ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ທຣຳ ຊີ້ໃສ່ບັດທີ່ຖືກຖິ້ມນັ້ນວ່າ ເປັນເຄື່ອງພິສູດ ທີ່ອາດມີການສໍ້ໂກງຄະແນນສຽງ


ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ຍັງສືບຕໍ່ສ້າງຄວາມສົງໄສ ກ່ຽວກັບຄວາມຖືກຕ້ອງສົມບູນຂອງການເລືອກຕັ້ງແຫ່ງຊາດ ໂດຍໄດ້ສະແດງຄວາມເປັນຫ່ວງກ່ຽວກັບການສໍ້ໂກງ ທີ່ອາດມີຂຶ້ນ ໃນການປ່ອນບັດທາງໄປສະນີ ຊຶ່ງເປັນຂັ້ນຕອນທີ່ເຈົ້າໜ້າທີ່ຫຼາຍໆຄົນເວົ້າວ່າ ໃຫ້ຄວາມສຳຄັນຫຼາຍເກີນໄປໂພດ.

ທ່ານທຣຳ ກ່າວຕໍ່ພວກນັກຂ່າວໃນວັນພະຫັດວານນີ້ ທີ່ເດີ່ນກ້ຳໃຕ້ຂອງທຳນຽບຂາວກ່ອນທີ່ຈະຂຶ້ນເຮືອບິນເຮລີຄອບເຕີ້ມາຣີນວັນຫຼືເຮລີຄອບເຕີ້ປະຈຳຕຳແໜ່ງເພື່ອອອກເດີນທາງໄປລັດຄາໂຣໄລນາເໜືອແລະຟລໍຣິດາ ໂດຍກ່າວວ່າ “ພວກເຮົາຢາກໃຫ້ເປັນທີ່ແນ່ໃຈວ່າ ການເລືອກຕັ້ງມີຄວາມຊື່ສັດ ແລະຂ້າພະເຈົ້າຍັງບໍ່ແນ່ໃຈວ່າ ມັນຈະເປັນຈັ່ງຊັ້ນ.”

ທ່ານທຣຳກ່າວວ່າ “ບັດທີ່ປ່ອນຈຳນວນຫຼວງຫຼາຍໄດ້ຖືກພົບເຫັນຢູ່ໃນແມ່ນ້ຳ” ແລະບັດທີ່ມີຊື່ທຣຳ “ໄດ້ຖືກຖິ້ມລົງໃສ່ກະຕ່າຂີ້ເຫຍື້ອ.”

ມີບັດຂອງພວກທະຫານຈຳນວນນ້ອຍໆໄດ້ຖືກຖິ້ມ ແລະ 9 ບັດໄດ້ຖືກຄົ້ນພົບອັນເປັນສ່ວນນຶ່ງຂອງການສືບສວນ ອີງຕາມຫ້ອງການໄອຍະການຂອງສະຫະລັດໃນເຂດມິດໂດດິສຕິກ (Middle District) ຂອງລັດເພັນຊິລເວເນຍ.

ກະຊວງຍຸຕິທຳຂອງສະຫະລັດ ກ່າວຢູ່ໃນຖະແຫຼງການສະບັບນຶ່ງວ່າ “ບັດເຫຼົ່າ ນັ້ນຈຳນວນນຶ່ງ ໄດ້ຮັບການພິຈາລະນາວ່າ ເປັນຂອງພວກມີສິດປ່ອນບັດທີ່ສະ ເພາະເຈາະຈົງ ແລະອີກຈຳນວນນຶ່ງບໍ່ແມ່ນ. 9 ບັດທີ່ຖືກຖິ້ມໄປແລະໄດ້ຖືກພົບເຫັນໃນເວລາຕໍ່ມານັ້ນ 7 ບັດ ແມ່ນປ່ອນໃຫ້ຜູ້ສະໝັກເປັນປະທານາທິບໍດີທ່ານດໍໂນລ ທຣຳ.” ສຳລັບເນື້ອໄນຂອງອີກ 2 ບັດແມ່ນຍັງບໍ່ຮູ້ກັນເທື່ອ.

ປະທານາທິບໍດີທຣຳໄດ້ສະແດງຄວາມເປັນຫ່ວງ ຊ້ຳແລ້ວຊ້ຳອີກ ກ່ຽວກັບແຜນ ການຂອງລັດຕ່າງໆຈຳນວນນຶ່ງ ຮວມທັງລັດຄາລີຟໍເນຍ ໂຄໂລຣາໂດ ຮາວາຍ ເນວາດາ ນິວເຈີຊີ ອໍເຣກອນ ຢູທາ ເວີມອນ ແລະວໍຊິງຕັນ ທີ່ໄດ້ສົ່ງບັດທີ່ຈະປ່ອນທາງໄປສະນີໄປໃຫ້ປະຊາຊົນທຸກໆຄົນທີ່ຢູ່ໃນລັດ ສຳລັບການເລືອກຕັ້ງ.

ທ່ານຄຣິສໂຕເຟີ ເວຣ ຜູ້ອຳນວຍການ ອົງການສັນຕິບານກາງ ຫຼື ເອັຟບີອາຍຂອງສະຫະລັດ ກ່າວຕໍ່ຄະນະກຳມະການ ຂອງສະພາສູງ ໃນວັນພະຫັດວານນີ້ວ່າ ໃນໄລຍະຜ່ານມາ​ ສະຫະລັດບໍ່ເຄີຍປະສົບພົບເຫັນ “ການປະສານງານເພື່ອສໍ້ໂກງຄະແນນສຽງໃນລະດັບຊາດໃດໆ ໃນການເລືອກຕັ້ງໃຫຍ່ໆ ບໍ່ວ່າຈະເປັນການປ່ອນບັດທາງໄປສະນີ ຫຼືແບບອື່ນໆ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG