ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີ ທຣໍາ ນຳເອົາແຜນ ປະຕິຮູບເກັບພາສີ ໄປສູ່ພວກອອກແຮງງານ ອາເມຣິກັນ ຢູ່ໃນລັດ ມິສຊູຣີ


Trump Takes His Tax Reform Plan to American Workers in Missouri
please wait

No media source currently available

0:00 0:02:04 0:00

ປະທານາທິບໍດີ ດໍ​ໂນ​ລ ທຣໍາ ​ໄດ້​ເລືອກເອົາ​ ລັດ Missouri ທີ່ຕັ້ງ​ຢູ່​ພາກ​ກາງ​ທາ​ງທິດ
ຕາ​ເວັນ​ຕົກຂອງສະຫະລັດ ​ເປັນ​ບ່ອນຢາກ​ຊຸກຍູ້​ໃຫ້ປະຕິຮູບລະບົບການ​ເກັບ​ພາສີ​ຢ່າງ
ໃຫຍ່ ທີ່​ທ່ານ​ກ່າວ​ວ່າ ​ຈະ​ກະ​ຕຸ້ນ​ການ​ເຕີບ​ໂຕດ້ານເສດຖະກິດ ​ແລະຈະ​ຊ່ວຍຊູ​ຊາວ​ອາ
​ເມຣິກັນ ຊົນຊັ້ນ​ສາມັນຊົນ. ທ່ານ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ສະມາຊິກ​ສະພາ​ຫລີກ​ຫລ່ຽງ
ການ​ແບ່ງ​ແຍກ​ກັນ ​ແລະ​ໃຫ້ປະຕິບັດ​ຢ່າງ​ວອງ​ໄວ​ ເພື່ອເຫັນແກ່​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດຊາດ. ທ່ານ​ທຣໍາ​ໄດ້​ສະ​ເໜີ​ ໃຫ້​ຕັດ​ອັດຕາ​ພາສີ​ບໍລິສັດລົງ ຈາກ 35 ​ເປີ​ເຊັນ ມາ
​ເປັນ 15 ​ເປີ​ເຊັນ ​ແລະ​ຕັດ​ພາສີ​ສ່ວນ​ບຸກຄົນລົງນຳ ​ແຕ່​ບໍ່ໄດ້ໃຫ້ລາຍ​ລະອຽດ​ຫຍັງຫຼາຍ.
ນັກ​ຂ່າວ ວີ​ໂອ​ເອ Zlatica Hoke ມີ​ລາຍ​ງານເລື່ອງນີ້​ຊຶ່ງ ກິ່ງ​ສະຫວັນ ຈະ​ນຳ​ມາສະ​ເໜີ​
ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ບັນດາ​ຜູ້​ສະໜັບສະໜູນ​ພ້ອມ​ດ້ວຍ​ຝ່າຍຄ້ານ ​ໄດ້ພົບກັບ ປະທານາທິບໍດີ​ທຣໍາ ​ເວລາ
​ທ່ານ​ເດີນທາງໄປເຖິງ​ເມືອງ Springfield ລັດ Missouri ​ໃນ​ວັນ​ພຸດ​ອາທິດ​ແລ້ວ​ນີ້
ບ່ອນ​ທີ່​ທ່ານ​ໄດ້ຖະ​ແຫລ​ງຕໍ່​ພວກ​ອອກແຮງ​ງານ​ອາ​ເມຣິກັນ.

ທ່ານ​ທຣໍາ ປະທານາທິບໍດີ​ສະຫະລັດ ກ່າວ​ວ່າ “ລັດຖະບານ​ຂອງ​ຂ້າພະ​ເຈົ້າ ກຳລັງ
​ສວມ​ກອດ ​ເອົາ​ແບບ​ສະບັບ​ຂອງເສດຖະກິດ​ໃໝ່ ທີ່​ຮ້ອງ​ແບບ​ງ່າຍໆ ​ວ່າ ເປັນ​ແບບ
ຂອງ​ອາ​ເມຣິກັນ ​ເພື່ອຂຶ້ນ​ເງິນ​ເດືອນ​ ໃຫ້​ພວກອອກ​ແຮງ​ງານ​ອາ​ເມຣິກັນ ​ແລະ​ເພື່ອ​
ຊ່ວຍ​ສ້າງສາບ້ານ​ເມືອງ ​ແລະ​ປະຊາ​ຄົມ​ຂອງ​ອາ​ເມຣິກາ ຄືນໃໝ່.”

​ເພື່ອ​ໃຫ້​ເປັນ​ທີ່​ດຶງດູດ​ບັນດາ​ບໍລິສັດຕ່າງໆ ມາ​ເຮັດ​ທຸລະ​ກິດ​ຢູ່​ໃນ​ສະຫະລັດ ປະທາ
ນາທິບໍດີ​ທຣໍາ ກ່າວ​ວ່າ ການ​ເກັບ​ພາສີ​ບໍລິສັດ​ສະຫະລັດ ຕ້ອງ​ໄດ້​ຫລຸດ​ລົງ ​ແລະ​ດຳ​
ເນີນ​ວຽກເຈ້ຍສໍ ໃຫ້ງ່າຍ​ຂຶ້ນ. ທ່ານ​ກ່າວ​ວ່າ ເພາະສະນັ້ນ ມັນຈະ​ຊ່ວຍ​ໃຫ້​ສະຫະລັດ
“ນຳ​ເອົາກັບ​ຄືນ​ມາ​ຫລາຍໆພັນຕື້​ ເງິນ​ໂດ​ລາ​ສະຫະລັດ ມາສູ່​ເສດຖະກິດຂອງພວກ
ເຮົາ” ​ທັງຈະ​ກະ​ຕຸ້ນເອົາຫລາຍໆ​ພັນ​ລ້ານ​ໂດ​ລາ ເຂົ້າມາ​ລົງທຶນ​ໃໝ່.

ປະທານາທິບໍ​ດີ​ທຣໍາ ກ່າວ​ວ່າ “ນີ້​ແມ່ນ​ໂອກາດ​ຄັ້ງ​ດຽວ​ໃນ​ຊ່ວງລຸ້ນນຶ່ງ ​ຂອງພວກ​
ເຮົາ ​ທີ່ຈະປະຕິ​ຮູບ​ພາສີ​ທີ່ແທ້​ຈິງ​ແກ່​ຊາວ​ອາ​ເມຣິກັນ ​ທີ່​ເຮັດ​ວຽກ​ໜັກ​ໃນ​ແຕ່​ລະ​ມື້
​ແລະ​ຂ້າພະ​ເຈົ້າ​ໝັ້ນໝາຍ​ຢ່າງ​ເຕັມທີ່ ທີ່​ຈະ​ເຮັດ​ວຽກ​ກັບ​ລັດຖະສະພາ ​ເພື່ອ​ໃຫ້
​ວຽກ​ການ​ນີ້​ເປັນ​ທີ່ສຳ​ເລັດຜົນ ​ແລະ​ຂ້າພະ​ເຈົ້າ​ບໍ່​ຢາກໄດ້ຮັບຄວາມ​ຜິດ​ຫວັງ​ຈາກ​ລັດຖະສະພາ ພວກທ່ານ​ເຂົ້າໃຈ​ຂ້າພະ​ເຈົ້າ​ບໍ່?

ຜູ້​ສະໜັບສະໜູນ​ທ່ານ​ທຣໍາ ພາກັນຍິນດີກັບແຜນການເສຖກິດຂອງທ່ານທຣຳ. ຊາວ​
ເມືອງ Springfield ລັດ Missouri ກ່າວ​ວ່າ “ຕັດ​ການ​ເກັບ​ພາສີ​ພວກ​ເຮົາ! ຂ້າພະ​
ເຈົ້າ​ຮັກ​ຜູ້​ຊາຍ​ຄົນ​ນີ້. ເພິ່ນ​ກຳລັງ​ນຳ​ເອົາສິ່ງທີ່ມີຄວາມໝາຍ ​ມາສູ່​ອາ​ເມຣິກາ.”
ແຕ່​
ວ່າພວກ​ອອກແຮງ​ງານ​ຈຳ​ນວນ​ນຶ່ງ ​ທີ່​ທ່ານ​ທຣໍາ ຢາກ​ດືງດູດ​ເອົາ​ນັ້ນ ​ໄດ້​ສ​ະ​ແດງ
​ຄວາມບໍ່​ໄວ້​ເນື້ອ​ເຊື່ອ​ໃຈອອກມາ.

ນາງ Stacy ຜູ້​ປະ​ທ້ວງທີ່​ເປັນ​ຊາວ​ເມືອງ Springfield ລັດ Missouri ກ່າວ​ວ່າ “ຂ້າ
ພະ​ເຈົ້າ​ກາງຕໍ່​ບັດ​ຊື້​ອາຫານ (food stamps.) ຂ້າພະ​ເຈົ້າ​ເຮັດ​ວຽກ 50 ຊົ່ວ​ໂມງ
​ຕໍ່​ອາທິດ ​ແຕ່ກໍ​ຍັງໄດ້​ອີ​ງອາ​ໄສ​ບັດ​ຊື້​ອາຫານ​ເພື່ອ​ລ້ຽງ​ຄອບຄົວ​ຂອງ​ຂ້າພະ​ເຈົ້າ. ​
ແລະບໍລິສັດ​ປະກັນ​ໄພ​ສຸຂະພາບຂອງຂ້າ​ພະເ​ຈົ້າ ​ໄດ້ປະ​ຖິ້ມຂ້າພ​ະ​ເຈົ້າ​ອອກ​ໄປ​
ແລ້ວ ​ສຳລັບ​ປີໜ້າ. ​ເພາະສະ​ນັ້ນ ບັດ​ນີ້ ຂ້າພ​ະເຈົ້າບໍ່​ມີ​ປະກັນ​ໄພ​ສຸຂະພາບ. ແຕ່
ກ່ອນຂ້າພ​ະ​ເຈົ້າ​ເຄີຍ​ມີ ກ່ອນ​ທີ່​ເພິ່ນຖືກ​ເລື​ອກ ​ເພາະສະ​ນັ້ນ​ຈຶ່ງວ່າ ​ຕ້ອງ​ເປັນນຳ
ເພິ່ນ ມັນຈຶ່ງເປັນຈັ່ງຊີ້.”

ບັນດາ​ສະມາຊິກ​ສະພາ​ຍັງ​ບໍ່​ທັນ​ໄດ້​ພິຈາລະ​ນາ​ຮ່າງວຽກງານ​ທີ່​ສັບສົນນີ້ ​ແລະ​ການ​
ປະຕິຣູບ ພາ​ສີ​ທີ່​ສ່ຽງ ຊຶ່ງ​ປະທານາທິບໍດີ​ໄດ້ເຮັດໃຫ້​ເຫັນ​ພຽງ​ແຕ່​ພໍກວ້າງໆ. ບັນດາ
ຜູ້​ຕ້ອງ​ຕິ​ກ່າວ​ວ່າ ພຽງ​ແຕ່​ຜູ້​ຮັ່ງມີ​ເທົ່ານັ້ນ ທີ່ຈະ​ໄດ້​ຮັບ​ຜົນ​ກຳ​ໄລ​ຈາກ​ການ​ຕັດ​ພາສີ​ບໍ
ລິສັດ ​ແລະ​ພວກ​ນັກວິ​ເຄາະ​ຈຳນວນ​ນຶ່ງ​ກ່າວ​ວ່າ ​ເຂົາ​ເຈົ້າ​ຈະ​ເຮັດ​ໃຫ້ມີການ​ຊຸ​ກຍູ້ແຕ່
ພຽງ​ເລັກ​ນ້ອຍເທົ່ານັ້ ​ຕໍ່​ເສດຖະກິດ. ການ​ປົວ​ແປງ​ພາສີຄາດວ່າ​ຈະ​ເປັນ​ເລື້ອງຕໍ່ສູ້​ກັນ
​ທີ່ໃຫຍ່​ສຸດ ຢູ່​ໃນ​ສະພາ​ໃນ​ຫລາຍ​ເດືອນ​ຂ້າງ​ໜ້າ​ນີ້.

XS
SM
MD
LG