ທຳນຽບຂາວກ່າວວ່າ ປະທານາທິບໍດີ ດໍໂນລ ທຣຳ ມີຄວາມຕັ້ງໃຈທີ່ຈະສະເໜີແຕ່ງຕັ້ງ
ໃຫ້ທ່ານແຈັຟຟຣີ ໂຣເສີນ ເປັນຮອງລັດຖະມົນຕີຍຸຕິທຳ ຄົນຕໍ່ໄປ.
ການປະກາດດັ່ງກ່າວມີຂຶ້ນຢູ່ໃນຖະແຫຼງການສະບັບນຶ່ງໃນຕອນແລງວັນອັງຄານວານ
ນີ້ ບໍ່ຮອດນຶ່ງອາທິດ ຫຼັງຈາກລັດຖະສະພາ ຮັບຮອງເອົາການແຕ່ງຕັ້ງທ່ານວິລລຽມ ບາຣ
ໃຫ້ເປັນຜູ້ນຳພາກະຊວງຍຸຕິທຳ.
ທ່ານບາຣ ກ່າວວ່າ “ທ່ານແຈັຟຟຣີ ໂຣເສີນ ເປັນທະນາຍຄວາມທີ່ຊົງຄຸນນະວຸດທິ ຜູ້ທີ່
ໄດ້ຮັບໃຊ້ຢູ່ໃນລະດັບສູງສຸດຂອງລັດຖະບານແລະພາກເອກກະຊົນ. ຫຼາຍປີໃນການ
ປະຕິບັດງານທາງດ້ານກົດໝາຍແລະການບໍລິຫານຢ່າງໜ້າສັນລະເສີນ ທີ່ເຮັດໃຫ້ທ່ານ
ເປັນຜູ້ຖືກເລືອກ ເອົາຢ່າງດີທີ່ສຸດ ເພື່ອຮັບໜ້າທີ່ເປັນຮອງລັດຖະມົນຕີກະຊວງຍຸຕິທຳ ແທນທ່ານຣອດ ໂຣເຊັນສະໄຕນ໌ ຜູ້ທີ່ໄດ້ຮັບໃຊ້ກະຊວງຍຸຕິທຳມາເປັນເວລາຫຼາຍປີ ດ້ວຍ
ຄວາມເສຍສະລະ ແລະເປັນກຽດ.
ທ່ານໂຣເຊັນໄດ້ຮັບໃຊ້ເປັນຮອງລັດຖະມົນຕີກະຊວງຂົນສົ່ງ ແຕ່ປີ 2017. ນາຍຂອງທ່ານ
ຢູ່ທີ່ນັ້ນ ກໍຄື ທ່ານນາງອີເລນ ໂຈ ກ່າວວ່າ ທ່ານນາງໝັ້ນໃຈທີ່ທ່ານໂຣຊັນ ໄດ້ຖືກເລືອກ
ເອົາຢ່າງຖືກຕ້ອງຕໍ່ໜ້າທີ່.
ສະພາສູງຕ້ອງໄດ້ໃຫ້ການອະນຸມັດຕໍ່ການແຕ່ງຕັ້ງດັ່ງກ່າວ ກ່ອນທີ່ທ່ານໂຣເຊັນ ຈະສາ
ມາດເຂົ້າຮັບໜ້າທີ່ແທນທ່ານໂຣເຊນສະໄຕ ຜູ້ທີ່ຄາດວ່າຈະອອກຈາກໜ້າທີ່ດັ່ງກ່າວ ໃນ
ກາງເດືອນມີນານີ້.
ທ່ານໂຣເຊັນສະໄຕ ແມ່ນເປັນຜູ້ສຳຄັນເນື່ອງຈາກທ່ານເປັນຜູ້ດູແລການສືບສວນ ຂອງ
ໄອຍະການພິເສດ ທ່ານໂຣເບີຣຕ໌ ມັລເລີ ກ່ຽວກັບການແຊກແຊງຂອງຣັດເຊຍ ເຂົ້າໃນ
ການເລືອກຕັ້ງປະທານາທິບໍດີສະຫະລັດ ໃນປີ 2016 ແລະອາດເປັນໄປໄດ້ໃນການສົມ
ຮູ້ຮ່ວມຄິດ ກັບຄະນະໂຄສະນາຫາສຽງຂອງທ່ານທຣຳ.