ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທ​ຣຳ ເລື່ອນເວ​ລ​າ ​ການ​ເກັບ​ພາ​ສີ ​ຄັ້ງ​ໃໝ່​ຕໍ່ ຈີນ


ທຸງ​ຊາດ ຈີນ ແລະ ສະ​ຫະ​ລັດ ຖືກ​ຕິດ​ຕັ້ງ​ສຳ​ລັບ​ກອງ​ປະ​ຊຸມ ທີ່​ກະ​ຊວງ​ຄົມ​ມະ​ນາ​ຄົມ​ຂອງ ຈີນ, ນະ​ຄອນຫຼວງ ປັກ​ກິ່ງ, ຈີນ. 27 ເມ​ສາ, 2018.
ທຸງ​ຊາດ ຈີນ ແລະ ສະ​ຫະ​ລັດ ຖືກ​ຕິດ​ຕັ້ງ​ສຳ​ລັບ​ກອງ​ປະ​ຊຸມ ທີ່​ກະ​ຊວງ​ຄົມ​ມະ​ນາ​ຄົມ​ຂອງ ຈີນ, ນະ​ຄອນຫຼວງ ປັກ​ກິ່ງ, ຈີນ. 27 ເມ​ສາ, 2018.

ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໄດ້​ເລື່ອນ​ການ​ເກັບ​ພາ​ສີ​ຄັ້ງ​ໃໝ່​ຕໍ່ ຈີນ ອອກ​ໄປຍ້ອນ​ສິ່ງ
ທີ່ທ່ານເວົ້າວ່າ ເປັນ “ຄວາມກ້າວໜ້າພຽງໜ້ອຍດຽວ” ໃນການເຈລະຈາດ້ານການຄ້າ.

ທ່ານ ທ​ຣຳ ໄດ້​ຂຽນ​ຂໍ້​ຄວາມ​ໃນ​ທວິດ​ເຕີ​ໃນ​ວັນ​ອາ​ທິດ​ວານນີ້ວ່າ ມັນ​ເປັນ​ທ້າຍ​ອາ​ທິດ​
ທີ່ດີຫຼາຍສຳລັບ ສະຫະລັດ ແລະ ຈີນ. ທ່ານກ່າວວ່າ ທັງສອງຝ່າຍໄດ້ທຳຄວາມກ້າວ
ໜ້າພຽງໜ້ອຍດຽວ ກ່ຽວກັບ “ບັນຫາໂຄງຮ່າງທີ່ມີຄວາມສຳຄັນ, ລວມທັງການປົກປ້ອງ
ຊັບສິນທາງປັນຍາ, ການໂອນເທັກໂນໂລຈີ, ກະສິກຳ, ການບໍລິການ, ເງິນຕາ, ແລະ
ບັນຫາອື່ນໆຫຼາກຫຼາຍ.”

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ກຳ​ນົດ​ວັນ​ຂີດ​ເສັ້ນ​ຕາຍ​ໃສ່​ທີ 1 ມີ​ນາ ເພື່ອ​ຂຶ້ນ​ພາ​ສີ​ຕໍ່​ສິນ​ຄ້າ​
ຈີນ ມູນຄ່າ 200 ລ້ານໂດລາ ຈາກ 10 ຫາ 25 ເປີເຊັນ ຖ້າບໍ່ມີຂໍ້ຕົກລົງນຳກັນ.

ໃນ​ຂະ​ນະ​ທີ່​ມັນ​ຍັງ​ບໍ່​ມີ​ຂໍ້​ຕົກ​ລົງ​ສະ​ບັບ​ສຸດ​ທ້າຍ​ນັ້ນ, ທ່ານ ທ​ຣຳ ໄດ້​ກ່າວ​ວ່າ ທ່ານ​ຈະ
ເລື່ອນການເກັບພາສີດັ່ງກ່າວ ຖ້າບໍ່ໄດ້ບັນລຸຂໍ້ຕົກລົງ.

ທ່ານ​ປະ​ທາ​ນາ​ທິ​ບໍ​ດີບໍ່​ໄດ້​ກ່າວ​ວ່າ ການ​ຕົກ​ລົງ​ກັນ​ຂອງ​ທັງ​ສອງ​ຝ່າຍ ແມ່ນ​ໃກ້ສຳ​ເລັດ
ແລ້ວຊ່ຳໃດ. ແຕ່ທ່ານໄດ້ກ່າວວ່າ ທ່ານຈະຈັດກອງປະຊຸມສຸດຍອດກັບປະທານປະ
ເທດ ຈີນ ທ່ານ ສີ ຈິ່ນຜິງ ທີ່ບ້ານພັກຕາກອາກາດ ມາ-ອາ-ລາໂກ ເພື່ອ “ສະຫຼຸບຂໍ້ຕົກ
ລົງ.”

ບັນ​ດາ​ເຈົ້າ​ໜ້າ​ທີ່ອາ​ວຸ​ໂສ ສະ​ຫະ​ລັດ ແລະ ຈີນ ໄດ້​ຈັດ​ການ​ເຈ​ລ​ະ​ຈາ​ການ​ຄ້າຫຼາຍ​ຄັ້ງ
ໃນ ປັກກິ່ງ ແລະ ວໍຊິງຕັນ ນັບຕັ້ງແຕ່ທ່ານ ທຣຳ ກັບ ທ່ານ ສີ ໄດ້ປະກາດການສະຫງົບ
ເສິກ 90 ວັນໃນສົງຄາມສິນຄ້າ ເມື່ອເດືອນທັນວາປີກາຍນີ້ ສະນັ້ນຂໍ້ຕົກລົງຈຶ່ງສາມາດ
ແກ້ໄຂໄດ້.

ສະ​ຫະ​ລັດ ໄດ້​ກ່າວ​ຫາ ຈີນ ມາ​ດົນ​ນານ ກ່ຽວ​ກັບ ການ​ປະ​ຕິ​ບັດ​ທາງ​ການ​ຄ້າ​ທີ່ບໍ່​ຍຸ​ຕິ​ທຳ.
ນັ້ນລວມມີກ​ານກ່າວຫາ ລັກຊັບສິນທາງປັນຍາ ແລະ ຮັກຮ້ອງໃຫ້ບໍລິສັດຕ່າງໆຂອງ
ສະຫະລັດ ມອ​ບຄວາມລັບທາງການຄ້າໃຫ້ ຖ້າເຂົາເຈົ້າຢາກເຮັດທຸລະກິດກັບ ຈີນ.

ຈີນ ໄດ້​ປະ​ຕິ​ເສດ​ການ​ກ່າວ​ຫາ​ທັງຫຼາຍ ແລະ ເວົ້າ​ວ່າມັນ​ແມ່ນ ສະ​ຫະ​ລັດ ທີ່​ມີ​ຄວາມ
ຜິດ ກ່ຽວກັບ ການລະເມີດການຄ້າ ເຊິ່ງມີຈຸດປະສົງເພື່ອຍັບຢັ້ງການພັດທະນາເສດຖະ
ກິດຂອງ ຈີນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG