ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການຢັ່ງສຽງກ່ຽວກັບ ປະທານາທິບໍດີ ທຣໍາ ມີຄະແນນດີຂຶ້ນ ຫລັງຈາກສະພາບບໍ່ມີການເໜັງຕີງ


Trump's Poll Rating Improves After Months of Stagnation
please wait

No media source currently available

0:00 0:02:26 0:00

ການ​ຢັ່ງຫາງ​ສຽງປະຊາຊົນ​ເທື່ອ​ຫລ້າ​ສຸດ​ ຂອງ​ມະຫາວິທະຍາ​ໄລ​ຄວີນນິພຽກ ​ສະແດງ
ໃຫ້ເຫັນວ່າ ຄະແນນນິຍົມ ຂອງ ປະທານ​າທິບໍດີ ດໍໂນລ ​ທຣໍາ ແມ່ນຢູ່ໃນລະດັບ 40 ​ເປີ
​ເຊັນ ຊຶ່ງເປັນຄະແນນທີ່​ດີທີ່​ສຸດ ​ໃນຮອບ​ເຈັດ​ເດືອນ​. ທ່ານ​ເບິ່ງ​ຄື​ວ່່າ​ ໄດ້​ຮັບ​ຄະແນນດີຂຶ້ນ
ຍ້ອນ​ເສດຖະກິດ​ສະຫະລັດ ​ມີຄວາມເຂັ້ມ​ແຮງ ​ແຕ່​ບັນດາ​ນັກວິ​ເຄາ​ະ ກ່າວ​ວ່າ ທ່ານ​ທຣໍາ ອາດຈະຕົກ ຢູ່ໃນຄວາມສ່ຽງ ທາງດ້ານການ​ເມືອງ ​ໂດຍ​ສືບຕໍ່ຕ້ອງຕິ​ພັກ​ເດ​ໂມ​ແຄຣັດ ​
ແລະ​ການສືບ​ສວນທີ່ຍັງດຳເນີນຢູ່ຕໍ່ມາ​ກ່ຽວກັບຄວາມເປັນໄປໄດ້ໃນການ​ສົ​ມຮູ້​ຮ່ວມ
ຄິດລະຫວ່າງຣັດ​ເຊຍ ​ແລະ​ຄະນະ​ໂຄສະນາ​ຫາ​ສຽງ​ປະທານາທິບໍດີ​ຂອງ​ທ່ານ. ນັກ​
ຂ່າວ ວີ​ໂອ​ເອ ​ ຈິ​ມ ມາ​ໂລ​ນ ມີ​ລາ​ຍງານ​ຈາກວໍ​ຊິງ​ຕັນ ຊຶ່ງ ​ກິ່ງ​ສະຫວັນ ຈະ​ນຳ​ເອົາ
ລາຍລະອຽດມາສະ​ເໜີ​ທ່ານ.

“ສຸພາ​ບສະຕີ ​ແລະ​ສຸພາບ​ບູຣຸດ ປະທານາທິບໍດີ​ສະຫະລັດ.”

ປະທານາທິບໍດີ​ທຣໍາ ​ໄດ້ກ່າວ​ຢ້ຳເຖິງຄວາມສຳຄັນ ​ໃນການ​ຕັດ​ພາສີ​ຂອງ​ທ່ານລະ
ຫວ່າງ​ການ​ຢ້ຽມ​ຢາ​ມ​ໂຮງງານແຫ່ງນຶ່ງ ​ຢູ່​ລັດ​ໂອ​ຮາ​ຍ​ໂອ.

​ແຕ່​ປະທານາທິບໍດີ​ທຣໍາ ຍັງ​ໄດ້ປະນາມ​ພັກ​ເດ​ໂມ​ແຄຣັດ ​ທີ່​ບໍ່​ໄດ້ພາກັນ​ຕົບມື​ ໃນລະ
ຫວ່າງການ​ກ່າວ​ຄຳ​ປາ​ໄສຂອງທ່ານ​ ກ່ຽວກັບສະພາບ​ການຂອງປະ​ເທດ​ຊາດ ຕໍ່ສະພາ
ຫວ່າງ​ມໍ່ໆມາ​ນີ້.

ປະທານາທິບໍດີ​ທຣໍາກ່າວ​ວ່າ “​ເຂົາ​ເຈົ້າ​ເບິ່ງ​ຄື​ຕາຍ​ແລ້ວ ​ແລະ​ບໍ່​ແມ່ນ​ອາ​ເມຣິກັນ ບໍ່​
ແມ່ນອາ​ເມຣິກັນ. ບາງຄົນ​ເວົ້າ​ວ່າ ຂາຍຊາດ. ຂ້າພະເຈົ້າ​ໝາຍ​ຄວາມ​ວ່າ ​ເອີ ຂ້າພະ​
ເຈົ້າ​ຄິດວ່າ ​ເປັນ​ຫຍັງ​ບໍ່​ແມ່ນ? ພວກ​ເຮົາ​ສາມາດ​ຮ້ອງ​ໄດ້​ບໍ​ວ່າ​ຂາຍ​ຊາດ? ​ເປັນ​ຫຍັງ​
ບໍ່​ໄດ້?”

ມັນ​ເປັນ​ນໍ້າ​ສຽງທີ່ຫັນ​ເຫ​ໄປຈາກ​ຄຳ​ປາໄສຂອງ​ທ່ານ​ຫວ່າງ​ມໍ່ໆ​ມາ​ນີ້​ຕໍ່​ລັດຖະສະພາ
ບ່ອນທີ່​ທ່ານໄດ້ກ່າວເຖິງໂອກາດທີ່ອາດມີການຮ່ວມມືກັນລະຫວ່າງ​ສອງ​ພັກ.

ປະທານາທິບໍດີ​ທຣໍາ ກ່າວ​ວ່າ “ຂ້າພະ​ເຈົ້າຂໍຮຽກ​ຮ້ອງ​ໃຫ້ພວກ​ເຮົາ​ທັງ​ໝົດ ​ປະຄວາມ
​ແຕກ​ຕ່າງ​ຂອງ​ພວກ​ເຮົາ​ນັ້ນ​ໄວ້ທາງນອກ ​ເພື່ອ​ຊອກ​ຫາ​ພື້ນຖານຮ່ວມກັນ​ ​ແລະຂໍ
ຮຽກ​ຮ້ອງໃຫ້ມີຄວາມສາມັກຄີ​ກັນ ທີ່​ຈຳເປັນ ​ເພື່ອສະໜອງຕອບຕໍ່​ປະຊາ ຊົນ.”

ຄະແນນນິຍົມທີ່ດີຂຶ້ນໜ້ອຍນຶ່ງຂອງປະທານາທິບໍດີ​ທຣໍາ ສະ​ເໜີແນະ​ໃຫ້​ເຫັນວ່າ ​ຜູ້​ມີ
ສິດປ່ອນບັດ​ເລີ້ມ​ໃຫ້​ຄວາມໄວ້ໃຈແກ່​ທ່ານແດ່ແລ້ວ ​ໃນ​ການ​ເຮັດ​ໃຫ້​ເສດຖະ ກິດດີຂຶ້ນ.
ທ່ານ​ຈິ​ມ ​ແຄ​ສ​ເລີ ກ່າວ​ວ່າ ​ແຕ່​ຄວາມ​ໂມໂຫ​ຂອງ​ທ່ານ​ຫວ່າງ​ມໍ່ໆ​ມາ​ນີ້​ ຕໍ່ພັກເດ​ໂມ​ແຄ
ຣັດ ອາດ​ຈະສ້າງຄວາມ​ເສຍ​ຫາຍ.

ທ່ານແຄສ​ເລີ ຈາກ​ອົງການ​ເທີ​ດ​ເວ ກ່າວ​ວ່າ ທ່ານຮູ້ບໍວ່າ "ຖ້າຫາກທ່ານທຣໍາສະ
ຫລາດ ທ່ານຈະພະຍາຍາມເຄື່ອນໄຫວໄປຢູ່ໃນແນວທາງສາຍກາງ ແລະເຮັດຂໍ້ ຕົກລົງກັບພັກເດໂມແຄຣັດ. ແຕ່ເຂົາເຈົ້າຍັງບໍ່ໄດ້ສະແດງ​ໃຫ້​ເຫັນເຖິງຄວາມສາ
ມາດໃນການເຮັດວຽກແບບບໍ່ມີບັນຫາ ໄປກວ່ານຶ່ງອາທິດໄດ້. ເພາະສະນັ້ນຈົນ
ກວ່າວ່າເຂົາເຈົ້າສາມາດເຮັດວຽກ ຕິດຕໍ່ກັນເປັນເວລາສອງສາມອາທິດ ຂ້າພະ
ເຈົ້າຈຶ່ງຄາດວ່າຍັງຈະເກີດຄວາມວຸ້ນວາຍຢູ່.”

ປະທານາທິບໍດີທຣໍາ ແລະພັນທະມິດຂອງທ່ານບາງຄົນໃນພັກຣີພັບບລິກັນ ຍັງສືບຕໍ່
ຕິຕຽນ ກ່ຽວກັບການສືບສວນເລື່ອງຣັດເຊຍ.

ພັກເດໂມແຄຣັດເຫັນວ່າ ນັ້ນເປັນຄວາມພະຍາຍາມ ທີ່ມີການປະສານງານກັນ ເພື່ອ
ບ່ອນທຳລາຍການສືບສວນ ທີ່ນຳພາໂດຍໄອຍະການພິເສດ ທ່ານໂຣເບີດ ມັລເລີ. ຜູ້ນຳພັກພັກເດໂມແຄຣັດໃນສະພາສູງ ທ່ານຊັກ ຊູເມີ ກ່າວວ່າ:

“ເຂົາເຈົ້າແມ່ນບໍ່ຢຸດເຊົາ ກ່ຽວກັບທິດສະດີສົມຮູ້ຮ່ວມຄິດທັງໝົດນີ້ ດ້ວຍການປັ້ນແຕ່ງ
ທີ່ໜ້າຢາກຫົວ. ເຂົາເຈົ້າແມ່ນບໍ່ຢຸດເຊົາ ບາງທີອາດເປັນຍ້ອນເຂົາເຈົ້າຢ້ານວ່າການສືບ
ສວນທີ່ແທ້ຈິງ ຊຶ່ງທ່ານມັລເລີພວມກະທຳຢູ່ ແລະຈະດຳເນີນຕໍ່ໄປນັ້ນ ອາດຈະເປີດ
ເຜີຍໃຫ້ຮູ້.”

ນັກວິເຄາະຈອນ ຟໍຕີເອ ກ່າວວ່າ "ການສືບສວນຂອງທ່ານມັລເລີ ຍັງບໍ່ມີຮ່ອງ ຮອຍ
ສະແດງໃຫ້ເຫັນວ່າ ຈະສິ້ນສຸດລົງໃນໄວໆນີ້ ແລະອາດຈະມີຜົນກະທົບຕໍ່ ການເລືອກ

ຕັ້ງກາງສະໄໝໃສປີນີ້."

ທ່ານຟໍຕີເອຈາກສູນກາງນະໂຍບາຍສອງພັກກ່າວວ່າ “ສິ່ງນັ້ນຈະບໍ່ມີຜົນກະທົບໃນ
ທາງລົບຕໍ່ການເປັນປະທານາທິບໍດີຂອງທ່ານ. ພວກ​ເຮົາ​ບໍ່​ຮູ້​ເຖິງກຳນົດ​ເວລາ. ພວ​ກ
​ເຮົາ​ບໍ່​ຮູ້ກ່ຽວກັບ​ການ​ເປີດ​ເຜີຍ​ທີ່​ຈະ​ອອກ​ມາ ​ແລະ​ມັນ​ອາດຈະເປັນເລື່ອງທີ່​ຕື່ນ​ຕົກ​ໃຈ
​ຢ່າງ​ໃຫຍ່​ບໍ່ໃນທາງໃດກໍທາງນຶງ ໃນ​ຂະນະ​ທີ່​ພວກ​ເຮົາ​ກ້າວ​ຕໍ່​ໄປຂ້າງໜ້າ​ໃນ​ປີ​ນີ້."

ຄະແນນນິຍົມທີ່​ດີ​ຂຶຶ້ນ ໃນການຢັ່ງຫາງສຽງ​ຂອງປະທານາທິບໍດີ ອາດ​ຊ່ວຍ​ໃຫ້​ພັກຣີພັບ
​ບລິກກັນ ກຳ​ສຽງ​ສ່ວນ​ຫລາຍ ໄວ້ຕໍ່ໄປ ​ຢູ່ໃນ​ລັດຖະສະພາ ​ໃນການ​ເລືອກ​ຕັ້ງ​ກາງ
​ສະ​ໄໝ​ປີ​ນີ້.

XS
SM
MD
LG