ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣໍາ ຈະຍິງບັ້ງໄຟດອກ ໃນວັນທີ 4 ກໍລະກົດ ທ້າມກາງ ຄວາມເປັນຫ່ວງ ຂອງສູນກາງຄວບຄຸມພະຍາດ


ການສະຫລອງວັນທີ 4 ກໍລະກົດ, 2018, ພາບບັ້ງໄຟດອກ ກຳລັງເຮືອງເຮື່ອຢູ່ເທິງຫໍອະນຸສອນສະຖານ ປ. ລິງຄອນ (Lincoln Memorial), ອານຸສາວະລີວໍຊິງຕັນ ແລະ ຕືກລັດຖະສະພາ Capitol ທີ່ຢູ່ອ້ອມຮອບສະໜາມຫລວງແຫ່ງຊາດ ໃນການສະເຫລີມສະຫລອງວັນເອກະລາດຂອງສະຫະລັດ.
ການສະຫລອງວັນທີ 4 ກໍລະກົດ, 2018, ພາບບັ້ງໄຟດອກ ກຳລັງເຮືອງເຮື່ອຢູ່ເທິງຫໍອະນຸສອນສະຖານ ປ. ລິງຄອນ (Lincoln Memorial), ອານຸສາວະລີວໍຊິງຕັນ ແລະ ຕືກລັດຖະສະພາ Capitol ທີ່ຢູ່ອ້ອມຮອບສະໜາມຫລວງແຫ່ງຊາດ ໃນການສະເຫລີມສະຫລອງວັນເອກະລາດຂອງສະຫະລັດ.

ລັດຖະບານທ່ານທຣໍາ ກໍາລັງຈະເຮັດຕາມແຜນການ ຈັດງານສະຫລອງວັນເອ ກະລາດທີ 4 ກໍລະກົດ ໃນນະຄອນຫລວງວໍຊິງຕັນ ໂດຍຄົບຊຸດທີ່ເຕັມໄປດ້ວຍ ການສະແດງຂອງການຍິງບັ້ງໄຟດອກ ເຖິງແມ່ນວ່າຈະມີການລະບາດຢ່າງໜັກ ຂອງພະຍາດ ໂຄວິດ-19 ຢູ່ກໍຕາມ.

ແຜນການສໍາລັບການສະຫລອງເພື່ອ “ຄໍານັບອາເມຣິກາ” ໄດ້ປະກາດອອກມາ ໃນວັນພຸດວານນີ້ ໂດຍກະຊວງພາຍໃນ ຊຶ່ງລວມມີການບິນເຫວີ່ນຂອງເຮືອບິນ ທະຫານຢູ່ເທິງສະໜາມຫລວງແຫ່ງຊາດ ແລະ ການຍິງບັ້ງໄຟດອກຈໍານວນ 10 ພັນລູກຂຶ້ນສູງ 1.5 ກິໂລແມັດ ຊຶ່ງລັດຖະມົນຕີກະຊວງພາຍໃນ, ທ່ານ ເດວິດ ແອລ ເບີນຮາດ (David L. Bernhardt) ເວົ້າວ່າ “ເປັນການໃຫ້ສັນ ຍາວ່າ ຈະເປັນງານທີ່ຢູ່ໃນຫ້ວງແຫ່ງຊົງຈໍາທີ່ຍິ່ງໃຫຍ່ທີ່ສຸດໃນມໍ່ໆມານີ້.”

ກະຊວງພາຍໃນກໍາລັງຮຽກຮ້ອງໃຫ້ຄົນທີ່ໄປສະໜາມຫລວງຮັກສາການຢູ່ ຫ່າງ ກັນ ແລະຈະມີໜ້າກາກປິດປາກຫລາຍເຖິງ 3 ແສນອັນໄວ້ເພື່ອແຈກຢາຍໃຫ້ ຄົນຢາກໄດ້ ເຖິງແມ່ນວ່າຈະບໍ່ມີການບັງຄັບໃຫ້ໃສ່ມັນກໍຕາມ.

ໂຄສົກປະຈໍາທໍານຽບຂາວ, ທ່ານນາງ ເຄລາຍ ແມັກເອນແນນນີ (Kayleigh McEnany) ກ່າວຕໍ່ພວກນັກຂ່າວວ່າ ປະທານາທິບໍດີທຣໍາຊຸກຍູ້ໃຫ້ຄົນພາກັນ ປະຕິບັດຕາມຄໍາແນະນໍາທີ່ວາງອອກໂດຍສູນກາງຄວບຄຸມ ແລະປ້ອງກັນພະ ຍາດ ໃນການໃສ່ໜ້າກາກປິດປາກໄວ້. ແຕ່ທ່ານນາງ ແມັກເອນແນນນີ ກໍເວົ້າ ວ່າ ການປະຕິບັດຕາມຄໍາແນະນໍາດັ່ງກ່າວ “ເປັນພຽງການແນະນໍາເທົ່ານັ້ນ ແຕ່ ບໍ່ແມ່ນເປັນຂໍ້ຮຽກຮ້ອງແລະ ພວກເຮົາຄອງຄອຍ ທີ່ຈະໄດ້ສະເຫລີມສະຫລອງ ວັນທີ 4 ກໍລະກົດຫລາຍ.”

ແຕ່ວ່າເຈົ້າຄອງນະຄອນຫລວງວໍຊິງຕັນ, ທ່ານນາງ ມູຣຽວ ບາວເຊີ (Muriel Bowser) ເວົ້າວ່າ ທ່ານນາງໄດ້ບອກພວກເຈົ້າໜ້າທີ່ລັດຖະບານກາງ ພວກ ເຂົາເຈົ້າ ບໍ່ເຊື່ອວ່າ ການສະເຫລີມສະຫລອງດັ່ງກ່າວສອດຄ່ອງກັບຄໍາແນະນໍາ ທີ່ດີສຸດຈາກສູນກາງຄວບຄຸມແລະປ້ອງກັນພະຍາດ ແລະເຈົ້າໜ້າທີ່ ການແພດ ທັງຫລາຍໃນທ້ອງຖິ່ນ.

ການລະບາດຂອງໄວຣັສໂຄໂຣນາ ໄດ້ເຮັດໃຫ້ນະຄອນຫຼວງ ຂອງສະຫະລັດແລະປະຊາຄົມໃນເຂດອ້ອມແອ້ມຍົກເລີກການສະເຫຼີມສະຫຼອງວັນເອກະລາດຂອງພວກເຂົາເຈົ້າ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG