ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ວ່າ ການເຈລະຈາ ສັນຕິພາບ ກັບ ກຸ່ມກະບົດ ຕາລີບານ ແມ່ນ 'ຕາຍແລ້ວ'


ປະທານາທິບໍດີ ດໍໂນລ ທຣຳ ກ່າວຕໍ່ບັນດານັກຂ່າວ ກ່ອນອອກເດີນທາງ ຂຶ້ນເຮລິຄັອບເຕີ້ Marine One ຈາກເດີ່ນກ້ຳໃຕ້ ຂອງທຳນຽບຂາວ, ວັນທີ 9 ກັນຍາ2019, ໃນນະຄອນຫຼວງ ວໍຊິງຕັນ.
ປະທານາທິບໍດີ ດໍໂນລ ທຣຳ ກ່າວຕໍ່ບັນດານັກຂ່າວ ກ່ອນອອກເດີນທາງ ຂຶ້ນເຮລິຄັອບເຕີ້ Marine One ຈາກເດີ່ນກ້ຳໃຕ້ ຂອງທຳນຽບຂາວ, ວັນທີ 9 ກັນຍາ2019, ໃນນະຄອນຫຼວງ ວໍຊິງຕັນ.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ປະຕິເສດ ​ທີ່ວ່າ ທ່ານບໍ່ເຫັນພ້ອມກັບ
ຮອງປະທານາທິບໍດີ ໄມຄ໌ ເພັນສ໌ ແລະບັນດາເຈົ້າໜ້າ ໃນຄະນະລັດຖະບານຄົນອື່ນໆ
ກ່ຽວກັບການເປັນເຈົ້າພາບຈັດການເຈລະຈາສັນຕິພາບ ກັບກຸ່ມກະບົດຕາລີບານ ຢູ່ທີ່ແຄັ້ມເດວິດ.

“ຂ້າພະເຈົ້າເອົາຄຳແນະນຳຂອງຕົນເອງ” ທ່ານທຣຳ ໄດ້ກ່າວຕໍ່ບັນດານັກຂ່າວ ໃນວັນ
ຈັນວານນີ້. ທ່ານກ່າວ​ຕື່ມວ່າ “ພວກເຮົາໄດ້ກຳນົດກອງປະຊຸມໄປແລ້ວ. ມັນເປັນຄວາມ
ຄຶດ ຂອງຂ້າພະເຈົ້າ ແລະມັນເປັນຄວາມຄຶດຂອງຂ້າພະເຈົ້າເອງ ທີ່ຍົກເລີກມັນ. ຂ້າ
ພະເຈົ້າ ບໍ່ໄດ້ປຶກສາຫາລືເລື້ອງນີ້ ກັບຜູ້ໃດເລີຍ.”

ໃນຂໍ້ຄວາມທີ່ຂຽນລົງໃນທວີດເຕີ້ ທ່ານເພັນສ໌ ໄດ້ສະໜັບສະໜຸນຕໍ່ທ່ານທຣຳ.

ຂໍ້ຄວາມທວີດຂອງທ່ານເພັນສ໌ ກ່າວວ່າ “ອັນນັ້ນ ແມ່ນຖືກຕ້ອງທີ່ສຸດ ທ່ານປະທານາ-
ທິບໍດີ. ຂ່າວປອມອີກແລ້ວ! ພວກສື່ມວນຊົນທີ່ບໍ່ຊື່ສັດ ບໍ່ເຄີຍໄດ້ຕິດຕໍ່ຫາ ຫ້ອງການ
ຂອງພວກເຮົາເລີຍ ກ່ອນທີ່ຈະອອກລາຍງານເລື້ອງນີ້ ແລະຖ້າພວກ ເຂົາເຈົ້າ ໄດ້ຕິດ
ຕໍ່ມາ ພວກເຮົາກໍຈະບອກພວກເຂົາເຈົ້າວ່າ ຂ້າພະເຈົ້າສະໜັບສະໜຸນ ການຕັດສິນໃຈ
ຂອງທ່ານ ຢ່າງເຕັມສ່ວນ.”

ອີງຕາມທ່ານທຣຳ ທີ່ກ່າວວ່າ ກຸ່ມກະບົດຕາລີບານ “ກຳລັງບອກປະຊາຊົນວ່າ ພວກ
ເຂົາເຈົ້າ ໄດ້ຕັດສິນໃຈຜິດພາດຢ່າງໃຫຍ່” ໃນການໂຈມຕີເມື່ອວັນພະຫັດ ແລ້ວນີ້
ໃນນະຄອນຫຼວງກາບູລ ທີ່ໄດ້ສັງຫານທະຫານກອງທັບບົກຂອງສະຫະລັດ ຄົນນຶ່ງ
ແລະ​ຄົນ​ອື່ນໆອີກ 11 ຄົນ.

ຜົນທີ່ຕິດຕາມມາ “ເທົ່າທີ່ຂ້າພະເຈົ້າພິຈາລະນາແລ້ວ ທຸກສິ່ງແມ່ນລົ້ມເລີກແລ້ວ” ທ່ານ
ທຣຳ ໄດ້ກ່າວ ກ່ຽວກັບການປຶກສາຫາລື ກັບພວກຫົວຮຸນແຮງ ໃນອັຟກາ ນິສຖານ.

ທ່ານປະທານາທິບໍດີ ຍັງກ່າວຕື່ມວ່າ ກອງກຳລັງສະຫະລັດ ໄດ້ “ໂຈມຕີກຸ່ມກະບົດ
ຕາລີບານ ໜັກຂຶ້ນກວ່າເກົ່າ ໃນສີ່ວັນຜ່ານມານີ້ ທີ່ພວກເຂົາເຈົ້າໄດ້ປະຕິບັດການມາ
ຕະຫຼອດໄລຍະ 10 ປີ.”

ແຫຼ່ງຂ່າວຕ່າງໆຂອງສະຫະລັດ ໄດ້ລາຍງານວ່າ ທ່ານເພັນສ໌ ແລະ ທີ່ປຶກສາດ້ານ
ຄວາມໝັ້ນຄົງແຫ່ງຊາດ ທ່ານຈອນ ໂບລຕັນ ພາຍໃນທຳນຽບຂາວ ໄດ້ສະແດງຄວາມ
ເຫັນ ຄັດຄ້ານຕໍ່ການຈັດກອງປະຊຸມ ຢູ່ທີ່ແຄັ້ມເດວິດ.

ການພົບປະຢູ່ທີ່ທຳນຽບຂາວ ກັບກຸ່ມກະບົດຕາລີບານ ກໍຈະເປັນ “ບາດກ້າວທີ່ ເກີນໄປ
ໂພດ” ທ່ານທຣຳໄດ້ກ່າວໄປ ແລະທ່ານກ່າວຕື່ມວ່າ ທ່ານຄຶດວ່າ “ແຄັ້ມ ເດວິດ ຈະດີ
ກວ່າ ແລະຂ້າພະເຈົ້າ ກໍຍັງຄຶດຈັ່ງຊັ້ນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG