ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະທານາທິບໍດີ ທຣຳ ໃຫ້ອະໄພຍະໂທດ ໄກ່ງວງ ຈາກລັດໄອໂອວາ ທີ່ມີຊື່ວ່າ ໂຄຣນ໌


ປະທານາທິບໍດີ ສະຫະລັດ ດໍໂນລ ທຣຳ ແນມເບິ່ງ ໄກ່ງວງສຳລັບວັນຂອບຄຸນພະເຈົ້າແຫ່ງຊາດ ທີ່ຊື່ວ່າ "ໂຄຣນ໌ (Corn)" ໃນລະຫວ່າງ ພິທີ ອະໄພຍະໂທດ ປະຈຳປີ ທີ 73 ຢູ່ໃນສວນກຸຫຼາບ ຂອງທຳນຽບຂາວ ທີ່ຄອນຫຼວງ ວໍຊິງຕັນ, ວັນທີ 24 ພະຈິກ 2020.
ປະທານາທິບໍດີ ສະຫະລັດ ດໍໂນລ ທຣຳ ແນມເບິ່ງ ໄກ່ງວງສຳລັບວັນຂອບຄຸນພະເຈົ້າແຫ່ງຊາດ ທີ່ຊື່ວ່າ "ໂຄຣນ໌ (Corn)" ໃນລະຫວ່າງ ພິທີ ອະໄພຍະໂທດ ປະຈຳປີ ທີ 73 ຢູ່ໃນສວນກຸຫຼາບ ຂອງທຳນຽບຂາວ ທີ່ຄອນຫຼວງ ວໍຊິງຕັນ, ວັນທີ 24 ພະຈິກ 2020.

ມັນເປັນທາງການແລ້ວ. ຢູ່ໃນພິທີທີ່ຈັດຂຶ້ນໃນສວນກຸຫຼາບຂອງທຳນຽບຂາວເມື່ອວັນອັງຄານວານນີ້ ຊຶ່ງໄກ່ງວງໜ້າເອິກບານຊື່ວ່າ ໂຄຣນ໌ ໄດ້ຮັບອະໄພຍະໂທດຈາກປະທານາທິບໍດີໃນປີນີ້ ກ່ອນວັນພະຫັດ ຊຶ່ງເປັນວັນພັກ Thanksgiving ຫຼືວັນຂອບຄຸນພະເຈົ້າ.

“ໂຄຣນ໌ ຂ້າພະເຈົ້າໃຫ້ອະໄພຍະໂທດເຈົ້າຢ່າງຄົບຖ້ວນ” ປະທານາທິບໍດີ ດໍໂນລ ທຣຳ ໄດ້ກ່າວໄປ ຜູ້ທີ່ມີສະຕີໝາຍເລກນຶ່ງທ່ານນາງ ເມີລາເນຍ ທຣຳ ແລະບັນດາແຂກທີ່ມີກຽດອື່ນໆ ຢືນຢູ່ຄຽງຂ້າງ. ທ່ານກ່າວໄປອີກວ່າ “ຂອບໃຈເດີ້ ໂຄຣນ໌”

ສ່ວນນ້ອງຊາຍຂອງມັນ ຊື່ວ່າ ຄອບ ກໍບໍ່ໂຊກດີເລີຍ. ທຳນຽບຂາວໄດ້ເຮັດການຢັ່ງຫາງສຽງຜ່ານທາງທວິດເຕີ້ ໂດຍຖາມພວກຄົນຢູ່ໃນສື່ສັງຄົມນີ້ ວ່າ ນຶ່ງໃນສອງໄກ່ງວງນີ້ ໂຕໃດທ່ານທຣຳ ຄວນໃຫ້ອະໄພຍະໂທດ.

ໄກ່ງວງສອງໂຕດັ່ງກ່າວ ຊຶ່ງໄດ້ຖືກລ້ຽງດູມາເພື່ອໃຫ້ໄດ້ຂະໜາດ ໂດຍທ່ານ ຣອນ ຄາຣແດລ ປະທານສະຫະພັນໄກ່ງວງແຫ່ງຊາດ ແລະເປັນຊາວກະສິ ກອນລ້ຽງໄກ່ງວງ ປູກໝາກສາລີ ແລະໝາກຖົ່ວເຫຼືອງ ລຸ້ນທີ 6 ຈາກເມືອງ ວອລຄັອດຕ໌ ລັດໄອໂອວາ.

ອີງຕາມເວັບໄຊ້ຂອງທຳນຽບຂາວ ໂຄຣນ໌ ຊຶ່ງຂອງກິນຫຼິ້ນທີ່ມັນມັກຫຼາຍກໍແມ່ນ ໝາກສາລີຫວານ ມັນໄດ້ເບາະອອກມາ ໃນວັນທີ 20 ກໍລະກົດ 2020 ແລະມີນໍ້າໜັກ 19 ກວ່າກິໂລກຣາມ. ສ່ວນຄອບນັ້ນ ອາຫານທີ່ມັນມັກຫຼາຍ ກໍແມ່ນໝາກຖົ່ວເຫຼືອງ ມັນໄດ້ເບາະອອກມາໃນມື້ດຽວກັນ ແລະມີນ້ຳໜັກພຽງ 18.5 ກິໂລກຣາມກວ່າໆ.

ດັ່ງທີ່ເຄີຍເປັນມາຕັ້ງແຕ່ປີ 1974 ໄກ່ງວງທັງສອງໂຕ ໄດ້ຖືກນຳມາສະເໜີຕໍ່ປະ
ຊາຊົນ ນຶ່ງວັນກ່ອນມື້ບຸນ ຢູ່ທີ່ໂຮງແຮມ ວີລລາຣດ໌ ອິນເຕີຄອນຕິເນັນໂຕລ ໃນນະຄອນຫຼວງວໍຊິງຕັນ ດີຊີ ບ່ອນທີ່ພວກໄກ່ງວງດັ່ງກ່າວ ມີຫ້ອງສ່ວນຕົວຂອງພວກມັນເອງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG