ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣຳ ກຳລັງຖອນຕົວບໍ່ເຂົ້າຮ່ວມງານ ລະນຶກເຖິງວັນຄົບຮອບ 80 ປີຂອງການເລີ້ມຕົ້ນສົງຄາມໂລກຄັ້ງທີ 2 ຢູ່ໂປແລນ.
ໃນວັນພະຫັດວານນີ້, ໃນຕອນເລີ້ມຕົ້ນງານອັນນຶ່ງທີ່ສວນກຸຫລາບຂອງທຳນຽບຂາວເພື່ອສະເຫລີມສະຫລອງການສ້າງຕັ້ງສູນບັນຊາການອະວະກາດຂອງສະຫະລັດນັ້ນ ທ່ານທຣຳປະກາດວ່າ ຮອງປະທານາທິບໍດີ ໄມຄ໌ ເພັນສ໌ (Mike Pence), ຈະໄປຮ່ວມງານແທນທ່ານຢູ່ນະຄອນຫລວງວໍຊໍ ເພື່ອໃຫ້ທ່ານສາມາດຮັບປະກັນໄດ້ວ່າ ທຸກແຫລ່ງຊັບພະຍາກອນຖືກເອົາໄປສຸມໃສ່ແກ້ໄຂບັນຫາພາຍຸເຮີຣິເຄນ ໂດຣຽນ (Dorian) ທີ່ກຳລັງຈະເຄື່ອນມາຈາກທະເລຄາຣິບຽນເຂົ້າມາລັດຟລໍຣິດານັ້ນ.
ທ່ານອະທິບາຍວ່າ "ມັນເປັນສິ່ງນຶ່ງທີ່ສຳຄັນຫລາຍສຳລັບຂ້າພະເຈົ້າຕ້ອງໄດ້ຢູ່ໜີ້, ພາຍຸນີ້ທີ່ຈິງແທ້ ເບິ່ງຊົງວ່າຈະເປັນພາຍຸທີ່ໃຫຍ່ ໃຫຍ່ຫລາຍອີ່ຫລີ.”
ມີການພະຍາກອນວ່າ ພາຍຸເຮຣິເຄນຈະມີຄວາມແຮງເພີ້ມຂຶ້ນເຖິງຂັ້ນເປັນປະເພດ 4 ໃນຂະນະທີ່ມາເຖິງຊາຍຝັ່ງທະເລຕາເວັນອອກຂອງລັດຟລໍຣິດາໃນຄືນວັນຈັນ ຈະມາເຖິງນີ້, ຫລັງຈາກເຖິງເວລາທີ່ທ່ານທຣຳມີແຜນກັບຄືນມາຈາກໂປແລນແລ້ວ.
ປະທານາທິບໍດີເວົ້າວ່າ ທ່ານໄດ້ໂທລະສັບຫາປະທານາທິບໍດີໂປແລນ, ທ່ານ ອານເດຣີເຊ ດູດາ (Andrzej Duda) ເພື່ອອະທິບາຍວ່າ "ບູລິມະສິດສູງສຸດຂອງທ່ານ ແມ່ນຄວາມປອດໄພ ແລະຄວາມໝັ້ນຄົງຂອງປະຊາຊົນທີ່ຢູ່ໃນແລວ ທາງທີ່ພາຍຸເຮີຣິເຄນຈະມາເຖິງ. ແລະຂ້າພະເຈົ້າຈະຈັດເວລາເດີນທາໄປໂປແລນໃໝ່ ໃນອະນາຄົດອັນໃກ້ໆນີ້.”
ທ່ານ ທຣຳ, ພ້ອມກັບທ່ານດູດາ (Duda) ແລະນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງ ອັງໂກລັງ ເມີໂຄ (Angela Merkel), ມີແຜນຈະໄປກ່າວຄຳປາໄສ ຢູ່ໃນພິທີທີ່ຈະຈັດຂຶ້ນໃນວັນອາທິດຈະມາເຖິງນີ້ ໃນຈະຕຸລັດພິລສຸສກີ (Pilsudski).
ໃນໄລຍະການເດີນທາງສອງວັນທີ່ວາງແຜນໄວ້ນັ້ນ, ປະທານາທິບໍດີສະຫະລັດ ຍັງຈະໄດ້ມີການປະຊຸມແບບສອງຕໍ່ສອງກັບບັນດາຜູ້ນຳປະເທດຕ່າງໆ ໃນຈຳນວນທີ່ມີຫລາຍກວ່າ 40 ຄົນ ຈະເຂົ້າຮ່ວມໃນງານດັ່ງກ່າວນັ້ນ.
ຖ້າທ່ານເດີນທາງໄປໃນຄັ້ງນີ້ ມັນກໍຈະເປັນການໄປຢ້ຽມຢາມໂປແລນ ຄັ້ງທີສອງຂອງທ່ານ ແລະທ່ານກໍໄດ້ຕ້ອນຮັບທ່ານດູດາ (Duda) ຢູ່ໃນທຳນຽບຂາວ ສອງເທື່ອແລ້ວ.
ມີອະດີດເອກອັກຄະລັດຖະທູດໂປແລນ ປະມານ 20 ຄົນທີ່ໄດ້ຂຽນຈົດໝາຍແບບເປີດຊອງສົ່ງເຖິງທ່ານ ທຣຳ ຢືນຢັນວ່າ ປະຊາທິປະໄຕຂອງປະເທດພວກເພິ່ນກຳລັງຢູ່ໃນສະພາບຖືກທຳລາຍ ແລະຮຽກຮ້ອງໃຫ້ໃຊ້ການຢ້ຽມຢາມຂອງທ່ານກົດດັນລັດຖະບານທີ່ໄດ້ຮັບມີຄວາມນິຍົມສູງຂອງໂປແລນ ໃຫ້ນັບຖືສິດທິມະນຸດ ແລະຍຸຕິການໝິ່ນປະໝາດລັດຖະທຳມະນູນ.