ຜູ້ທີ່ປະທານາທິບໍດີ ດໍໂນລ ທຣໍາ ສະເໜີໃຫ້ເປັນເລຂາທິການດ້ານກອງທັບບົກ ໄດ້
ຖອນຊື່ຂອງຕົນອອກຈາກການພິຈາລະນາໃຫ້ຮັບຕໍາແໜ່ງ ຍ້ອນມີການຕິຕຽນຕໍ່ຄຳ
ເຫັນຂອງທ່ານທີ່ເປັນການດູໝິ່ນບັນດາກຸ່ມຊົນສ່ວນນ້ອຍ ຊຶ່ງຮວມທັງພວກກະເທີຍ
ແລະຄົນທີ່ປ່ຽນເພດ.
ທຳນຽບຂາວໄດ້ຢືນຢັນໃນວັນສຸກວານນີ້ວ່າ ທ່ານ Mark Green ບໍ່ໄດ້ຖືກພິຈາລະ
ນາໃຫ້ຮັບຕໍາແໜ່ງຜູ້ນຳຂັ້ນສູງທີ່ເປັນພົນລະເຮືອນຢູ່ໃນກອງທັບບົກສະຫະລັດ ອີກ
ຕໍ່ໄປແລ້ວ.
ທ່ານ Green ສະມາຊິກສະພາສູງໃນລັດ Tennessee ກ່າວຢູ່ໃນຖະແຫລງການ
ສະບັບນຶ່ງວ່າ ການຄັດຄ້ານຕໍ່ການແຕ່ງຕັ້ງທ່ານແມ່ນອີງໃສ່ “ການໂຈມຕີທີ່ບໍ່ມີຄວາມ
ຈິງ ແລະການເຊື່ອຄົນຜິດ.”
ອະດີດນາຍແພດທະຫານຖືກຕິຕຽນວ່າ ບໍ່ເໝາະສົມທີ່ຈະເປັນຜູ້ນຳທະຫານຮັບໃຊ້
ຊາດທີ່ໃຫຍ່ທີ່ສຸດ ໂດຍອີງຕາມວີດີໂອ ທີ່ສາຍໃຫ້ຄົນເຫັນກັນຢ່ງຫລວງຫລາຍວ່າ
ທ່ານລົມກັບກຸ່ມທີ່ມີການພົວພັນກັບພັກ Tea Party ຊຶ່ງເປັນກຸ່ມຂອງພວກຣີພັບບລິ
ກັນຫົວອະນຸລັກນິຍົມທັງທາງດ້ານງົບປະມານ ແລະສັງຄົມ ໃນເດືອນກັນຍາປີກາຍນີ້
ຢູ່ລັດ Tennessee. ຢູ່ໃນຄຳເຫັນຂອງທ່ານນັ້ນ ທ່ານ Green ກ່າວວ່າ ຄົນຜູ້ທີ່ປ່ຽນ
ເພດ ຫລື ພວກທີ່ເກີດມາເປັນສະມາຊິກທີ່ມີມີເພດນຶ່ງມາແຕ່ກໍາເນີດ ກັບມາອ້າງຢູ່ໃນ
ສັງຄົມວ່າເປັນອີກເພດນຶ່ງ ແມ່ນເປັນ “ພະຍາດ” ຢ່າງນຶ່ງ.
ທ່ານ Green ຍັງໄດ້ໂຈມຕີຄືນຕໍ່ສິ່ງທີ່ທ່ານບໍ່ເຫັນດີນໍາຊຶ່ງກໍຄື “ຄໍາສອນຂອງອິສລາມ”
ຢູ່ໃນໂຮງຮຽນຫລວງບາງແຫ່ງຂອງອາເມຣິກາ ແລະເວົ້າວ່າ “ຊີວິດໃນການຮັບໃຊ້ຊາດ
ແລະຄວາມເຊື່ອຖືແບບຄຣິສຕຽນຂອງຂ້າພະເຈົ້າໄດ້ຖືກເບິ່ງໄປໃນແງ່ທີ່ຜິດ” ຈາກຜູ້ທີ່
ຄັດຄ້ານທ່ານ.