ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ໝໍ ປະ​ຈຳ ປະ​ທາ​ນາ​ທິ​ບໍ​ດີ ເອີ້ນການ​ໄປ​ຢ້ຽມ​ຢາມ​ໂຮງ​ໝໍ ຂອງ ​ທ. ທ​ຣຳ ວ່າ 'ການກວດ​ສຸ​ຂະ​ພາບ ສະ​ເພາະ​ການ ​ທີ່​ໄດ້​ວາງ​ແຜນ​ໄວ້'


ຂະ​ບວນ​ລົດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ເດີນ​ທາງ​ໄປ​ຮອດ ສູນ​ກາງ​ການ​ແພດແຫ່ງ​ຊາດ Walter Reed ໃນ​ນະ​ຄອນ ເບີ​ແຕ​ັ​ສ​ດາ ລັດ​ແມ​ຣີ​ແລນ, ວັນ​ທີ 16 ພະ​ຈິກ 2019.
ຂະ​ບວນ​ລົດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ເດີນ​ທາງ​ໄປ​ຮອດ ສູນ​ກາງ​ການ​ແພດແຫ່ງ​ຊາດ Walter Reed ໃນ​ນະ​ຄອນ ເບີ​ແຕ​ັ​ສ​ດາ ລັດ​ແມ​ຣີ​ແລນ, ວັນ​ທີ 16 ພະ​ຈິກ 2019.

ທຳ​ນຽບ​ຂາວ ໄດ້​ກ່າວ​ຮັບ​ປະ​ກັນ​ເພີ່ມ​ເຕີມ​ໃນ​ຕອນ​ແລງວັນ​ຈັນ​ມື້ວານນີ້​ ກ່ຽວກັບ ສິ່ງ​ທີ່ເຂົາ​ເຈົ້າ​ໄດ້​ເວົ້າ​ວ່າເປັນກິດ​ຈະ​ວັດ​ທົ່ວ​ໄປ ກ່ຽວ​ກັບ ການ​ເດີນ​ທາງ​ໄປ​ໂຮງ​ໝໍ​ທະ​ຫານ​ຢ່າງບໍ່​ຄາດ​ຄິດ​ໂດຍ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ເມື່​ອ​ວັນ​ເສົາ​ແລ້ວນີ້ ທີ່​ໄດ້​ກໍ່​ໃຫ້​ເກີດ​ຄວາມ​ສົງ​ໄສ​ບາງ​ຢ່າງ ກ່ຽວ​ກັບ ສຸ​ຂະ​ພາບ​ຂອງ​ທ່ານ.

ແພດ​ທາງ​ການ​ຂອງ​ທ່ານ ທ​ຣຳ, ຜູ້​ບັນ​ຊາ​ການກອງ​ທັບ​ເຮືອ ສະ​ຫະ​ລັດ ທ່ານ ຊອນ ຄອນ​ລີ, ໄດ້​ອ​ອກ​ບັນ​ທຶກ​ສະ​ບັບ​ນຶ່ງ​ເວົ້າ​ວ່າ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ໄດ້ “ທຳ​ການກວດ​ສຸ​ຂະ​ພາບ​ດົນ​ກວ່າ​ນຶ່ງ​ຊົ່ວ​ໂມງ​ໜ້ອຍ​ນຶ່ງ, ກວດ​ເລືອດ ແລະ ປຶກ​ສາ​ຫາ​ລື” ແຕ່​ບໍ່​ມີ “ການ​ປະ​ເມີນ​ຜົນ​ຫົວ​ໃຈ​ທີ່​ສະ​ເພາະ​ເຈາະ​ຈົງ ຫຼື ລະ​ບົບ​ປະ​ສາດ.”

ທ່ານ ຄອນ​ລີ ໄດ້​ອະ​ທິ​ບາຍ​ການ​ຢ້ຽມ​ຢາມ​ສູນ​ການ​ແພດ​ທະ​ຫານ​ແຫ່ງ​ຊາດ ວອ​ລ​ເຕີ ຣີດ ດັ່ງ​ກັບ “ການກວດ​ສຸ​ຂະ​ພາບສະ​ເພາະ​ການ​ທີ່​ໄດ້​ວາງ​ແຜນ​ໄວ້ ດັ່ງ​ກັບ​ສ່ວນ​ນຶ່ງ​ຂອງ​ການ​ເບິ່ງ​ແຍງ​ສຸ​ຂ​ະ​ພາບ​ເບື້ອງ​ຕົ້ນ ແລະ ສະ​ໝ່ຳ​ສະ​ເໝີ” ທີ່​ທ່ານ ທ​ຣຳ ໄດ້​ຮັບ​ໃນ​ຕະຫຼອດ​ປີ. ທ່ານ​ໄດ້​ກ່າວ​ວ່າ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ “ຈະ​ໄດ້​ທຳ​ການກວດ​ກາ​ທີ່​ຮອບ​ຄອບກວ່າ​ນີ້ຫຼັງ​ຈາກ​ປີໃໝ່.”

ການ​ຢ້ຽມ​ຢາມ​ດັ່ງ​ກ່າວບໍ່​ໄດ້​ປາ​ກົດ​ຢູ່​ໃນ​ຕາ​ຕະ​ລາງກິດ​ຈະ​ກຳ​ປະ​ຈຳ​ວັນ​ຂອງ​ທ່ານ ທ​ຣຳ ທີ່​ຖືກ​ເປີດ​ເຜີຍ​ໂດຍ​ທຳ​ນຽບ​ຂາວ, ບໍ່​ຄື​ກັບ​ຕອນ​ທີ່​ທ່ານ​ໄດ້​ໄປ​ກວດ​ກາ​ຮ່າງ​ກາຍ​ປະ​ຈຳ​ປີ​ໃນ​ເດືອນ​ກຸມ​ພາ. ທ່ານ ຄອນ​ລີ​ ໄດ້​ຂຽນ​ວ່າ ມັນ​ແມ່​ນ​ຍ້ອນ “ຄວາມບໍ່​ແນ່​ນອນ​ຂອງ​ຕາ​ຕະ​ລາງ.”

ໂຄ​ສົກ​ທຳ​ນຽບ​ຂາວ ທ່ານ​ນາງ ສ​ເຕ​ເຟັນ​ນີ ກ​ຣິ​ສ​ແຊັມ ໄດ້​ເປີດ​ເຜີຍ​ຖະ​ແຫຼງ​ຂ່າວ​ກ່ອນ​ໜ້ານີ້​ເວົ້າ​ວ່າ ທ່ານ ທ​ຣຳ ໄດ້​ເລີ່ມ “ສ່ວນ​ນຶ່ງ​ຂອງ​ການກວດ​ກາ​ຮ່າງ​ກາຍ​ປະ​ຈຳ​ປີ​ຂອງ​ທ່ານ” ໃນ​ວັນ​ເສົາ​ ຍ້ອນ​ວ່າ​ທ່ານ​ມີ​ເວ​ລາ​ຫວ່າງ​ໃນ​ທ້າຍ​ອາ​ທິດ ແລະ ຄາດ​ວ່າ “ປີ 2020 ຈະ​ມີ​ວຽກຫຼາຍ.”

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG