ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານທຣຳ ແລະ ທ່ານເປຍາ ນີເອໂຕ ລົມກັນ ທາງໂທລະສັບ ຫຼັງຈາກຍົກເລີກ ການພົບປະ


ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣຳ
ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣຳ

ປະທານາທິບໍດີ​ສະຫະລັດ ທ່ານ ດໍ​ໂນ​ລ ທຣຳ ​ໄດ້​ໂອ້​ລົມ​ທາງ​ໂທລະສັບ​ກັບ​ປະທານາທິບໍ ດີເມັກຊິ​ໂກ ທ່ານ Enrique Pena Nieto ​ໃນ​ການ​ສົນທະນາ​ທີ່​ທ່ານທຣຳກ່າວ​ວ່າ “​ແບບ​ເປັນ​ມິດ​ທີ່​ສຸດ” ນຶ່ງ​ມື້ຫຼັງ​ຈາກ​ທ່ານ Pena Nieto ​ຍົກ​ເລີກ​ແຜນການ​ເດີນທາງ​ມາ​ຢ້ຽມຢາມ​ວໍ​ຊິງ​ຕັນ.

ທ່ານ​ທຣຳ​ເວົ້າວ່າ ການ​ໂອ້​ລົມ​ຂອງ​ທ່ານ ກັບ​ທ່ານ Pena Nieto ​ໃນ​ວັນ​ສຸກ​ວານ​ນີ້ “​ໃຊ້​ເວລາ​ ປະມານ​ນຶ່ງ​ຊົ່ວ​ໂມງ” ​ແລະ ​ກ່າວ​ວ່າ ພວກ​ທ່ານ​ທັງ​ສອງ ຈະ“ດຳ​ເນີນ​ງານ ​ບົນ​ພື້ນ ຖານ​ຂອງ​ຄວາມ​ສຳພັນ​ທີ່​ຍຸຕິ​ທຳ ໃນ​ຄວາມ​ສຳພັນ​ໃໝ່.” ​ແຕ່​ແນວ​ໃດ​ກໍ​ຕາມ ທ່ານ​ທຣຳ ຍັງ​ກ່າວ​ວ່າ ປະ​ເທດ​ທັງ​ສອງ​ຈະ “​ເຈລະຈາ​ກັນໃໝ່ ກ່ຽວ​ກັບ​ຂໍ້​ຕົກລົງ​ການ​ຄ້າ​ຂອງ​ພວກ​ເຮົາ” ​ແລະ​ເວົ້າວ່າ ທ່ານ​ຈະ​ເຮັດໃຫ້ ​ເປັນທີ່​ແນ່​ໃຈ​ວ່າ​ ສະຫະລັດ ​ຈະ​ບໍ່​ລຸບທຶນ​ໃນ​ເລື່ອງ​ການ​ຄ້າ.

​ໃນ​ການ​ຖະ​ແຫຼງຕໍ່​ພວກ​ນັກ​ຂ່າວ ​ໃນ​ມື້ວານ​ນີ້ ທີ່​ກອງ​ປະຊຸມ​ຖະ​ແຫຼງຂ່າວ ຮ່ວມ​ກັບ​ນາ ຍົກລັດຖະມົນຕີອັງກິດ ທ່ານນາງ Theresa May ທີ່​ເດີນທາງ​ມາ​ຢ້ຽມຢາມສະຫະລັດ ​ນັ້ນທ່ານທຣຳກ່າວ​ວ່າ “ຂ້າພະ​ເຈົ້າ​ໃຫ້​ການ​ເຄົາລົບ​ແກ່​ເມັກ​ຊິ​ໂກ​ເປັນທີ່​ສຸດ. ຂ້າພະ​ເຈົ້າ ຮັກ​ປະຊາຊົນເມັກ​ຊິ​ໂກ.” ແຕ່​ທ່ານ​ກໍ​ກ່າວ​ວ່າ ​ໃນ​ເລື່ອງ​ການ​ຄ້ານັ້ນ “​ເມັກ​ຊິ​ໂກແມ່ນ​ໄດ້​ປຽບ​ ໃນ​ການ​ເຈລະຈາ ​ກັບ​ພວກ​ເຮົາ ​ແລະ​ເອົາ​ຊະນະ​ພວກ​ເຮົາ​ ໃນ​ດ້ານ​ລາຍ​ລະອຽດ. ພວກ​ເຂົາ​ເຈົ້າ​ໄດ້​ເຮັດ​ໃຫ້​ພວກ​ເຮົາ​ເບິ່ງ​ແລ້ວຄື​ກັນ​ກັບ​ເປັນ​ຄົນ​ໂງ່​ຈ້າ.”

ທ່ານ​ທຣຳບໍ່​ໄດ້​ເວົ້າ​ເຖິງ​ເລື່ອງ​ກຳ​ແພງ​ ທີ່​ທ່ານ​ຈະ​ສ້າງ ​ຢູ່​ຕາມ​ຊາຍ​ແດນ​ສະຫະລັດກັບ​ ເມັກ​ຊິ​ໂກ ຊຶ່ງ​ເປັນ​ບັນຫາ ​ທີ່​ພາ​ໃຫ້​ທ່ານ Pena Nieto ຍົກ​ເລີກ​ການ​ພົບ​ປະກັນ​ໃນ​ອາ ທິດໜ້າ​ກັບ​ທ່ານ​ທຣຳ ທີ່​ວໍ​ຊິງ​ຕັນ. ທ່ານ​ທຣຳຢືນ​ຢັດ​ວ່າ ​ເມັກ​ຊິ​ໂກ​ຈະເປັນ​ຜູ້​ຈ່າຍ​ຄ່າ​ກຳ​ແພງ ​ໃນ​ຂະນະ​ທີ່​ທ່ານ Pena Nieto ກ່າວ​ວ່າ​ ​ເມັກ​ຊິ​ໂກ​ຈະບໍ່​ຈ່າຍ.

ຖະ​ແຫຼ​ງການ​ສະບັບ​ນຶ່ງ​ຂອງ​ທຳນຽບຂາວ​ກ່າວ​ວ່າ “​ເມື່ອ​ເວົ້າ​ເຖິງ​ເລື່ອງ​ຄ່າ​ໃ​ຊ້ຈ່າຍ​ກ່ຽວ ​ກັບ​ກຳ​ແພງ​ໃນ​ເຂດ​ຊາຍ​ແດນ​ແລ້ວ ປະທານາທິບໍດີ​ທັງ​ສອງ​ຮັບ​ຮູ້​ວ່າ ພວກ​ທ່ານ​ມີ​ທ່າ​ທີ ​ທີ່ແຕກ​ຕ່າງ​ກັນ​ຫລາຍ ​ກ່ຽວ​ກັບ​ບັນຫານີ້ ​ແຕ່​ກໍ​ໄດ້​ຕົກລົງ​ກັນ​ທີ່ຈະ​ເຮັດ​ວຽກ ​ເພື່ອ​ແກ້​ໄຂ​ຄວາມ​ແຕກ​ຕ່າງ​ເຫຼົ່ານີ້ ​ໃນ​ຖານະ​ທີ່​ເປັນ​ພາກສ່ວນ​ນຶ່ງ​ ຂອງ​ການ​ຫາລື​ຢ່າງກວ້າງຂວາງ ຮອບດ້ານ​ກ່ຽວ​ກັບ​ຄວາມ​ສຳພັນ​ສອງ​ຝ່າຍ.”

ຖະ​ແຫຼງການ​ຂອງທຳນຽບ​ທ່ານ Pena Nieto ກໍ​ໄດ້​ສະທ້ອນ​ໃຫ້​ເຫັນ​ເຖິງ​ຖະ​ແຫຼງການ​ຂອງ​ສະຫະລັດ ທີ່​ກ່າວ​ວ່າ ປະ​ເທດ​ທັງ​ສອງ​ ໄດ້​ຕົກລົງ​ກັນ “ທີ່​ຈະ​ແກ້ໄຂ​ຂໍ້​ຂັດ​ແຍ້​ງຂອງ​ພວກ​ທ່ານ” ​ໃນ​ຖານະ​ທີ່​ເປັນ​ພາກສ່ວນ​ນຶ່ງ​ ຂອງ​ການ​ຫາລື ​ທີ່​ຈະດຳ​ເນີນຕໍ່​ໄປ ກ່ຽວ​ກັບ​ຄວາມ​ສຳພັນ ​ແຕ່​ກໍ​ກ່າວ​ຕື່ມ​ວ່າ “ປະທານາທິບໍດີ​ ຍັງ​ໄດ້ຕົກລົງ​ວ່າ ທ່ານ​ຈະ​ບໍ່​ກ່າວ​ເຖິງ​ຢ່າງ​ເປັນ​ການ​ເປີດ​ເຜີຍ ​ກ່ຽວ​ກັບ​ບັນຫານ​ອງນັນ​ດັ່ງກ່າວ​ນີ້.”

​ໃນ​ວັນພະຫັດ​ຜ່ານ​ມາ ທຳນຽບຂາວ​ກ່າວ​ວ່າ ທ່ານ​ທຣຳມີ​ທາງ​ເລືອກ​ ຫຼາຍໆ​ຢ່າງກ່ຽວ ​ກັບວ່າ ​ຈະເຮັດ​ແບບ​ໃດ ​ຈຶ່ງ​ຈະ​ບັງຄັບ​ໃຫ້​ເມັກ​ຊິ​ໂກ​ຈ່າຍ​ຄ່າ​ກຳ​ແພງ​ນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG