ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໑ ເມສາ ໒໐໒໕

ເຊເລັນສກີ ພ້ອມທີ່ຈະເຈລະຈາກັບ ທ່ານທຣຳ ເພື່ອໃຫ້ເກີດສັນຕິພາບ ໃນສົງຄາມຂອງຣັດເຊຍ ກັບຢູເຄຣນ


ປະທານາທິບໍດີ ຢູເຄຣນ ໂວໂລດີເມຍ ເຊເລັນສກີ ກ່າວປາໄສຢູ່ສະໜາມລົບ ໂດຍຈະເຫັນລະບົບປ້ອງກັນໄພທາງອາກາດ ລູກສອນໄຟ ເພທຣີອ໊ອດຕ໌ ຂອງສະຫະລັດ.
ປະທານາທິບໍດີ ຢູເຄຣນ ໂວໂລດີເມຍ ເຊເລັນສກີ ກ່າວປາໄສຢູ່ສະໜາມລົບ ໂດຍຈະເຫັນລະບົບປ້ອງກັນໄພທາງອາກາດ ລູກສອນໄຟ ເພທຣີອ໊ອດຕ໌ ຂອງສະຫະລັດ.

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ສະ​ແດງ​ທ່າ​ທີ​ເປັນ​ມິດ​ກັບ​ ສະ​ຫະ​ລັດ ໃນ​ວັນ​ອັງ​ຄານ​ວານນີ້ ຫຼັງ​ຈາ​ກ​ການ​ຫາ​ລື​ເມື່ອ​ອາ​ທິດ​ທີ່​ຜ່ານ​ມາ ທີ່​ເກີດ​ການ​ໂຕ້​ຖຽງ​ລະ​ຫວ່າງ​ທ່ານ ກັບ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ.

ທ່ານ ເຊ​ເລັນ​ສ​ກີ ກ່າວ​ວ່າ​ປະ​ເທດ​ຂອງ​ທ່ານພ້ອມ​ເຈ​ລະ​ຈາ​ໃຫ້​ສົງ​ຄາມ​ທີ່​ດຳ​ເນີນ​ເວ​ລາ​ມາ 3 ປີ​ກັບ ຣັດ​ເຊຍ ຈົບ​ລົງ “ໄວ​ທີ່​ສຸດ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້” ແລະ ວ່າ ຢູ​ເຄ​ຣນ ຈະ “ເຮັດ​ວຽກ​ພາຍ​ໃຕ້​ຄວາມ​ເປັນ​ຜູ້​ນຳ​ທີ່​ເຂັ້ມ​ແຂງ” ຂອງ​ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ເພື່ອ​ໃຫ້​ເກີດ​ສັນ​ຕິ​ພາບ​.

ຜູ້​ນຳ ຢູ​ເຄ​ຣນ ກ່າວ​ດ້ວຍ​ວ່າ​ການ​ປະ​ທະ​ຄຳ​ເວົ້າ​ກັບ​ທ່ານ ທ​ຣຳ ຢູ່​ທຳ​ນຽບ​ຂາວ​ເມື່ອ​ວັນ​ສຸກ​ທີ່​ຜ່ານ​ມາ​ເປັນ​ເລື່ອງ “ໜ້າ​ເສຍ​ໃຈ” ແລະ ເສີມ​ວ່າ​ທ່ານ​ຍັງ​ຄົງ​ພ້ອມ​ທີ່​ຈະ​ລົງ​ນາມ​ຂໍ້​ຕົກ​ລົງ​ທີ່​ຈະ​ໃຫ້ ສະ​ຫະ​ລັດ ໄດ້​ສິດ​ໄລ​ຍະ​ຍາວ​ໃນ​ການ​ຂຸດ​ຄົ້ນ​ແຮ່​ຫາ​ຍາກ​ທີ່​ຈຳ​ເປັນ​ຕໍ່​ການ​ຜະ​ລິດ​ສິນ​ຄ້າ​ເທັກ​ໂນ​ໂລ​ໂຈີ​ຂອງ ອາ​ເມ​ຣິ​ກາ.

ທ່ານ ເຊ​ເລັນ​ສ​ກີ ໄດ້​ຂຽນ​ຂໍ້​ຄວາມ​ລົງ​ໃນ​ສື່​ສັງ​ຄົມ X ວ່າ​ການ​ຫາ​ລື​ທີ່​ທຳ​ນຽບ​ຂາວ​ກັບ​ທ່ານ ທ​ຣຳ ແລະ ຮອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ເຈ​ດີ ແວນ​ສ໌ “ບໍ່​ໄດ້​ເປັນ​ໄປ​ຕາມ​ທີ່​ຄວນ​ຈະ​ເປັນ ເຖິງ​ເວ​ລາ​ແລ້ວ​ທີ່​ຕ້ອງ​ເຮັດ​ໃຫ​ມັນ​ຖື​ກ​ຕ້ອງ ເຮົາ​ຢາກ​ໃຫ້​ເກີດ​ຄວາມ​ຮ່ວມ​ມື ແລະ ການ​ສື່​ສານ​ກັນ​ໃນ​ອະ​ນາ​ຄົດ​ເປັນ​ໄປ​ຢ່າງ​ສ້າງ​ສັນ.”

ເມື່ອ​ວັນ​ສຸກ​ທີ່​ຜ່ານ​ມາ​ການ​ເຈ​ລະ​ຈາ​ຈົ​ບ​ລົງ​ດ້ວຍ​ການ​ທີ່​ທ່ານ ເຊ​ເລັນ​ສ​ກີ ຖືກບອກ​ໃຫ້​ອອກ​ຈາກ​ທຳ​ນຽບ​ຂາວ​ໂດຍບໍ່​ມີ​ການ​ລົງ​ນາມ​ຂໍ້​ຕົກ​ລົງ​ແຮ່​ຫາ​ຍາກ.

ຮອງ​ປະ​ທາ​ນາ​ທິ​ບໍ​ດີ ເຈ​ດີ ແວນ​ສ໌ ໄດ້​ບອກ​ກັບ​ວີ​ໂອ​ເອ​ວ່າ​ທັງ ສະ​ຫະ​ລັດ, ຣັດ​ເຊຍ ແລະ ຢູ​ເຄ​ຣນ ເຫັນ​ວ່າ​ການ​ເຮັດ​ໃຫ້​ຄວາມ​ຂັດ​ແຍ້ງ​ຈົບ​ລົງ​ເປັນ​ຜົນ​ປະ​ໂຫຍດ​ທີ່​ດີ​ທີ່​ສຸດ​ຂອງ​ທຸກ​ຝ່າຍ.

ທັງ​ນີ້ ການ​ສະ​ແດງ​ຄວາມ​ພ້ອມ​ຮ່ວມ​ເຈ​ລະ​ຈາ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ເຊ​ເລັນ​ສ​ກີ ໄດ້​ເກີດ​ຂຶ້ນບໍ່​ເທົ່າ​ໃດ​ຊົ່ວ​ໂມງຫຼັງ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ປະ​ກາດ​ລະ​ງັບ​ການ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ​ຕໍ່ ຢູ​ເຄ​ຣນ.

ສ່ວນ​ໂຄ​ສົກ​ລັດ​ຖະ​ບານ ຣັດ​ເຊຍ ທ່ານ ດີ​ມິ​ທ​ຣີ ເປັ​ສກອ​ຟ ກ່າວ​ກັບ​ບັນ​ດາ​ນັກ​ຂ່າວ​ເມື່ອ​ວັນ​ອັງ​ຄານ​ວານນີ້​ວ່າ ການ​ລະງັບ​ຄວາມ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ​ຂອງ ສະ​ຫະ​ລັດ ຕໍ່ ຢູ​ເຄ​ຣນ ເປັນ​ການ​ຊ່ວຍ​ເຫຼືອ​ທີ່​ສຳ​ຄັນ​ທີ່​ສຸດ​ຕໍ່​ເສັ້ນ​ທາງ​ສູ່​ສັນ​ຕິ​ພາບ.

ປະ​ທານ​ທິ​ບໍ​ດີ ທ​ຣຳ ກ່າວ​ເມື່ອ​ວັນ​ຈັນ​ທີ່​ຜ່ານ​ມາ​ວ່າ ຂໍ້​ຕົກ​ລົງ​ແຮ່​ຫາ​ຍາກ​ກັບ ຢູ​ເຄ​ຣນ ເປັນ​ເງື່ອນ​ໄຂ​ສຳ​ຄັນ​ຂອງ​ການ​ສະ​ໜັບ​ສະ​ໜູນ ຢູ​ເຄ​ຣນ ຕໍ່​ໄປ ແລະ ທ່ານ​ຈະ​ອອກ​ຄຳ​ປະ​ກາດ​ໃນ​ເລື່ອງນີ້​ຄືນ​ວັນ​ອັງ​ຄານ​ຕາມ​ເວ​ລາ​ຂອງ ສະ​ຫະ​ລັດ ເວ​ລາ​ທີ່​ທ່ານ​ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມ​ຮ່ວມ​ຂອງລັດ​ຖະ​ສະ​ພາໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG