ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານທຣຳ ໄດ້ຖະແຫຼງໃນແບບສະບັບ ໂຄສະນາ ຫາສຽງເລືອກຕັ້ງ ຕໍ່ຝູງຊົນທີ່ສະໜັບ ສະໜຸນທ່ານ ທີ່ນະຄອນ Phoenix


ທ່ານດໍໂນລ ທຣຳ ໄປຮອດສະຖານທີ່ຊຸມນຸມທີ່ຫໍປະຊຸມແຫ່ງ
ນະຄອນ Phoenix, ລັດ Arizona 22 ສິງຫາ 2017
ທ່ານດໍໂນລ ທຣຳ ໄປຮອດສະຖານທີ່ຊຸມນຸມທີ່ຫໍປະຊຸມແຫ່ງ ນະຄອນ Phoenix, ລັດ Arizona 22 ສິງຫາ 2017

ໃນການກ່າວຄໍາປາໄສຕໍ່ພວກທີ່ສະໜັບສະໜຸນທ່ານ ທີ່ນະຄອນ Phoenix,
ລັດ Arizona ໃນຄໍ່າຄືນວັນອັງຄານວານນີ້ ປະທານາທິບໍດີດໍໂນລທຣໍາໄດ້ຕໍານິ
ສື່ມວນຊົນ ວ່າເຮັດໃຫ້ມີບັນຫາຖົກຖຽງກັນກ່ຽວກັບການດໍາລົງຕໍາແໜ່ງປະທານາທິບໍດີ
ຂອງທ່ານ ຊຶ່ງວັນນະສອນມີລາຍລະອຽດກ່ຽວກັບເລື່ອງນີ້ ຈາກ Mike O’ Sullivan
ນັກ​ຂ່າວ​ຂອງ VOA ມາສະເໜີທ່ານໃນອັນດັບຕໍ່ໄປ.

ພາຍຫລັງທີ່ໄດ້ໄປຢ້ຽມຢາມເຈົ້າໜ້າທີ່ທະຫານນາວີກະໂຍທິນ ແລະພາສີ ແລະເຈົ້າໜ້າທີ່
ປ້ອງກັນຊາຍແດນ ຢູ່ເມືອງຊາຍແດນ Yuma ນັ້ນແລ້ວ ທ່ານທຣໍາກໍຢູ່ໃນທ່າທີ ທີ່ມີລັກ
ສະນະໂຄສະນາຫາສຽງ ຢູ່ໃນນະຄອນ Phoenix.

ທ່ານກ່າວວ່າ: “ແລງມື້ນີ້, ໂດຍມາຮ່ວມກັນກັບເພື່ອນໆ ພວກເຮົາຢືນຢັນຄືນອີກວ່າ ຈະຮັກຂະນົບທໍານຽມ, ປະເພນີ, ແລະຄ່ານິຍົມລວມຂອງພວກເຮົາໄວ້.”

ທ່ານທຣໍາຖືກຕິຕຽນຈາກປວງຊົນຢ່າງກ້ວາງຂວາງ ທີ່ໄດ້ເວົ້າວ່າ ມີຫລາຍຝ່າຍຄວນຖືກ
ຕ້ອງຕິ ສໍາລັບການສະແດງຄວາມກຽດຊັງ ແລະການກໍ່ຄວາມຮຸນແຮງ ພາຍຫລັງທີ່ຊາຍ
ຜີວຂາວທີ່ຈໍາແນກຜີວພັນຄົນນຶ່ງ ຢູ່ເມືອງ Charlottesville, ລັດເວີຈີເນຍ ໄດ້ເອົາລົດ
ແລ່ນເຂົ້າຕໍາຝູງຊົນ ທີ່ໄດ້ເຕົ້າໂຮມກັນຕ້ານການປະທ້ວງໃນວັນທີ 12 ສິງຫາ ທີ່ຜ່ານມາ. ຊາຍຄົນນັ້ນໄດ້ ສັງຫານ​ແມ່ຍິງຄົນນຶ່ງ ແລະເຮັດໃຫ້ຄົນອື່ນໆອີກ 19 ຄົນໄດ້ຮັບບາດເຈັບ. ທ່ານທຣໍາ ໄດ້ກ່າວຫາວົງການຂ່າວວ່າ ພາກັນລາຍງານຂ່າວບໍ່ໝົດເລື່ອງ.

ທ່ານກ່າວກ່ຽວກັບພວກນັກຂ່າວດັ່ງນີ້: “ກໍບໍ່ຕ່າງຫຍັງກັນກັບການທີ່ວ່າ ພວກເຂົາບໍ່ຢາກ
ລາຍງານວ່າຂ້າພະເຈົ້າໄດ້ກ່າວຕ້ານຢ່າງແຮງ ຕໍ່ພວກທີ່ສະແດງຄວາມກຽດຊັງ, ກໍ່ຄວາມຮຸນແຮງ ແລະກໍໄດ້ປະນາມຢ່າງໜັກ ຕໍ່ພວກນາຊີໃໝ່ ຫລື neo-Nazis, ພວກຜີວຂາວທີ່ຈໍາແນກຜີວພັນອື່ນ ແລະພວກ KKK ນັ້ນຫລະ.”

ຄວາມ​ເຫັນ​ຂອງ​ທ່ານທີ່​ກ່າວ​ອອກ​ມາ​ພາຍຫຼັງເຫດການ​ທີ່​ເກີດ​ຂຶ້ນ​ໃນ​ເມືອງ Charlottesville ທີ່​ໄດ້​ຈຸດຄະ​ນວນ​ເຮັດ​ໃຫ້​ມີ​ການ​ປະ​ທ້ວງ ​ເກີດ​ຂຶ້ນ​ໃນ​ເມືອງອື່ນໆຂອງ​ສະຫະລັດ ​ແລະ​ຜູ້​ຄົນ​ໄດ້ພາກັນອອກ​ມາ​ປະ​ທ້ວງຕາມ​ຖະໜົນຫົນທາງ​ຫລາຍ​ເສັ້ນ​ໃນ​ນະຄອນ Phoenix ​ໃນແລງວັນ​ອັງຄານ​ວານ​ນີ້.

ທ່ານ Mel J. Felleming II, ຊຶ່ງ​ເປັນຜູ້​ປະ​ທ້ວງ​ຕໍ່​ທ່ານ​ທຣຳຄົນ​ນຶ່ງ ກ່າວ​ວ່າ “ຜູ້​ຊາຍ​
ຄົນ​ນີ້​ບໍ່ໄດ້​ເຮັດ​ຫຍັງ​ສຳ​ເລັດ​ເລີຍ. ສິ່ງ​ທີ່​ທ່ານ​ຢາກເຮັດກໍ​ຄື ມີ​ແຕ່ຢາກ​ຕັດພວກຕໍ່ຕ້ານ​ທາງ​ການ​ເມືອງຂອງ​ທ່ານ ​ແລະ​ພວກ​ທີ່​ມີ​ທັດສະນະ​ຄະຕິ​ທີ່​ກົງກັນຂ້າມກັບ​ທ່ານ​ ​ແລະ​ສະ​ແດງ​ທ່າ​ທາງຄື​ກັນ​ກັບໄກ່ຜູ້​ທີ່​ເຜີຍ​ອົກ​ແລະ​ຂັນ​ອອກມາ​ຢ່າງ​ພູມ​ໃຈ​ໃນ​ຕົວ​ເອງ​.”

ພວກສະໜັບສະໜຸນ​ທ່ານ​ທຣຳກໍ​ພາກັນ​ອອກ​ມາ​ໂຮມ​ຊຸມນຸມ​ກັນ​ຢູ່​ຕາ​ມຖະໜົນຕ່າງໆ ​ເຊັ່ນ​ກັນ.

ທ່ານ Tom Thornton, ຄົນ​ນຶ່ງທີ່​ສະໜັບສະໜຸນທ່ານ​ທຣໍາ ​ກ່າວ​ວ່າ “ຂ້າພະ​ເຈົ້າ​ສົ່ງ​ເສີມ​ສິດທິໃນ​ການ​ປາກ​ເວົ້າ. ຂ້າພະ​ເຈົ້າ​ສະໜັບສະ​ໜຸນ​ປະທານາທິບໍດີຂອງ​ພວກ​ເຮົາ ​ແລະສະໜັບສະໜຸນ​ທຸກ​ສິ່ງ​ຢ່າງ​ທີ່​ທ່ານ​ກະທຳ. ສະ​ນັ້ນ ຂ້າພະ​ເຈົ້າສະໜັບສະໜຸນ​ລັດຖະທຳ​ມະນູນ ​ແລະ ​ນັ້ນ​ຄື​ສາ​ເຫດ​ວ່າ ​ເປັນ​ຫຍັງ​ຂ້າພະ​ເຈົ້າ​ຈຶ່ງ​ອອກ​ມາ​ປະ​ທ້ວງ​ຢູ່​ທີ່​ນີ້.”

ທ່ານ​ທຣຳ ​ໄດ້​ຂົ່ມຂູ່​ວ່າ ຈະ​ປິດ​ການ​ດໍາ​ເນີນ​ງານ​ຂອງລັດຖະບານລົງ ຖ້າ​ຫາກ​ວ່າ​ລັດຖະ
ສະພາ ບໍ່​ໃຫ້​ງົບ​ປະມານສ້າງ​ກຳ​ແພງ ​ແລະ​ໄດ້​ກ່າວ​ວ່າ ການ​ກ່າວແບບແຂງຂັນ​ຂອງ​ທ່ານ
​ຕໍ່​ເກົາຫຼີ​ເໜືອ ນັ້ນ​ແມ່ນ​ໄດ້ຜົນດີ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ


XS
SM
MD
LG