ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຂ່າວນອງນັນ ກ່ຽວກັບ ດາຣາໂປ້ ແລະ ປ. ທຣໍາ ມີການລາຍງານ ໂດຍສື່ມວນຊົນ ທີ່ສຳຄັນ


ດາຣາໂປ້ ນາງສະແຕັຟຟານີ ຄລິຟຟອດ ທີ່ຮູ້ກັນອີກຊື່ນຶ່ງວ່າ ສະຕອມມີ ແດນຽລສ໌.
ດາຣາໂປ້ ນາງສະແຕັຟຟານີ ຄລິຟຟອດ ທີ່ຮູ້ກັນອີກຊື່ນຶ່ງວ່າ ສະຕອມມີ ແດນຽລສ໌.

ເລື່ອງ​ການ​ກ່າວ​ຫາວ່າປະທານາທິບໍດີ​ດໍ​ໂນ​ລ ທຣໍາ ມີຄວາມ​ສຳພັນນອກ​ສົມລົດ ກັບດາ
ຣາໂປ້ ສະ​ຕອມ​ມີ ແດ​ນຽລສ໌ ​ໄດ້​ເປັນ​ການ​ເປີດ​ເຜີຍ​ຄວາມ​ລັບ ຢູ່​ໃນ​ວົງ​ການ​ສື່​ມວນຊົນ
​ຂອງ​ວໍ​ຊິງ​ຕັນ​ມາ​ເປັນ​ເວລາ​ຫຼາຍ​ອາທິດແລ້ວ.

ທະນາຍຄວາມ​ທີ່​ຮັບໜ້າທີ່ມາດົນນານ ​ຂອງ​ທ່ານ​ທຣໍາ ຄື​ທ່ານ​ໄມ​ເກີ​ລ ​ໂຄ​ເຮັນ ​ໄດ້​ຮັບ​ສາລະພາບ​ວາ ໄດ້​ຈ່າຍ​ເງິນ 130,000 ​ໂດ​ລາ ​ໃຫ້​ແກ່ນາງແດ​ນຽລສ໌ຜູ້ທີ່​ມີ​ຊື່​ຢ່າງຖືກ
ຕ້ອງ​ຕາມ​ກົດໝາຍ​ວ່າ ສະ​ເຕັບ​ຟາ​ນີ ຄລິ​ຟຟອດ ​ເພື່ອ​ບໍ່ໃຫ້ນາງເວົ້າ ກ່ຽວ​ກັບ​ຄວາມ
ສຳພັນຕາມທີ່ມີການກ່າວຫາກ່ອນໜ້າ​ການ​ເລືອກ​ຕັ້ງ​ປະທາ ນາທິບໍດີ ໃນປີ 2016.

ໃນ​ເດືອນ​ກຸມພາຜ່ານມານີ້ ນິຕະຍະ​ສານຂອງພວກທີ່ມີຊື່ສຽງ ອິນ​ທັດຈ໌ ໄດ້ພິມ​ເຜີຍ​
ແຜ່ການ​ສຳພາດຢ່າງ​ລະອຽດ ເລື່ອງນາງຄລິ​ຟຟອດ. ​ແຕ່​ຍ້ອນການ​ປະຕິ​ເສດ ​ແລະ​
ການ​ມິດ​ງຽບ​ນັ້ນ ​ເລື່ອງ​ດັ່ງກ່າວ​ ຈຶ່ງຍັງ​ບໍ່ທັນເປັນຂ່າວ​ທີ່​ສຳຄັນ ​ຈົນ​ຮອດ​ວັນ​ພຸດຜ່ານ
ມາ​ນີ້ ​ເວລາ​ທຳນຽບຂາວ ປາກົດ​ວ່າໄດ້​ຮັບ​ຮູ້​ເປັນ​ເທື່ອ​ທຳ​ອິດ ວ່າປະທານາທິບໍດີ​ທຣໍາ
​ໄດ້​ມີການພົວພັນ​ຢ່າງໃດ​ຢ່າງ​ນຶ່ງ​ກັບ​ດາຣາໂປ້ຜູ້ນີ້.

​ໂຄສົກ​ທຳນຽບຂາວ​ທ່ານ​ນາງ ຊາຣາ ຮັກ​ກາ​ບີ ​ແຊນ​ເດີສ໌ ໃນລະຫວ່າງ​ການ​ຖະ​ແຫຼ​ງ
ຂ່າວ ໃນມື້ວັນພຸດຜ່ານມາ ​ໄດ້​ພະຍາຍາມ​ບໍ່ໃຫ້ຄວາມສຳຄັນຕໍ່ຄຳ​ຖາມ ​ທີ່​ໄດ້​ຖາມ​ກ່ຽວ​
ກັບຂ່າວ​ນອງ​ນັນ ​ໂດຍ​ກ່າວ​ວ່າ ​ປະທານາທິບໍດີ​ໄດ້ຮັບ​ໄຊຊະນະໃນ​ການ​ຕໍ່​ສູ້ທາງກົດ
ໝາຍ ​ທີ່​ພົວພັນ​ກັບ​ຄະດີ​ດັ່ງກ່າວນີ້.

ໂຄສົກທຳນຽບຂາວ ທ່ານນາງຊາຣາ ຮັກກາບີ ແຊນເດີສ໌ ກຳລັງຖະແຫລງຂ່າວ ປະຈຳວັນ
ໂຄສົກທຳນຽບຂາວ ທ່ານນາງຊາຣາ ຮັກກາບີ ແຊນເດີສ໌ ກຳລັງຖະແຫລງຂ່າວ ປະຈຳວັນ

​ທ່ານ​ນາງ​ແຊນ​ເດີສ໌ໄດ້​ກ່າວວ່າ “ຄະດີນີ້ໄດ້ຊະນະໄປແລ້ວໃນການຕັດສິນ” ຊຶ່ງທ່ານ
ນາງໄດ້ອ້າງ​ເຖິງ​ຄຳ​ສັ່ງຊົ່ວຄາວທີ່​ໄດ້​ອອກ​ອາທິດ​ແລ້ວ​ນີ້​ໂດຍ​ບໍລິສັດ​ແກ້​ໄຂການໂຕ້​
ແຍ້​ງສ່ວນ​ໂຕ ທີ່​ຫ້າມ​ບໍ່​ໃຫ້​ນາ​ງຄລິ​ຟຟອດ ​ເປີດ​ເຜີຍ​ກ່ຽວ​ກັບ​ການ​ກ່າວ ຫາພົວພັນ​
ຂອງ​ນາງກັບປ​ະທານາ​ທິບໍດີ​ທຣໍາ ​ແລະ​ທຳການ​ຟ້ອງຮ້ອງປະທານາ ທິບໍດີ.

ທ່ານ​ນາງ​ແຊນ​ເດີສ໌ ​ໄດ້​ກ່າວ​ເພີ້ມວ່າ ທ່ານ​ນາງ​ບໍ່​ຊາບວ່າ ປະທານາທິບໍດີ​ໄດ້​ຮູ້​ເລື່ອງ
​ການ​ຈ່າຍ​ເງິນ ​ທີ່​ໄດ້​ຈ່າຍໃຫ້ແກ່​ດາຣາຄົນ​ນີ້.

ປະທານາທິບໍດີທຣໍາ ລະຫວ່າງການພົບປະກັບ ນາຍົກລັດຖະມົນຕີ ອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ ທ່ີທຳນຽຂາວ.
ປະທານາທິບໍດີທຣໍາ ລະຫວ່າງການພົບປະກັບ ນາຍົກລັດຖະມົນຕີ ອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ ທ່ີທຳນຽຂາວ.

ນາ​ງຄລິ​ຟຟອດ ຊຶ່ງບໍ່​ໄດ້ເອົາ​ຫົວຊາ​ກັບ​ຄຳ​ສັ່ງດັ່ງກ່າວ ​ໄດ້ຍືນ​ຄຳ​ຟ້ອງ​ໃນ​ວັນ​ອັງຄານ
​ທີ່​ຜ່ານ​ມາ ໂດຍອ້າງ​ວ່າ​ ການ​ຕົກລົງ​ບໍ່ໃຫ້​ເປີດ​ເຜີຍ ທີ່​ໄດ້ຕິດຕາມ​ກັບ​ຄ່າ​ຈ່າ​ຍເງິນ
130,000 ​ໂດ​ລາ ເປັນໂມຄະ ​ເພາະວ່່າ​ທ່ານ​ທຣໍາ ບໍ່​ເຄີຍ​ໄດ້​ເຊັນໜັງສືດັ່ງກ່າວ.
ນາງໄດ້​ອ້າງຢູ່​ໃນ​ສຳນວນ​ຟ້ອງວ່າ ນາງ​ໄດ້​ເລີ້ມ “ມີ​ຄວາມ​ສຳພັນ” ກັບ​ທ່ານ​ທຣໍາ​ໃນ
​ລະດູ​ຮ້ອນຂອງ​ປີ 2006 ​ແລະ​ຍັງມີຄວາມ​ສຳພັນ “​ມາຈົນຮອດ​ປີ 2007.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG