ​ຖຸ​ນາ 2019)
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ຕໍ່​ພວກ​ນັກ​ຂ່າວ ທີ່​ເດີ່ນ​ກ້ຳ​ໃຕ້ ຂອງ​ທຳ​ນຽບ​ຂາວ ກ່ອນ​ຂຶ້ນ​ເຮ​ລີ​ຄອບ​ເຕີ້ ໄປ​ແຄ້ມ​ເດ​ວິດ. (ວັນ​ທີ 22 ມິ​ຖຸ​ນາ 2019)

ໃນ​ການ​ເຄື່ອນ​ໄຫວ​ທີ່​ບໍ່​ຄາດ​ຄິດ ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ກ່າວ​ວ່​າ ທ່ານ​ຈະ​ເລື່ອນ​ເວ​ລາ​ໄປ​ຕື່ມ​ອີກ​ຈັກ​ສອງອາ​ທິດ ກ່ຽວ​ກັບ​ແຜນ​ການ​ບຸກ​ເຂົ້າ​ກວດ​ຄົ້ນ ໂດຍ​ ພວກ​ເຈົ້າ​ໜ້າ​ທີ່ກວດ​ຄົນ​ເຂົ້າ​ເມືອງ​ແລະ​ພາ​ສີ​ຂອງ​ສະ​ຫະ​ລັດຊຶ່ງວາງ​ແຜນໃສ່​ວັນ ​ອາ​ທິດມື້ນີ້.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ຂຽນ​ລົງ​ໃນ​ທວີດ​ເຕີ້ເມື່ອ​ຕອນ​ບ່າຍ​ວັນ​ເສົາ​ວານນີ້ ຈາກ​ບ່ອນພັກ​ຜ່ອນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ທີ່​ແຄ້ມ​ເດ​ວິດ​ວ່າ “ຍ້ອນ​ການ​ຂໍ​ຮ້ອງ​ຈາກ​ພັກ​ເດ​ໂມແຄ​ຣັດ ຈຶ່ງ​ໄດ້​ເລື່ອນ​ກ່ຽວ​ກັບ​ຂັ້ນ​ຕອນ​ການ​ເນ​ລະ​ເທດ​ພວກ​ຄົນ​ເຂົ້າ​ເມືອງ​ຜິດ​ກົດໝາຍ ອອກ​ໄປ​ອີກຈັກ​ສອງ​ອາ​ທິດ ​ເພື່ອ​ລໍ​ຖ້າ​ເບິ່ງ​ວ່າ ພັກ​ເດ​ໂມ​ແຄ​ຣັດ​ແລະ​ພັກຣີ​ພັບ​ບ​ລີ​ກັນ​ຈະ​ສາ​ມາດ​ປະ​ຊຸມ​ແລະ​ຕົກ​ລົງ​ກັນໄດ້​ຫຼື​ບໍ່ ເພື່ອ​ແກ້​ໄຂ​ບັນ​ຫາ​ພວກ​ຂໍລີ້​ໄພ​ແລະ​ຊ່ອງ​ຫວ່າງ​ຕ່າງໆ​ທີ່​ຊາຍ​ແດນ​ທາງ​ພາກ​ໃຕ້​ຂອງ​ປະ​ເທດ.”

ລາຍ​ງານທີ່​ວ່າ ​ພວກ​ເຈົ້າ​ໜ້າ​ທີ່ກວດ​ຄົນ​ເຂົ້າ​ເມືອງ​ແລະ​ພາ​ສີ ໄດ້​ວາງ​ແຜນ​ທີ່​ຈະ​ກວດ​ຄົ້ນ​ຂະ​ໜາດ​ໃຫຍ່ເຮັດ​ໃຫ້​ຜູ້​ນຳ​ຂອງ​ພັກ​ເດ​ໂມ​ແຄ​ຣັດ​ຢູ່​ຕາມ​ຫົວເມືອງ​ໃຫຍ່ໆ ທີ່​ໄດ້​ປະ​ນາມ​ຕໍ່​ແຜນ​ການດັ່ງ​ກ່າ​ວ ສະ​ແດງ​ຄວາມ​ບໍ່​ພໍ​ໃຈແລະ​ເລີ້ມ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຊ່ວຍ​ພວກ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ.

ປະ​ທານ​ສະ​ພາ​ຕ່ຳ ທ່ານ​ນາງ​ແນນ​ຊີ ເພ​ໂລ​ຊີ ໄດ້​ໂອ້​ລົມ​ກັບ​ທ່ານ​ທ​ຣຳ​ໃນ​ຄືນ​ວັນ​ສຸກ​ຜ່ານ​ມານີ້​ໂດຍໄດ້ຮຽກ​ຮ້ອງ​ໃຫ້​ທ່ານ​ເລື່ອນ​ເວ​ລາ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ ຊຶ່ງ​ໄດ້​ອ້າງຊື່ ບຸກ​ຄົນ​ທີ່​ຮູ້​ເລື້ອງ​ດີ ​ແຕ່​ບໍ່​ໄດ້​ຮັບ​ອະ​ນຸ​ຍາດ ​ໃຫ້​ເປີດ​ເຜີຍ.

ທ່ານ​ນາງ​ເພ​ໂລ​ຊີ​ໄດ້​ຮ້ອງ​ຂໍ​ໃຫ້​ທ່ານ​ທ​ຣຳ ຍົກ​ເລີກ​ການ​ບຸກ​ເຂົ້າ​ກວດ​ຄົນ ໃນ​ລະຫວ່າງ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ. ນອກນັ້ນ ທ່ານ​ນາງ​ຍັງ​ໄດ້​ອອກ​ຖະ​ແຫຼງ​ການສະ​ບັບ​ນຶ່ງ​ໃນ​ວັນ​ເສົາ​ວານນີ້ ກ່ອນ​ທີ່​ທ່ານ​ທ​ຣຳ​ຈະ​ປະ​ກາດ​ໃຫ້​ມີ​ການ​ເລື່ອນ​ເວ​ລາຜ່ານ​ທາງ​ທວີດ​ເຕີ້ ແລະ​ໄດ້​ຂໍ​ຮ້ອງ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ​ສະ​ແດງ​ອອກ​ຊຶ່ງ​ຄວາມ​ເມດຕາແບບ​ດຽວ​ກັນ​ທີ່​ທ່ານ​ໄດ້​ສະ​ແດງ​ອອກ ໃນ​ມື້​ວັນ​ສຸກ​ຜ່ານ​ມາ ເວ​ລາ​ທ່ານ​ສັ່ງ​ໃຫ້​ຍົກ​ເລີກ​ ການ​ໂຈມ​ຕີ​ຕໍ່​ອີ​ຣ່ານ.

ທ່ານ​ນາງ​ໄດ້​ກ່າວຢູ່​ໃນ​ຖະ​ແຫຼງ​ການ ​ທີ່​ເອີ້ນ​ການ​ບຸກ​ເຂົ້າ​ກວດ​ຄົ້ນ​ນັ້ນ​ວ່າ “ບໍ່​ມີ​ນ້ຳ​ໃຈ" ໂດຍ​ເວົ້າ​ວ່າ “ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ເວົ້າ​ເຖິງ​ຄວາມ​ສຳ​ຄັນ​ ໃນ​ຫລີກ​ລ່ຽງ​ບໍ່​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ຕໍ່​ຊີ​ວິດ​ຂອງ​ຊາວ​ອີ​ຣ່ານ 150 ຄົນ. ຂ້າ​ພະ​ເຈົ້າ​ຈຶ່ງ​ຫວັງ​ວ່າ ທ່ານ​ຈະ​ນຳ​ໃຊ້​ຫຼັກ​ຄຸນ​ຄ່າ​ແບບ​ດຽວ​ກັນ ເພື່ອ​ຫຼີກ​ລ່ຽງ​ຕໍ່​ການ​ສ້າງ​ຄວາມ​ເສຍ​ຫາຍພວກ​ເດັກ​ນ້ອຍ​ຫຼາຍ​ສິບ​ພັນ​ຄົນທີ່​ມີ​ຄວາມ​ຕື່ນ​ຕົກ​ໃຈ​ຍ້ອນ​ການ​ກະ​ທຳ​ຂອງ​ທ່ານ.”

ທ່ານ​ນາງ​ເພ​ໂລ​ຊີ ​ໄດ້​ກ່າວ​ຕອບ​ ຕໍ່​ການ​ປະ​ກາດ​ເລື່ອນ​ເວ​ລາ​ໃນ​ການກວດ​ຄົ້ນ ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ໃນ​ຕອນ​ແລງ​ຂອງມື້​ວັນ​ເສົາ ຜ່ານ​ທາງ​ທວີດ​ເຕີ້​ວ່າ “ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ການ​ເລື່ອນ​ເວ​ລາ​ແມ່ນ​ຂໍ​ຊົ​ມ​ເຊີຍ. ເວ​ລາ​ແມ່ນ​ມີ​ຄວາມຈຳ​ເປັນ​ໃນ​ການ​ປະ​ຕິ​ຮູ​ບ​ຮອບ​ດ້ານ​ກ່ຽວ​ກັ​ບ​ເລື້ອງ​ຄົນ​ເຂົ້າ​ເມືອງ. ຄອບ​ຄົວ​ຄວນຢູ່​ດ້ວຍ​ກັນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG