ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ໂອ້ລົມ ກັບ ປ. ໂປໂຣເຊັ່ງໂກ້ ທ່າມກາງ ການສູ້ລົບກັນ ຄືນໃໝ່ ໃນຢູເຄຣນ


ບັນດາສະມາຊິກ ກຳລັງກອງທັບບົກຂອງຢູເຄຣນ ຂີ່ລົດຫຸ້ມເກາະ ບັນທຸກທະຫານຢູ່ໃກ້ໆ ເຂດເມືອງອຸດສາຫະກຳ Avdiivka ທີ່ປົກຄອງໂດຍລັດຖະບານຢູເຄຣນ, ວັນທີ 4 ກຸມພາ 2017.
ບັນດາສະມາຊິກ ກຳລັງກອງທັບບົກຂອງຢູເຄຣນ ຂີ່ລົດຫຸ້ມເກາະ ບັນທຸກທະຫານຢູ່ໃກ້ໆ ເຂດເມືອງອຸດສາຫະກຳ Avdiivka ທີ່ປົກຄອງໂດຍລັດຖະບານຢູເຄຣນ, ວັນທີ 4 ກຸມພາ 2017.

ຣັດຖະບານຂອງທ່ານ ທຣຳ ຖະແຫຼງວ່າ ປະທານາທິບໍດີ ທຣຳ “ໄດ້ມີການໂອ້ລົມ ເປັນຢ່າງດີທາງໂທຣະຊັບ” ໃນວັນເສົາວານນີ້ ກັບປະທານາທິບໍດີ ຂອງ ຢູເຄຣນ
ທ່ານ Petro Poroshenko ເວົ້າກັນເລື່ອງຄວາມຂັດແຍ້ງກັບຣັດເຊຍ ແລະເລື່ອງ
ອື່ນໆ.

ໃນຖະແຫຼງການສະບັບນຶ່ງ ທີ່ທຳນຽບຂາວໄດ້ອ້າງຄຳເວົ້າຂອງທ່ານ ທຣຳ ກໍແມ່ນ
“ພວກເຮົາຈະເຮັດວຽກກັບ ຢູເຄຣນ ຣັດເຊຍ ແລະ ພັກຝ່າຍຕ່າງໆທີ່ກ່ຽວຂ້ອງ ເພື່ອຊ່ອຍພວກເຂົາເຈົ້າ ນຳເອົາສັນຕິພາບຢູ່ເລາະຕາມຊາຍແດນ ກັບຄືນມາ.”

ນອກນັ້ນ ຜູ້ນຳທັງສອງ ຍັງໄດ້ສົນທະນາກັນ ເຖິງການພົບພໍ້ກັນ ທີ່ອາດເກີດຂຶ້ນໄດ້
ໃນມໍ່ໆນີ້ນຳ.

ບັນດາສະມາຊິກ ໜ່ວຍພິທັກຊາດຂອງຢູເຄຣນ ບັນທຸກເຄື່ອງຊ່ອຍເຫຼືອດ້ານມະນຸດສະທຳ ຂຶ້ນລົດສຳລັບເມືອງອຸດສາຫະກຳ Avdiivka ທີ່ຄວບຄຸມໂດຍ ລັດຖະບານ ໃນນະຄອນຫຼວງ Kyiv ຂອງຢູເຄຣນ, ວັນທີ 3 ກຸມພາ 2017.
ບັນດາສະມາຊິກ ໜ່ວຍພິທັກຊາດຂອງຢູເຄຣນ ບັນທຸກເຄື່ອງຊ່ອຍເຫຼືອດ້ານມະນຸດສະທຳ ຂຶ້ນລົດສຳລັບເມືອງອຸດສາຫະກຳ Avdiivka ທີ່ຄວບຄຸມໂດຍ ລັດຖະບານ ໃນນະຄອນຫຼວງ Kyiv ຂອງຢູເຄຣນ, ວັນທີ 3 ກຸມພາ 2017.

ການສົນທະນາຄັ້ງທຳອິດຂອງທ່ານ ທຣຳ ກັບທ່ານ Poroshenko ມີຂຶ້ນໃນທ່າມກາງ
ການສູ້ລົບກັນ ຢູ່ທາງພາກຕາເວັນ ອອກເຂດສົງຄາມຂອງ ຢູເຄຣນ ລະຫວ່າງ ກອງ
ທະຫານ ຢູເຄຣນ ກັບກັບພວກກະບົດທີ່ໜູນຫຼັງໂດຍຣັດເຊຍ. ຫຼາຍສິບຄົນ ໄດ້ເສຍ
ຊີວິດ ໃນສັບປະດາຜ່ານມາ ເວລາຄວາມຮຸນແຮງໄດ້ທະວີຂຶ້ນ ສູ່ລະດັບ ທີ່ບໍ່ເຄີຍມີ
ມາກ່ອນ ນັບຕັ້ງແຕ່ປີ 2015 ເປັນຕົ້ນມາ.

ທ່ານ Poroshenko ໄດ້ໂຕ້ແຍ້ງວ່າ ການລະເບີດຂຶ້ນດັ່ງກ່າວເປັນເຫດຜົນ ທີ່ພາໃຫ້
ມີການສືບຕໍ່ລົງໂທດຂອງຝ່າຍຕາເວັນຕົກ ຕໍ່ກຸງມົສກູ ຍ້ອນບົດບາດຂອງເຂົາທີ່ມີຕໍ່
ຢູເຄຣນ.

ຄຳໝັ້ນສັນຍາທີ່ມີຂຶ້ນເລື້ອຍໆຂອງທ່ານ ທຣຳ ທີ່ວ່າຈະກະຊັບສາຍສຳພັນ ໃຫ້ແໜ້ນ
ແຟ້ນກວ່າເກົ່າ ກັບຣັດເຊຍ ໄດ້ພາໃຫ້ ຢູເຄຣນເປັນຫວ່າງວ່າ ສະຫະລັດ ອາດຈະຍົກ
ເລີກການລົງໂທດບາງຢ່າງ.

ນອກຈາກນີ້ແລ້ວ ທ່ານ ທຣຳ ທີ່ໄດ້ໄປພັກຜ່ອນທ້າຍສັບດາ ຢູ່ຊາຍຫາດຂອງທ່ານໃນ
ຣັດ ຟລໍຣີດາ ຍັງໄດ້ໂອ້ລັມທາງໂທຣະຊັບກັບ ນຍ ອີຕາລີ ທ່ານ Paolo Gentiloni ນຳ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG