ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳ ເລືອກເອົາອະດີດຜູ້ປົກຄອງລັດ ເທັກຊັສ ເປັນຫົວໜ້າດ້ານພະລັງງານ


ອະດີດຜູ້ປົກຄອງລັດ ເທັກຊັສ ທ່ານ Rick Perry ຍິ້ມໃນຂະນະທີ່ທ່ານເດີນທາງອອກຈາກຕຶກດາດຟ້າ Trump. ນະຄອນ ນິວຢອກ. 12 ທັນວາ, 2016.
ອະດີດຜູ້ປົກຄອງລັດ ເທັກຊັສ ທ່ານ Rick Perry ຍິ້ມໃນຂະນະທີ່ທ່ານເດີນທາງອອກຈາກຕຶກດາດຟ້າ Trump. ນະຄອນ ນິວຢອກ. 12 ທັນວາ, 2016.

ຜູ້ຊ່ວຍຂອງທ່ານ Donald Trump ປະທານາທິບໍດີ ສະຫະລັດ ທີ່ຖືກເລືອກໃໝ່ ກ່າວວ່າ ທ່ານໄດ້ຕັດສິນໃຈທີ່ຈະສະເໜີຊື່ອະດີິດຜູ້ປົກຄອງລັດ ເທັກຊັສ ທ່ານ Rick Perry ທີ່ຄັ້ງ ໜຶ່ງເຄີຍເປັນຄູ່ປໍລະປັກກັນທາງການເມືອງ ເປັນຫົວໜ້າກະຊວງພະລັງງານຂອງປະເທດ, ເຊິ່ງແມ່ນອົງການທີ່ທ່ານ Perry ຄັ້ງໜຶ່ງເຄີຍກ່າວວ່າ ເປັນອົງການຟຸມເຟືອຍທີ່ຄວນຖືກ ລົບລ້າງນັ້ນ.

ທ່ານ Perry, ອະດີດຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສະຫະລັດ 2 ຄັ້ງຈາກພັກ ຣິພັບບລີກັນ ໄດ້ເອີ້ນທ່ານ ທຣຳ ວ່າ ເປັນ “ມະເຮັງຕໍ່ລັດທິອະນຸລັກນິຍົມ” ໃນຮອບຕົ້ນໆ ຂອງການແຂ່ງຂັນເປັນຜູ້ຖືກສະເໜີຊື່ແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ. ແຕ່ຫຼັງຈາກ ຖືກຕັດອອກຈາກການແຂ່ງຍ້ອນບໍ່ໄດ້ຮັບຄະແນນສຽງສະໜັບສະໜູນພຽງພໍແລ້ວ, ທ່ານ Perry ອາຍຸ 66 ປີ ກໍໄດ້ຮັບຮອງເອົາທ່ານ ທຣຳ, ໂດຍກ່າວວ່າ ນັກທຸລະກິດຊາວ ນິວຢອກ ຄົນນີ້ບໍ່ແມ່ນຜູ້ທີ່ທ່ານເລືອກທຳອິດ ຫຼື ທີສອງສຳລັບຕຳແໜ່ງປະທານາທິບໍດີ, ແຕ່ “ແມ່ນຜູ້ທີ່ປະຊາຊົນເລືອກ.”

ທ່ານ ທຣຳ ຍັງບໍ່ໄດ້ສະເໜີຊື່ຂອງທ່ານ Perry ຜູ້ທີ່ໄດ້ດຳລົງຕຳແໜ່ງເປັນຜູ້ປົກຄອງລັດ ເທັກຊັສ ດ້ວຍສະຖິຕິ 14 ປີຢ່າງເປັນທາງການເທື່ອ, ແຕ່ຜູ້ຊ່ວຍຂອງປະທານາທິບໍດີທີ່ຖືກ ເລືອກໃໝ່ ໄດ້ກ່າວໃນວັນອັງຄານວານນີ້ວ່າ ທ່ານໄດ້ຕັດສິນໃຈທີ່ຈະສະເໜີຊື່ທ່ານ Perry ເປັນຜູ້ນຳພາອົງການທີ່ມີພະນັກງານ 100,000 ຄົນ, ຄວບຄຸມຄັງອາວຸດນິວເຄລຍຂອງ ປະເທດ ແລະ ສົ່ງເສີມການພັດທະນາ ກ່ຽວກັບ ໂຄງການພະລັງງານສີຂຽວ.

ທ່ານ Perry ນັກອະນຸລັກນິຍົມຜູ້ເດັດດ່ຽວ, ອາດຈະຍົກຍ້າຍກະຊວງພະລັງງານອອກ ຈາກຈຸດເພັ່ງເລັງຂອງພວກເຂົາເຈົ້າ ກ່ຽວກັບ ພະລັງງານທົດແທນ, ເຊິ່ງປະທານາທິບໍດີ ບາຣັກ ໂອບາມາ ໃຫ້ການສະໜັບສະໜູນ, ແລະ ກັບຄືນໄປສູ່ນ້ຳມັນ ແລະ ເຊື້ອໄຟຊີວະ ພາບ, ທີ່ທ່ານ Perry ໄດ້ສົ່ງເສີມໃນລັດ ເທັກຊັສ. ທ່ານ Perry ໄດ້ກ່າວສົງໄສ ກ່ຽວກັບ ສະພາບອາກາດປ່ຽນແປງທີ່ເຮັດຂຶ້ນໂດຍມະນຸດ, ແຕ່ໃນລະຫວ່າງດຳລົງຕຳແໜ່ງຜູ້ປົກ ຄອງລັດນັ້ນ ທ່ານໄດ້ປ່ຽນລັດ ເທັກຊັສ ໃຫ້ເປັນຜູ້ຜະລິດພະລັງຈາກລົມລາຍໃຫຍ່.

ໃນລະຫວ່າງຄວາມພະຍາຍາມແຂ່ງຂັນເອົາຕຳແໜ່ງປະທານາທິບໍດີຄັ້ງທຳອິດໃນປີ 2011 ນັ້ນ, ທ່ານ Perry ໄດ້ກ່າວຜິດທາງການເມືອງ ທີ່ມັນໄດ້ເຮັດໂອກາດຂອງທ່ານ ໃນການແຂ່ງຂັນກັບທ່ານ ທຣຳ ສະຫຼາຍໄປ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG