ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ທ​ຣຳ ກ່າວ​ວ່າ ທ່ານ​ບໍ່​ມີ​ຄວາມ​ຜິດ ໃນ​ຂໍ້​ຫາ​ ແຊກ​ແຊງ​ການ​ເລືອກ​ຕັ້ງ ຢູ່​ລັດ​ຈໍ​ເຈຍ


ແຟ້ມ - ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ໂອ້​ລົມ​ກັບ​ພວກ​ນັກ​ຂ່າວ ກ່ອນ​ອອກ​ເດີນ​ທາງ​ຈາກ​ສະ​ໜາມ​ບິນສາ​ກົນ Hartsfield-Jackson Atlanta International ໃນ​ນະ​ຄອນ​ແອັດ​ແລນ​ຕາ ລັດ​ຈໍ​ເຈຍ ວັນ​ທີ 24 ສິງ​ຫາ 2023.
ແຟ້ມ - ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ໂອ້​ລົມ​ກັບ​ພວກ​ນັກ​ຂ່າວ ກ່ອນ​ອອກ​ເດີນ​ທາງ​ຈາກ​ສະ​ໜາມ​ບິນສາ​ກົນ Hartsfield-Jackson Atlanta International ໃນ​ນະ​ຄອນ​ແອັດ​ແລນ​ຕາ ລັດ​ຈໍ​ເຈຍ ວັນ​ທີ 24 ສິງ​ຫາ 2023.

ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ກ່າ​ວ​ຕໍ່​ສານ​ໃນ​ວັນ​ພະ​ຫັດ​ວານນີ້ວ່າ ທ່ານ​ບໍ່​ມີ​ຄວາມ​ຜິດໃນ​ຂໍ້​ຫາ​ທີ່​ວ່າ​ທ່ານ​ໄດ້​ພະ​ຍາ​ຍາມ​ຢ່າງ​ຜິດ​ກົດ​ໝາຍ ທີ່​ຈະ​ຕ່າວ​ປີ້ນ​ຜົນ​ການ​ເລືອກ​ຕັ້ງ ​ທີ່​ທ່ານ​ເສຍ​ໄຊ​ໃນ​ປີ 2020 ຢູ່​ທີ່​ລັດ​ຈໍ​ເຈຍ​ທາງ​ພາກ​ໃຕ້​ຂອງ​ສະ​ຫະ​ລັດ. ນອກນັ້ນ​ ທ່ານ​ຍັງ​ໄດ້ຂໍ​ຍົກ​ເລີກ​ໝາຍ​ກຳ​ນົດ​ການ​ຟ້ອງ​ຮ້ອງ​ໃນການ​ດຳ​ເນີນ​ຄະ​ດີ ທີ່​ກຳ​ນົດ​ໃສ່​ອາ​ທິດ​ໜ້າ.

ນັ້ນ​ແມ່ນ​ໝາຍ​ຄວາມ​ວ່າ ທ່ານ​ທ​ຣຳ ຊຶ່ງ​ເປັນ​ນຶ່ງ​ໃນ​ຈຳ​ເລີຍ 19 ຄົນ ໃນ​ຄະ​ດີ​ສໍ້​ໂກງ​ແລະ​ແຊກ​ແຊງການ​ເລືອກ​ຕັ້ງ ຈະ​ບໍ່​ໄປ​ປາ​ກົດ​ໂຕ ໃນ​ຂັ້ນ​ຕົ້ນ ຕໍ່ໜ້າຜູ້​ພິ​ພາກ​ສາສານຊັ້ນ​ກາງ ຂອງ​ຟູ​ລ​ຕັນຄາວ​ຕີ້ ທ່ານ​ສ​ກັອດ ແມກ​ຄາ​ຟີ (Scott McAfee) ທີ່​ນະ​ຄອນ​ແອັນ​ແລນ​ຕາ ໃນ​ບໍ່​ເທົ່າ​ໃດ​ມື້​ຕໍ່​ໜ້ານີ້. ຍັງ​ບໍ່​ທັນ​ມີ​ການ​ກຳ​ນົດ​ວັນ​ເວ​ລາ​ສຳ​ລັບ​ການ​ດຳ​ເນີນ​ຄະ​ດີ​ນີ້ເທື່ອ ແຕ່​ກໍ​ມີ​ທ່າ​ທາງ​ອາດ​ຈະ​ແມ່ນຫຼາຍ​ເດືອນ​ຈາກ​ປັດ​ຈຸ​ບັນ​ນີ້.

​ພວກ​ຈຳ​ເລີຍ​ຮ່ວມ​ຫຼາຍ​ຄົນ​ຂອງ​ທ່ານ​ທ​ຣຳ ຕ່າງ​ກໍ​ໄດ້​ກ່າວ​ວ່າ ເຂົາ​ເຈົ້າ​ບໍ່​ມີ​ຄວາມ​ຜິດ ແລະ​ຂໍ​ຍົກ​ເລີກ​ສິດ​ທິ​ຂອງ​ພວກ​ເຂົາ​ເຈົ້າ​ໃນ​ການ​ຟ້ອງ​ຮ້ອງ​ຢ່າງ​ເປັນ​ທາງ​ການ.

ໃນ​ອາ​ທິດ​ແລ້ວນີ້ ທ່ານ​ທ​ຣຳ​ໄດ້​ບິນ​ຈາ​ກ ​ບ່ອນ​ຕາກ​ອາ​ກາດ​ຕີກອ​ຟ​ຂອງ​ທ່ານ​ໃນ​ລັດ​ນິວ​ເຈີ​ຊີ ໄປ​ຍັງ​ນະ​ຄອນ​ແອັດ​ແລນ​ຕາ ເພື່ອຍອມ​ຈຳ​ນົນ ​ທີ່​ຄຸກ​ຟູ​ລ​ຕັນ​ຄາວ​ຕີ້ ແລະ​ຖືກ​ຈັບ​ພ້ອມ​ກັບ​ລົງ​ທະ​ບຽນ ໃນ​ຂໍ້​ຫາ 13 ກະ​ທົງ. ໃນ​ຂະ​ນະ​ຢູ່​ທີ່ນັ້ນ ​ທ່ານ ກໍ​ໄດ້ແປະ​ໂປ້​ລາຍ​ມື ແລະ​ກາຍ​ເປັນ ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ທຳ​ອິດ ​ທີ່​ໄດ້​ຖືກ​ຖ່າຍ​ຮູບໃບ​ໜ້າ​ເພື່ອ​ປະ​ຫວັດ​ຂອງ​ເຈົ້າ​ໜ້າ​ທີ່.

ທ່ານ​ທ​ຣຳ ຊຶ່ງ​ເປັນ​ຜູ້​ມີ​ຄະ​ແນນ​ສຽງ​ນຳ​ໜ້າ ຂອງ​ບັນ​ດາ​ຜູ້​ສະ​ໝັກ​ປະ​ທາ​ນາ​ທິ​ບໍ​ດີ​ພັກ​ຣີ​ພັບ​ບ​ລີ​ກັນ ນັບ​ຕັ້ງ​ແຕ່ນັ້​ນ​ມາ​ໄດ້​ໃຊ້ຮູບ ທີ່​ເບິ່ງ​ຄື​ຄົນ​ໃຈ​ຮ້າຍ ບໍ່​ຍິ້ມ​ຫົວ​ຂອງ​ທ່ານ ໃສ່​ທີ​ເຊີດ ຈອກ​ກາ​ເຟ ແລະ​ເຄື່ອງ​ໃຊ້​ຕ່າງໆ​ ໃນ​ການ​ໂຄ​ສະ​ນາ​ຫາ​ສຽງ​ ເພື່​ອ​ຫາ​ລາຍ​ໄດ້​ສຳ​ລັບ​ການ​ເລືອກ​ຕັ້ງ. ທ່ານ​ໄດ້​ຂຽນ​ໃສ່​ຮູບ​ວ່າ “ບໍ່​ຍອມ​ຈຳ​ນົນ​ເດັດ​ຂາດ” ເຖິງ​ແມ່ນ​ວ່າ​ເວ​ລານີ້ ທ່ານ​ໄດ້​ຍອມ​ຈຳ​ນົນ​ໄປ​ແລ້ວ​ ໃນ​ຄະ​ດີ​ອາ​ຍາ​ສີ່​ຄະ​ດີ​ທີ່​ທ່ານ​ກຳ​ລັງ​ປະ​ເຊີນ​ຢູ່.

ພວກ​ຕ້ອງ​ຕິ​ທ່ານ​ທ​ຣຳ ຍັງ​ໄດ້​ພາ​ກັນ​ຂາຍ​ເຄື່ອງ​ສະ​ສົມ​ລາ​ຄາ​ຖືກດ້ວຍ​ຮູບ​ໃບ​ໜ້າ ທີ່​ຂຽນ​ໃສ່​ວ່າ ເລກ​ນັກ​ໂທດ​ຂອງ​ທ່ານ​ແມ່ນ P01135809.

ທ່ານ​ທ​ຣຳ ແລະ​ພວກ​ສະ​ໜັບ​ສະ​ໜຸນ​ທ່ານ​ບາງ​ຄົນ ທີ່​ລັດ​ຈໍ​ເຈຍໄດ້​ທວງ​ໃຫ້​ຟ້ອງ​ຮ້ອງ​ໄອ​ຍະ​ການ​ໃນ​ຄະ​ດີນີ້ ຄື​ໄອ​ຍະ​ການ​ເຂດ​ຟູ​ລ​ຕັນ​ຄາວ​ຕີ ທ່ານ​ນາງ​ຟາ​ນີ ວິ​ລ​ລິ​ສ ຊຶ່ງ​ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ຈະຕ້ອງ​ໄດ້​ເລີ້ມ​ຂຶ້ນ​ທີ່​ສະ​ພາ​ຂອງ​ລັດ​ຈໍ​ເຈຍ.

ແຕ່​ໃນ​ວັນ​ພະ​ຫັດ​ວານນີ້ ຜູ້​ປົກ​ຄອງ​ລັດ ທ່ານບ​ຣາຍ​ແອນ ແຄມ​ປ໌ ທີ່​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ບໍ່​ໄດ້​ໃຫ້​ຄວາມ​ສຳ​ຄັນ ​ຕໍ່​ການ​ກ່າວ​ອ້າງ​ຂອງ​ທ່ານ​ທ​ຣຳ​ ມາ​ແຕ່ດົນນານແລ້ວ ທີ່​ວ່າ​ທ່ານ​ໄດ້​ຊະ​ນະ​ການ​ປ່ອນ​ບັດ​ທີ່​ລັດ​ຈໍ​ເຈຍ ໃນ​ປີ 2020 ໂດຍ​ໄດ້​ປະ​ຕິ​ເສດໃນ​ການ​ຟ້ອງ​ຮ້ອງ​ ຕໍ່​ທ່ານ​ນາງວິ​ລ​ລິ​ສ ທີ່​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG