ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານທຣໍາ ພ້ອມແລ້ວທີ່​ຈະຮັບໄຊຊະນະໃນການແຂ່ງຂັນ ເພື່ອຍາດເອົາການສະເໜີຊື່ເລືອກຕັ້ງເປັນປະທານາທິບໍດີ


ຜູ້ສະໝັກເປັນປະທານາທິບໍດີຈາກພັກຣີພັບບລິກັນ ອະດີດປະທານາທິບໍດີ ດໍໂນລ ທຣໍາ ສະແດງທ່າທີຕໍ່ຝູງຊົນ ລຸນຫຼັງການກ່າວໃນລະຫວ່າງການໂຄສະນາຫາສຽງໃນນະຄອນແມນເຊັສເຕີ້, ລັດນິວແຮມເຊີ, ວັນທີ 20 ມັງກອນ 2024.
ຜູ້ສະໝັກເປັນປະທານາທິບໍດີຈາກພັກຣີພັບບລິກັນ ອະດີດປະທານາທິບໍດີ ດໍໂນລ ທຣໍາ ສະແດງທ່າທີຕໍ່ຝູງຊົນ ລຸນຫຼັງການກ່າວໃນລະຫວ່າງການໂຄສະນາຫາສຽງໃນນະຄອນແມນເຊັສເຕີ້, ລັດນິວແຮມເຊີ, ວັນທີ 20 ມັງກອນ 2024.

ອະດີດປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣຳ ປາກົດວ່າ ​ພ້ອມ​ແລ້ວ​ທີ່​ຈະ​ໄດ້ໄຊຊະນະອັນສຳຄັນອີກຄັ້ງນຶ່ງ ໃນການແຂ່ງຂັນ ເພື່ອຍາດເອົາການສະ
ເໜີຊື່ເລືອກຕັ້ງເປັນປະທານາທິບໍດີ ໃນປີ 2024 ຂອງພັກຣີພັບບລີກັນ, ໂດຍການສໍາຫຼວດຄວາມຄິດເຫັນສະແດງໃຫ້ເຫັນວ່າ ທ່ານມີຄະແນນດີພໍສົມຄວນໃນການເລືອກຕັ້ງຂັ້ນຕົ້ນ ຂອງພັກຣີພັບບລີກັນ ຢູ່ລັດນິວແຮມເຊີທີ່ຕັ້ງຢູ່ທາງພາກຕາເວັນອອກສຽງເໜືອຂອງສະຫະລັດ ໃນວັນອັງຄານມື້ອື່ນນີ້.

ທ່ານ ທຣໍາ ຍັງໄດ້ຮັບການ​ສະ​ໜັບ​ສະ​ໜຸນ​ເພີ້ມ​ຂຶ້ນ ທັງຢູ່ໃນລັດ ນິວແຮມເຊີ ແລະໃນການແຂ່ງຂັນໂດຍລວມ, ດ້ວຍການປະກາດໃນວັນອາທິດວານນີ້ວ່າ ຜູ້ປົກຄອງລັດ ຟລໍຣິດາ ທ່ານຣອນ ດິແຊນທິສ ກໍາລັງສິ້ນສຸດການໂຄສະນາຫາສຽງຂອງທ່ານ.

ທ່ານ ດີແຊນທິສ ບໍ່ປະສົບກັບຄວາມຄາດຫວັງທີ່ທ່ານຈະອອກມາເປັນຜູ້ທ້າທາຍຄົນສໍາຄັນຕໍ່ ທ່ານ ທຣໍາ, ແລະການ​ຖອ​ນ​ຕົວອອກຈາກການແຂ່ງຂັນຂອງທ່ານນັ້ນ ໄດ້ເຮັດໃຫ້ທ່ານທຣໍາ ແລະອະດີດຜູ້ປົກຄອງລັດຄາໂຣໄລນາໃຕ້ ທ່ານນາງ ນິກກີ້ ເຮລີ ເປັນພຽງສອງຜູ້ສະໝັກ ທີ່ສໍາຄັນເທົ່ານັ້ນໃນສະມາຊິກພັກຣີພັບບລີກັນທີ່ຍັງຄົງເຫຼືອຢູ່.

ອະດີດນັກການທູດສະຫະລັດປະຈໍາອົງການສະຫະປະຊາຊາດ ຜູ້ລົງແຂ່ງຂັນສະໝັກເປັນປະທານາທິບໍີຈາກພັກຣີພັບບລິກັນ ທ່ານນາງນິກກີ້ ເຮລີ ກ່າວໃນລະຫວ່າງການໂຄສະນາຫາສຽງໃນເມືອງ ເດີຣີ, ລັດນິວແຮມເຊີ, ວັນທີ 21 ມັງກອນ 2024.
ອະດີດນັກການທູດສະຫະລັດປະຈໍາອົງການສະຫະປະຊາຊາດ ຜູ້ລົງແຂ່ງຂັນສະໝັກເປັນປະທານາທິບໍີຈາກພັກຣີພັບບລິກັນ ທ່ານນາງນິກກີ້ ເຮລີ ກ່າວໃນລະຫວ່າງການໂຄສະນາຫາສຽງໃນເມືອງ ເດີຣີ, ລັດນິວແຮມເຊີ, ວັນທີ 21 ມັງກອນ 2024.

ການສໍາຫຼວດຄວາມຄິດເຫັນໃໝ່ຂອງອົງການຂ່າວ CNN ໃນວັນອາທິດວານນີ້ ໄດ້ສະແດງໃຫ້ເຫັນວ່າ ທ່ານທຣໍາ ມີໂອ​ກາດ​ທີ່​ຈະ​ໄດ້​ຮັບ 50 ເປີເຊັນຂອງການລົງຄະແນນສຽງ ໃນລັດນິວແຮມເຊີ, ເຊິ່ງມີຄະແນນສູງກວ່າ 39 ເປີເຊັນຂອງ ທ່ານນາງເຮລີ ທີ່ເຄີຍດໍາລົງຕໍາແໜ່ງເອກອັກຄະລັດຖະທູດ ປະຈຳອົງການສະ ຫະປະຊາຊາດຄັ້ງນຶ່ງ ໃນສະໄໝຂອງທ່ານ, ແລະ 6 ເປີເຊັນສຳລັບ ທ່ານ ດິແຊນທິສ. ຜົນຂອງ​ການ​ສຳ​ຫຼວດ ​ແມ່ນ​ສອດ​ຄ່ອງ​ກັບ​ການ​ລົງ​ຄະ​ແນນ​ສຽງ​ໃນ​ລັດ​ເມື່ອໄວໆ​ມາ​ນີ້​ໂດຍ​ອົງ​ການ​ຂ່າວ​ຕ່າງໆ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG